XLSForm

XLSFrom ແມ່ນຫຍັງ?

XLSForm ຖືກອອກແບບເພື່ອ ເປັນຟອມມາດຕະຖານສໍາລັບການສ້າງແບບຟອມການເກັບຂໍ້ມູນ ຖ້າຈະປຽບທຽບງ່າຍໆ ມັນກໍຄືກັບພາສາຄອມພິວເຕີພາສາໜຶ່ງທີ່ຮູບແບບໂຄງສ້າງອັນດຽວກັນກັບພາສາ XML ເລີຍ ເຊິ່ງວ່າມັນຖືກພັດທະນາກໍ່ເພື່ອ ຕອບຈຸດປະສົງໃຫ້ການອອກແບບຟອມ ແຕ່ວ່າ XML ນັ້ນແມ່ນບໍ່ເໝາະສໍາລັບຄົນທົ່ວໄປປານໃດເພາະຈະຕ້ອງໄດ້ມີຄວາມຮູ້ພື້ນຖານກ່ຽວກັບພາສານີ້ມາກ່ອນ.

ດັ່ງນັ້ນ, ຈຶ່ງເກີດມີ XLSForm ທີ່ພັດທະນາມາໃຫ້ເປັນຄືກັບພາສາຄົນຫຼາຍຂຶ້ນ ເຊິ່ງຄົນທົ່ວໄປສາມາດສ້າງຟອມໄດ້ໂດຍ ໃຊ້ພຽງແຕ່ໂປຣແກຣມ Excel ເທົ່ານັ້ນ. ໂດຍທົ່ວໄປແລ້ວ ການສ້າງຟອມເພື່ອເປັນນໍາໃຊ້ເຂົ້າໃນລະບົບ ODK ຫຼື KOBO ນັ້ນແມ່ນຈະໃຊ້ຟອມມາດຕະຖານ XML ຟອມ ເຊິ່ງວ່າຟອມຮູບແບບນີ້ຈະເປັນມາດຕະຖານ ຫຼື ຖ້າຈະເວົ້າອີກຢ່າງໜຶ່ງ ມັນກະຄ້າຍພາສາມາດຕະຖານ ຄືພາສາທົ່ວໄປເຊັ່ນ: ພາສາ C, Python, JavaScript ປະມານນັ້ນ.

ເຊິ່ງວ່າໂຕ XLSForm ນີ້ ຫຼັກການຂັ້ນຕອນມັນກໍ່ຄື ເຮົາສາມາດສ້າງຟອມ XML ໂດຍໃຊ້ Excel ຫຼັງຈາກນັ້ນ ເຮົາຈຶ່ງນໍາໄປ covert ເປັນຟາຍ XML ອີກເທື່ອໜຶ່ງເພື່ອ ນໍາເອົາໄປ import ເຂົ້າໃນລະບົບການເກັບຟອມ.

ຫົວຂໍ້ເນື້ອຫາ:

  1. Survey Worksheet
  2. Choices Worksheet
    1. Question type
    2. GPS
    3. Multiple Choice
      1. Choice names
    4. Rank
    5. Range
    6. Metadata
    7. Hint
      1. Regular hints
      2. Guidance hints
    8. Constraints
      1. Constraint message
    9. Relevant
    10. Required
      1. Required message
    11. Randomize Choices
    12. Grouping Questions
      1. Nesting group within groups
    13. Skipping
    14. Repeat
  3. Appearance
  4. Settings Worksheets
  5. Set up Google for form server

ຫຼັກການພື້ນຖານຂອງການສ້າງຟອມ (Basic Format)

ປົກກະຕິແລ້ວ ການສ້າງຟອມໃນ Excel ເຮົາຈະໃຊ້ເລື້ອຍໆຢູ່ 2 worksheet ຄື survey ແລະ choices. ນອກຈາກ 2 ໂຕນີ້ແລ້ວຍັງມີອີກໜຶ່ງ worksheet ຊື່ settings ເຊິ່ງໃນ worksheet ໂຕນີ້ ເຮົາສາມາດເພີ່ມການຕັ້ງຄ່າຄວາມສາມາດຂອງຟອມຂອງເຮົາ.

Survey Worksheet

ໃນ sheet ໂຕນີ້ ເປັນ sheet ຫຼັກທີ່ເຮົາຈະໃຊ້ໃນການວາງໂຄງສ້າງຂອງຄໍາຖາມຂອງເຮົາ ເຊິ່ງເຮົາຈະໃສຄໍາຖາມທີ່ເຮົາຈະຖາມລົງໃນ sheet ໂຕນີ້.

