ເປັນຫຍັງຄວາມໄວອິນເຕີເນັດ 1Mbps ຈຶ່ງເທົ່າກັບ 128KB/S

ຫຼາຍຄົນຄົງຈະບໍ່ຮູ້ ຫລື ຮູ້ກະຍັງບໍ່ລະອຽດຍັງບໍ່ເຂົ້າໃຈລະອຽດເທື່ອເຮົາກະເລີຍຂຽນເລື່ອງນີ້ມາໃຫ້ກະຈ່າງແຈ້ງກ່ຽວກັບຄວາມໄວອິນເຕີເນັດກັນ. ເຮົາເຄີຍສັງເກດບໍ່ວ່າເມື່ອເວລາເຮົາເຫັນຢູ່ໃບປິວບໍ່ວ່າຈະເປັນໃບປິວໂຄສະນາກ່ຽວກັບອິນເຕີເນັດ 3Gໃຊ້ສະເພາະແອກາດ(Air card) ຫລື ຢູ່ໂທ ລະສັບມືຖື, ອິນເຕີເນັດ 4G, ແມ້ແຕ່ເນັດສາຍແລນ(LAN)Broadband, ADSL ເປັນຕົ້ນ. ຄົນສ່ວນຫຼາຍງົງໆບໍ່ວ່າ:ອ້າວເຮົາໃຊ້ແພັກເກດອິນເຕີ ເນັດ ADSL ຄວາມໄວ 1Mbps ບາດໂຫລດແລ້ວໄດ້ແຕ່ 125KB ຕໍ່ວິ, ກະດຽວວ່າຄວາມໄວອິນເຕີເນັດ 1Mbps ກະຕ້ອງດາວໂຫລດໄດ້ 1Mb ຕໍ່ວິ. ເຮົາມາຊອກຫາຄຳຕອບກັນເລີຍ.

ມາຮູ້ຈັກກັບກັດ ແລະ ບິດ….ບໍ່ແມ່ນເດີ້ຫະຫະເວົ້າຜິດ Bytes ແລະ Bits

ຫຼາຍຄົນອາດສັບສົນລະຫ່ວາງ Bytes ແລະ Bits. ເຮົາຈະມາອະທິບາຍໃຫ້ຟັງວ່າ: 1Byte ເທົ່າກັບ 8Bits. ເພື່ອໃຫ້ເຂົ້າໃຈຍິ່ງຂຶ້ນເນາະເຮົາຈະ ເຫັນວ່າສັນຍາລັກຂອງ Bytes ນັ້ນຈະເປັນ “B” ອັກສອນໂຕໃຫ່ຍ ແລະ Bits ສັນຍາລັກຈະເປັນ “b ອັກສອນໂຕນ້ອຍ.

  • 1Byte=1B
  • 1Bit=1b

ມາລອງເບິ່ງການປ່ຽນຫົວນ່ວຍເບິ່ງເນາະ, ປ່ຽນເປັນ Kilobytes (KB) ແລະ Megabytes (MB)

  • 1 kilobyte = 1024 bytes = 1KB
  • 1 megabyte = 1 048 576 bytes = 1MB

ມາເບິ່ງທາງ kilobits (kb) and megabits (mb) ກັນ

  •  1 kilobit = 1024 bits = 1kb
  • 1 megabit = 1 048 576 bits = 1mb

ແລ້ວ Bytes ແລະ Bits ມັນສຳພັນກັນແນວໃດໃນອິນເຕີເນັດ?

ການສົ່ງຂໍ້ມູນດາວໂຫຼດ ຫລື ອັບໂຫລດຈະເປັນ bits ຕໍ່ວິນາທີ (bps). ແຕ່ສວນຫຼາຍໆຜູ້ໃຫ້ບໍລິການ ຫລື ບໍລິສັດ ຕ່າງຈະໃຊ້ສັນຍາລັກ bps/kbps/mbps ເປັນຕົ້ນ. ໃນອິນເຕີເນັດການສົ່ງຂໍ້ມູນດາວໂຫຼດ ຫລື ອັບໂຫລດຈະເປັນ bits ຕໍ່ວິນາທີ (bps), ແຕ່ຢູ່ໃນຄອມທີ່ເຮົາໃຊ້ໃນປັດ ຈຸບັນນີ້ເພິ່ນຈະອ່ານຄ່າໄດ້ແຕ່ Byte. ສະນັນມັນກະຕ້ອງປ່ຽນຈາກ Bit ເປັນ Byte. ເຮົາມາເບິ່ງຕົວຢ່າງກັນເລີຍ:

ສົມມຸດວ່າຄວາມໄວອິນເຕີເນັດເຮົາ 1Mbps.

ເຮົາຮູ້ແລ້ວວ່າ 1 byte=8bit

ຫາກ 1MB=1 048 576 byte / 8bit= 131 072 bits ຫລື 128kb

1MB=128kb

ເອົາລະເຮົາຄົງຈະຄຳຕອບກັນແລ້ວເນາະ.