ໜຶ່ງແຖວໃນ survey sheet ຈະແທນໃຫ້ ໜຶ່ງຄໍາຖາມໃນແບບສອບຖາມ ແລະ ຖັນຂອງແຖວ (column) ຈະແທນໃຫ້ feature ຕ່າງທີ່ເຮົາສາມາດເພີ່ມຄວາມສາມາດໃຫ້ຄໍາຖາມເຮົາໄດ້ (ອ່ານເພີ່ມຢູ່ລຸ່ມ).


Choices Worksheet

sheet ນີ້ແມ່ນເຮົາຈະໃຊ້ສໍາລັບ ເພີ່ມຄໍາຖາມທີ່ ເປັນຄໍາຖາມໃຫ້ເລືອກຫຼາຍຄໍາຕອບ (choice question) ໂດຍແຕ່ລະແຖວແມ່ນຈະແທນໃຫ້ ຕົວເລືອກຂອງຄໍາຖາມ ຕາມ list name ຂອງຄໍາຖາມທີ່ເຮົາຕັ້ງໄວ້ຢູ່ survey sheet. ໂດຍຕົວເລືອກທີ່ເຮົາຕັ້ງຄ່າໄວ້ຢູ່ນີ້ ສາມາດນໍາໄປໃຊ້ກັບຫຼາຍໆ ຄໍາຖາມທີ່ມີຕົວເລືອກຄືກັນໄດ້ນໍາອີກ.

ໂດຍລວມແລ້ວ 2 sheet ນີ້ survey ແລະ choices ຈະຕ້ອງຊຸດຂອງຖັນທີ່ເຮົາຈະຕ້ອງປ້ອນໃສ່ ຫຼຶ ຈະຕ້ອງມີ ເພື່ອທີ່ຈະສ້າງຟອມໄດ້. ແລະ ແຕ່ລະ worksheet ກໍຈະມີ ຖັນທີ່ເຮົາສາມາດໄດ້ນອກເໜືອຈາກຖັນທີ່ເຮົາຈະຕ້ອງປ້ອນໃສ່ ແຕ່ບໍ່ມີຖັນຈໍາພວກນີ້ກໍ່ໄດ້. ສິ່ງສໍາຄັນກະຄື ຖັນທີ່ເປັນຖັນຈະຕ້ອງມີ ແມ່ນເຮົາບໍ່ສາມາດປ່ອຍໃຫ້ແຖວນັ້ນເປົ່າຫວ່າງໄດ້ ແຕ່ຖັນອັນອື່ນແມ່ນສາມາດປ໋ອຍໃຫ້ຫວ່າງເປົ່າໄດ້.

ໃນ survey sheet ນັ້ນຈະປະກອບດ້ວຍ 3 ຖັນທີ່ເຮົາຈະຕ້ອງມີຄື: type, name ແລະ label

  • type ແມ່ນຖັນທີ່ ທ່ານຈະເພີ່ມປະເພດຂອງຄໍາຖາມທີ່ຈະປ້ອນເຂົ້າ
  • name ຖັນນີ້ສໍາລັບ ຊື່ຂອງຕົວປ່ຽນຂອງຄໍາຖາມ ເຊິ່ງວ່າຊື່ຂອງຕົວປ່ຽນຈະຕ້ອງບໍ່ໍຊໍ້າກັນ. ຊື່ຂອງຕົວປ່ຽນຈະຕ້ອງເລີ່ມດ້ວຍໂຕນ້ອຍ ຫຼື ຂີດກ້ອງ (underscore) ເທົ່ານັ້ນ. ເຊິ່ງວ່າການຕັ້ງຊື່ ສາມາດ ປະກອບດ້ວຍ ຕົວໜັງສື, ຕົວເລກ, ເຄື່ອງໝາຍຂີດ (-), ເຄື່ອງໝາຍຂີດກ້ອງ (_) ແລະ ຈໍ້າເມັດ.
  • label ແມ່ນຖັນ ທີ່ເຮົາປ້ອນປະໂຫຍກ ຫຼື ຄໍາໃດໜຶ່ງ ເພື່ອສະແດງຢູ່ໃນແບບຟອມ ໂດຍສະເພາະ ໃນຖັນນີ້ແມ່ນເຮົາຈະປ້ອນ ປະໂຫຍກຂອງຄໍາຖາມນັ້ນໆ

ເຊັນດຽວກັນກັບ survey sheet, choice sheet ກໍ່ຈະປະກອບດ້ວຍ 3 ຖັນທີ່ເຮົາຈະຕ້ອງມີຄື: list_name, name ແລະ label.

  • list_name ແມ່ນຖັນທີ່ໃຊ້ສໍາລັບ ເຮົາຈະໂຮມກຸ່ມຄໍາຖາມເຂົ້າກັບ ກັບ ຄໍາຖາມທີ່ມີຕົວເລືອກຄໍາຕອບຄືກັນ ເຊັ່ນ: ຕົວເລືອກຂອງຄໍາຖາມ ທີ່ໃຊ້ຮ່ວມກັນໄດ້ເປັນຕົ້ນເຊັ່ນ: ບ້ານ, ເມືອງ, ແຂວງ ເປັນຕົ້ນ ຂຶ້ນໄປຄໍາຖາມທີ່ເຮົາຕັ້ງ.
  • name ຖັນນີ້ແມ່ນ ຊື່ສະເພາະຂອງຕົວເລືອກຂອງຄໍາຖາມຂອງເຮົາທີ່ຈະຕອບ.
  • label ເປັນຖັນທີ່ເຮົາຈະປ້ອນ ປະໂຫຍກໃສ່ເພື່ອສະແດງຢູ່ໃນຟອມ ຫຼື ອາດຈະເວົ້າວ່າ ປ້ອນຄໍາ ຫຼື ປະໂຫຍກທີ່ເຮົາຢາກສະແດງ.

ເພື່ອໃຫ້ງ່າຍ ໃນການເບິ່ງ ແລະ ຫຼຸດຂໍ້ຜິດພາດຈາກການປ້ອນ ແມ່ນ ຖັນທີ່ເຮົາເພີ່ມເຂົ້າໄປໃນແຕ່ລະ sheet ຂອງເຮົານັ້ນ ຄວນລຽງຕາມລໍາດັບ. format ຕ່າງໆທີ່ເຮົາ hightlight, ໃສ່ຂອບເສັ້ນ ອີ່ຫຍັງກໍຕາມ ຫຼື ຈະໃຊ້ຟອນໃດ ກໍ່ຕາມໃນ excel ແມ່ນສາມາດເຮັດໄດ້ ບໍ່ໄດ້ກະທົບຫຍັງເວລາທີ່ເຮົາປ່ຽນ format.

ຂໍ້ຄວນລະວັງ: ເວລາທີ່ເຮົາໃສ່ຊື່ sheet, ຊື່ຖັນ ຫຼື ຊື່ຕ່າງທີ່ມາໃນ document ແມ່ນ ເຮົາຈະຕ້ອງປ້ອນໃຫ້ຖືກຕາມນັ້ນ ເຊັ່ນ: choices ຈະຕ້ອວພິມແບບນີ້ເປະໆ ຖ້າເຮົາພິມ Choices, choice ເວລາເຮົາ covert ຈະເກີດ error.


ປະເພດຂອງຄໍາຖາມ (Question Types)

ໃນ XLSForm ຮອງຮັບຫຼາກຫຼາຍປະເພດ ຂອງຄໍາຖາມ ໂດຍເຮົາສາມາດປ້ອນໄດ້ຢູ່ໃນຖັນ type ທີ່ຢູ່ໃນ survey sheet.

ປະເພດຂອງຄໍາຖາມ ທີ່ເຮົາຈະປ້ອນໃນຖັນ typeປະເພດຂອງຄໍາຕອບທີ່ຈະປ້ອນເຂົ້າ
integerໂຕເລກ (ຕ້ອງເປັນໂຕເລກຖ້ວນ)
decimalໂຕເລກທົດສະນິຍົມ
rangeໄລຍະຫ່າງ, ຫວ່າງ ຫຼື ຂອບ
textຕົວໜັງສື (ປ້ອນຕາມໃຈ)
select_one [options]ສໍາລັບຄໍາຖາມທີ່ມີຫຼາຍຄໍາຕອບ ແລະ ສາມາດເລືອກໄດ້ຄໍາຕອບດຽວ
select_multiple [options]ສໍາລັບຄໍາຖາມທີ່ມີຫຼາຍຄໍາຕອບ ແລະ ສາມາດເລືອກໄດ້ຫຼາຍຄໍາຕອບ
select_one_from_file [file]ສໍາລັບຄໍາຖາມທີ່ມີຫຼາຍຄໍາຕອບຈາກຟາຍ ແລະ ສາມາດເລືອກໄດ້ຄໍາຕອບດຽວ
select_multiple_from_file [file]ສໍາລັບຄໍາຖາມທີ່ມີຫຼາຍຄໍາຕອບຈາກຟາຍ ແລະ ສາມາດເລືອກໄດ້ຫຼາຍຄໍາຕອບ
rank [options]ຄໍາຖາມປະເພດຈັດອັນດັບ (order list)
noteສະແດງຂໍ້ລະວັງ (note) ຢູ່ໜ້າຈໍ (ບໍ່ຕ້ອງການ ການປ້ອນໃດໆ)
geopointເກັບພິກັດ GPS ແບບ single GPS coordinate
geotraceເກັບພິກັບຫຼາຍກວ່າ 2 ແຖວຂຶ້ນໄປ
geoshapeເກັບພິກັດແບບ polygon. ຈຸດເລີ່ມຕົ້ນ ແມ່ນຈຸດດຽວກັບຈຸດສຸດທ້າຍ
dateປ້ອນຮູບແບບວັນ
timeປ້ອນຮູບແບບເວລາ
dateTimeຮອງຮັບການປ້ອນ ວັນ ແລະ ເວລາ
imageຖ່າຍຮູບ ຫຼື ອັບໂຫຼດຮູບ
audioບັນທຶກສຽງ ຫຼື ອັບໂຫຼດຟາຍສຽງ
videoບັນທຶກວີດີໂອ ຫຼື ອັບໂຫຼດວີດີໂອ
fileອັບໂຫຼດຟາຍ (txt, pdf, xls, xlsx, doc, docx, rtf, zip)
barcodeສະແກນບາໂຄດ (ຕ້ອງມີແອັບສະແກນບາໂຄດຕິດຕັ້ງກ່ອນ)
calculateເຮັດການຄິດໄລ່ ຈາກການປ້ອນ
acknowledgeຄໍາສັ່ງເພື່ອເຕືອນໃຫ້ກົດ (OK) ກ່ອນ
hiddenໃຊ້ສໍາລັບຊ່ອງທີ່ບໍ່ກ່ຽວຂ້ອງກັບ UI
xml-externalເພີ່ມຂໍ້ມູນຈາກ XML ອື່ນ

GPS

ຕົວຢ່າ ເພື່ອເກັບກໍາ ຊື່ ແລະ ພິກັດທີຕັ້ງ (GPS) ຂອງຮ້ານຄ້າ, ເຮົາຄວນຈະປ້ອນປະມານນີ້


Multiple choice (ຄໍາຖາມໃຫ້ເລືອກຫຼາຍຄໍາຕອບ)

XLSForm ສາມາດຮອງຮັບຄໍາຖາມທີ່ສາມາດໃຫ້ເລືອກໄດ້ຄໍາຕອບດຽວ ຫຼື ຫຼາຍຄໍາຕອບໄດ້ ເຊິ່ງວ່າ ຖ້າເຮົາຈະເພີ່ມຄໍາຖາມປະເພດນີ້ແມ່ນ ເຮົາຈະຕ້ອງເພີ່ມໃສ່ໃນ sheet choices.

ຕົວຢ່າງການສ້າງຄໍາຖາມທີ່ໃຫ້ເລືອກໄດ້ຄໍາຕອບດຽວ

ຂໍ້ຄວນລະວັງ ເວລາເຮົາຕື່ມ ໂຕຊື່ທີ່ເຮົາຕັ້ງ (yes_no) ໃນ sheet survey ຈະຕ້ອງຄືກັນກັບ yes_no ໃນ ຖັນ list_name ໃນ sheet choices ເພື່ອລະບົບຈະໄດ້ສະແດງໄດ້ຖືກຕ້ອງ.

ເຮົາສາມາດສ້າງຄໍາຖາມທີ່ໃຫ້ເລືອກໃດ້ຫຼາຍຄໍາຕອບໄດ້ປະມານຂ້າງລຸ່ມນີ້

Choice names

ສໍາລັບຖັນ name ໃນ sheet choices ນັ້ນແມ່ນ ຄ່າທີ່ຈະຖືກບັນທຶກເຂົ້າຂອງຕົວເລືອກຄໍາຖາມນັ້ນ. Choice names ສໍາລັບ select_multiple ບໍ່ສາມາດໃສ່ຍະຫວ່າງໄດ້ ເນື່ອງຈາກວ່າ ບາດເວລາລະບົບບັນທຶກຄໍາຕອບແມ່ນ ລະບົບຈະໃຊ້ຍະຫວ່າງເພື່ອແບ່ງແຕ່ລະຄໍາຕອບ ຈາກຄໍາຖາມປະເພດນີ້. ເຊິ່ງແຕກຕ່າງຈາກ select_one ເຮົາສາມາດເພີ່ມຍະຫວ່າງໃນຖັນ name ໄດ້. ແຕ່ວ່າ ເຮົາບໍ່ແນະນໍາໃຫ້ໃສ່ຍະຫວ່າງ ເພາະມັນຈະເຮັດໃຫ້ສັບສົນເວລານໍາເອົາຂໍ້ມູນໄປວິເຄາະ ແລະ ນອກຈາກນີ້ ເພື່ອງ່າຍໃນຕໍ່ໜ້າ ຖ້າຫາວ່າເຮົາຈະໃຊ້ຄໍາຕອບນັ້ນປ່ຽນມາເປັນ select_multiple.

ໂດຍທົ່ວໄປແລ້ວ choice names ຄວນຈະຕັ້ງຊື່ບໍ່ໃຫ້ຊໍ້າກັນ. ແຕ່ຖ້າຈໍາເປັນເຮົາກໍ່ສາມາດໃຊ້ໄດ້ ເຊັ່ນໃນກໍລະນີ cascading select (ຄໍາຖາມປະເພດທີ່ເຮົາໃຫ້ ເລືອກເມືອງ, ແຂວງ, ບ້ານ ໂດຍທີ່ຈະ filter ໃຫ້ອັດຕະໂນມັດ). ຖ້າເຮົາຈະໃຊ້ຊື່ໃນຖັນ name ໃນ choices sheet ຊໍ້າກັນເຮົາຈະຕ້ອງໄດ້ເພີ່ມ allow_choice_duplicates ແລະ ຕື່ມ yes ໃນ settings sheet ຖ້າບໍ່ດັ່ງນັ້ນ ເວລາທີ່ເຮົາຈະໄປ covert ຈະຂຶ້ນ error.

Specify other (ລະບຸຄໍາຕອບອື່ນໆ)

ສໍາລັບຄໍາຖາມທີ່ເປັນ multiple choice ແລ້ວນັ້ນ, ແບບຄໍາຖາມສໍາຫຼວດບາງອັນ ອອກມາສາມາດໃຫ້ຕື່ມຄໍາຕອບນອກເໜືອກຈາກຄໍາຕອບທີ່ເຮົາສະເໜີໃຫ້ເລືອກໄວ້. ຮູບແບບຂອງຄໍາຖາມດັ່ງກ່າວ ເຮົາສາມາດເຮັດໄດ້ໃນ XLSFrom ເຊັ່ນກັນ ໂດຍການເພີ່ມ or_other ຫຼັງ ຄໍາຖາມໃນ survey worksheet ຕາມຕົວຢ່າງຂ້າງລຸ່ມ:

Example of Excel


Rank (ຄໍາຖາມປະເພດຈັດອັນດັບ)

XLSForm ຮອງຮັບຄໍາຖາມ ທີ່ເຮົາຕ້ອງການຄໍາຕອບແບບຈັດອັນດັບ ຈາກລາຍການທີ່ເຮົາໃຫ້ ໂດຍຄໍາຕອບທີ່ໄດ້ ຈະບັນທຶກໄວ້ໃນຮູບແບບລາຍການລຽງອັນດັບ ແຍກໂດຍຍະຫວ່າງ.

*ເພື່ອກັນການລໍາອຽງໃນການເລືອກອັນດັບ ເຮົາສາມາດໃຊ້ function randomize feature ເພື່ອສຸ່ມລຽງຄໍາຕອບແຕ່ລະຄັ້ງໄດ້.


Range (ຄໍາຖາມປະເພດຂອບເຂດ)

ການທີ່ຈະສ້າງຄໍາຖາມປະເພດນີ້ ລະບົບຈະຕ້ອງການ 3 ຢ່າງຄື start, end ແລະ step ໃນຊ່ອງຖັນ parameters. ຄ່າເລີ່ມຕົ້ນຂອງ function ນີ້ແມ່ນ 0, 10 ແລະ 1 ຕາມລໍາດັບ.

ເຮົາສາມາດສະແດງຄໍາຖາມປະເພດນີ້ໃນຮູບແບບການໃຫ້ຄະແນນແບບດາວໄດ້ເຊັ່ນກັນ ເຊິ່ງເຮົາຈະຕ້ອງໄດ້ເພີ່ມຄໍາວ່າ rating ໃນຊ່ອງຖັນ apprearance


Metadata

ເຮົາສາມາດເກັບ ຂໍ້ມູນລາຍລະອຽດປີກຍ໋ອຍຂອງການລົງສໍາຫຼວດໄດ້ເຊັ່ນ:

ປະເພດຂອງ metadataຄວາມໝາຍ
startວັນທີ ແລະ ເວລາ ເລີ່ມການສໍາຫຼວດ
endວັນທີ ແລະ ເວລາ ສໍາເລັດການສໍາຫຼວດ
todayວັນການສໍາຫຼວດ
deviceidIMEI (International Mobile Equipment Identity)
subcribeidIMSI (Internation Mobile Subscriber Identity)
simserialSIM serial number
phonenumberເບີໂທລະສັບ (ຖ້າມີ)
usernameຊື່ຜູ້ໃຊ້ທີ່ຕັ້ງໄວ້ (ຖ້າມີ)
emailຊື່ທີ່ຢູ່ອີເມວ (ຖ້າມີ)
auditຂໍ້ມູນເກັບ log ຂອງຜູ້ລົງເກັບຂໍ້ມູນລະຫວ່າງການປ້ອນຂໍ້ມູນ

ຂໍ້ຄວນລະວັງກະຄື metadata ບາງອັນກໍ່ສາມາດເກັບໄດ້ສະເພາະຂໍ້ມູນທີ່ປ້ອນຜ່ານໂທລະສັບມືຖືເທົ່ານັ້ນ.

ສໍາລັບການຕິດຕາມພຶດຕິກໍາຂອງຜູ້ສໍາພາດ ແລະ ທີ່ຕັ້ງຂອງຜູ້ສໍາພາດ ເຮົາກໍ່ສາມາດເກັບໄດ້ເຊັ່ນກັນ ແຕ່ວ່າຈະຮອງຮັບແຕ່ລະບົບ collect ທີ່ເປັນແອັບໃນໂທລະສັບເທົ່ານັ້ນ ຍັງບໍ່ສາມາດຮອງຮັບລະບົບ Enketo ທີ່ເປັນຟອມເທິງໜ້າເວັບໄດ້ເທື່ອ.

ຕົວຢ່າງ: ເກັບຂໍ້ມູນ location-priority=high-accuracy (ໝາຍເຖິງຄວາມຊັດເຈນຂອງຕໍາແໜ່ງແມ່ນໃກ້ຄຽງທີ່ສຸດ), location-min-interval=180 (ໄລຍະເວລາການເກັບແຕ່ລະຊ່ວງແມ່ນ 180 ວິນາທີ) ແລະ location-max-age=300 (ບໍ່ເອົາການເກັບຕໍາແໜ່ງທີ່ເກີນ 300 ວິນາທີ). ສໍາລັບລາຍລະອຽດການປັບແຕ່ງການເກັບຄ່າຕ່າງໆເຮົາສາມາດເຂົ້າໄປເບິ່ງໄດ້ທີ ໜ້ານີ້ ເລີຍ.


Hints

Regular hints

ບາງຄໍາຖາມ ອາດຈະເປັນຄໍາຖາມທີ່ຊັບຊ້ອນ ຫຼື ສໍາຄັນ ເຮົາສາມາດເພີ່ມປະໂຫຍກຫຍໍ້າໃຫ້ນັກເດີນສໍາຫຼວດ ກະໄດ້ ເປັນ hints ໃຫ້ກະເຈົ້າເວລາກະເຈົ້າຖາມຄໍາຖາມດັ່ງກ່າວ. ປະໂຫຍກທີ່ເຮົາຈະເພີ່ມເຂົ້າ ແມ່ນສາມາດເພີ່ມເຂົ້າໄປໃນ ຊ໋ອງຂອງ hint. ຕາມຕົວຢ່າງຂ້າງລຸ່ມນີ້:

Guidance hints

ບາງເທື່ອການເພີ່ມ hint ໃຫ້ກັບຄໍາຖາມຂອງເຮົາ ເຮົາບໍ່ຢາກເພີ່ມເຂົ້າ ຕອນສໍາພາດໂຕຈິງ ເຮົາຢາກເພີ່ມແຕ່ຕອນເຮົາຝຶກນັກເດີນສໍາຫຼວດ ທາງລະບົບກໍ່ມີ function ໜຶ່ງທີ່ຮaອງຮັບສິ່ງນີ້ຄືກັນ ເອີ້ນວ່າ: guidance_hint.


Constraints

constraints ເປັນຖັນທີ່ມີຄວາມສໍາຄັນຫຼາຍສໍາລັບການສ້າງຟອມ ແລະ ເປັນ function ທີ່ຂາດບໍ່ໄດ້ເລີຍ ຍ້ອນວ່າ function ດັ່ງກ່າວເປັນໂຕກັບນົດຄ່າຂອງຂໍ້ມູນທີ່ປ້ອນເຂົ້າ ເພື່ອຮັບປະກັນຄຸນນະພາບຂອງຂໍ້ມູນຂອງເຮົາວ່າຖືກຕ້ອງາມກອບຄໍາຕອບທີ່ເຮົາຕ້ອງການ. ເຊັ່ນການຖາມເຖິງອາຍຸບໍ່ ເຮົາຈະຕ້ອງຫຼີກລ້ຽງການປ້ອນຂໍ້ມູນຜິດເປັນຕົ້ນ ອາຍຸທີ່ເປັນຄ່າລົບ ຫຼື ສູງເກີນຄວາມເປັນຈິງ. ເຮົາສາມາດເພີ່ມ function ນີ້ໄດ້ໂດຍການເພີ່ມຖັນທີ່ມີຊື່ວ່າ constraint, ສໍາລັບ . ແທນໃຫ້ຂໍ້ມູນທີ່ປ້ອນເຂົ້າມາ. ຕົວຢ່າງ:

ຈາກຕົວຢ່າງຂ້າງເທິງ .<=150 ໝາຍເຖິງ ຂໍ້ມູນທີ່ປ້ອນເຂົ້າມາຈະຕ້ອງ ເທົ່າກັບ ຫຼື ນ້ອຍກວ່າ 150. ຖ້າຂໍ້ມູນປ້ອນເຂົ້າວ່າ ເກີນນີ້ ນັກເດີນນໍາຫຼວດ ກໍ່ບໍ່ສາມາດຂ້າມໄປຄໍາຖາມຖັດໄປໄດ້.

Constraint message

ໃນກໍລະນີ ທີ່ຜູ້ປ້ອນຂໍ້ມູນປ້ອນ ບໍ່ຖືກຕາມເງື່ອນໄຂທີ່ເຮົາຕັ້ງໄວ້ ເຮົາກໍ່ສາມາດຕັ້ງໃຫ້ສະແດງ ປະໂຫຍກ ຫຼື ຄໍາອະທິບາຍ, ແນະນໍາທີ່ຖືກຕ້ອງກໍໄດ້ ໃສ່ໃນຊ໋ອງຖັນຂອງ constraint_message


Relevant

ກໍ່ເປັນອີກ function ນຶ່ງທີ່ນິຍົມໃຊ້ກັນ ການເຮັດວຽກຂອງມັນກະຄື ໃຊ້ໄວ້ຂ້າມຄໍາຖາມ ຫຼື ເຮັດໃຫ້ຄໍາຖາມເພີ່ມເຕີມ ເດັ້ງຂຶ້ນມາ ອີງຕາມການຕອບຂອງຄໍາຖາມກ່ອນໜ້ານີ້.

ສໍາລັບຕົວຢ່າງຂ້າງເທິງແມ່ນ ສໍາລັບຄໍາຖາມທີ່ໃຫ້ເລືອກຄໍາຕອບດຽວ ແຕ່ເຮົາສາມາດໃຊ້ກັບຄໍາຖາມທີ່ໃຫ້ເລືອກຫຼາຍຄໍາຕອບໄດ້ເຊັ່ນກັນ ໂດຍຄໍາຖາມເພີ່ມຈະເດັ້ງຂຶ້ນມາ ຫຼັງຈາກເຮົາເລືອກຄໍາຕອບທີ່ເຮົາຕັ້ງໄວ້ໃນລາຍການ.

ຈາກຕົວຢ່າງຂ້າງເທິງ selected(${favorite_topping}, ‘cheese’) ແມ່ນເຮົາຈະສະແດງຄໍາຖາມໃຫ້ລະບຸປະເພດຂອງຊີສ ທີ່ເຮົາຕ້ອງການ ຖ້າຫາກວ່າຜູ້ຕອບຄໍາຖາມເລືອກເອົາໜ້າພີສຊ້າເປັນໜ້າຊີສ.

ນອກຈາກນີ້ ເຮົາຍັງສາມາດໃຫ້ຜູ້ຕອບເພີ່ມສິ່ງທີ່ຕົນເອງຕ້ອງການໄດ້ ໃນກໍລະນີທີ່ບໍ່ມີ ໃນລາຍການທີ່ເຮົາໃຫ້ເລືອກ. ໂດຍເຮົາຈະຕ້ອງໃຫ້ຜູ້ໃຊ້ປ້ອນເອງ ກໍລະນີທີ່ເລືອກ other ໃນຄໍາຖາມໃຫ້ເລືອກໜ້າພິສຊ້າ.


Required

Function ນີ້ ເຮົາໃຊ້ເພື່ອ ໝາຍຄໍາຖາມທີ່ສໍາຄັນຂອງເຮົາ ທີ່ບໍ່ສາມາດປ່ອຍໃຫ້ຄໍາຕອບຫວ່າງເປົ່າໄດ້ ຫຼື ເປັນຄໍາຖາມທີ່ຕ້ອງໄດ້ຕອບ ຕ້ອງໄດ້ຕື່ມຂໍ້ມູນເຂົ້າ. ເຮົາສາມາດຕັ້ງຄໍາຖາມຕ້ອງຕອບໄດ້ ຕອບການເພີ່ມ yes ເຂົ້າໃນຊ໋ອງຖັນ required

Required message

ອີກ option ເສີມ ເຮົາສາມາດເພີ່ມ ຂໍ້ຄວາມກໍລະນີທີ່ຜູ້ຕອບຂ້າມຄໍາຖາມທີ່ເຮົາໝາຍໄວ້ວ່າຕ້ອງມີຂອງຄໍາຖາມນັ້ນໆ ໄດ້ໃນຊ໋ອງຖັນຂອງ required_message


Randomize Choices

ສໍາລັບຄໍາຖາມບາງປະເພດທີ່ເຮົາສະແດງລາຍການໃຫ້ເລືອກ ເຊັ່ນ: ຄໍາຖາມໃຫ້ເລືອກຫຼາຍຄໍາຕອບ, ຄໍາຖາມໃຫ້ເລືອກຄໍາຕອບດຽວ ບາງເທື່ອ ເຮົາກໍ່ບໍ່ຢາກໃຫ້ສະແດງອັນດັບລາຍການຄືກັນທຸກຄັ້ງທີ່ຜູ້ປ້ອນຂໍ້ມູນເຂົ້າໄປ ເຮົາກໍ່ສາມາດໃຊ້ function ນີ້ໄດ້ໃນ ໂດຍການພິມ randomize=true ໃນຊ່ອງຖັນ paramaters


Grouping questions

ການແບ່ງກຸ່ມຄໍາຖາມ ກໍ່ເພື່ອເຮັດງານໃນການວິເຄາະຂໍ້ມູນ ແລະ ການດຶງຂໍ້ມູນອອກມາ ໂດຍເຮົາສາມາດແບ່ງກຸ່ມປະເພດຄໍາຖາມເຂົ້າກັນໄດ້ການເພີ່ມ begin group ແລະ ປິດໂດຍໃຊ້ end group ເຊິ່ງວ່າໃນສ່ວນໂຕນີ້ເຮົາບໍ່ຈໍາເປັນຕ້ອງໃສ່ຊື່, ຫຼື label ໃຫ້ມັນ ເພາະວ່າບໍ່ໄດ້ສະແດງໃນຟອມໂຕຈິງ.

Nesting groups within groups

ການຈັດກຸ່ມຄໍາຖາມ ເຮົາສາມາດຈັດກຸ່ມຊ້ອນກັນໄດ້ ຕາມຕົວຢ່າງດ້ານລຸ່ມ ເຊິ່ງຂໍ້ຄວນລະວັງຂອງເຮົາກະຄື ເຮົາຈະຕ້ອງໄດ້ເບິ່ງວ່າ ເຮົາເປີດປິດ ຄໍາສັ່ງ group ຄົບແລ້ວບໍ່ ຖ້າເຮົາໃຊ້ group ຊ້ອນກັນ 2 ເທື່ອ ເຮົາກໍ່ຕ້ອງປິດ group 2 ເທື່ອເຊັ່ນກັນ.


Skipping

function ການຂ້າມ (skipping) ເປັນອີກຄໍາສັ່ງໜຶ່ງ ທີ່ຈະໃຊ້ເວລາທີ່ເຮົາຢາກຂ້າມ ກຸ່ມຄໍາຖາມ ໂດຍມັນຈະເຮັດວຽກຮ່ວມກັນກັບ function ຂອງ relevant. ຖ້າເຮົາຢາກຂ້າມກຸ່ມຄໍາຖາມທັງໝົດ ເຮົາກໍ່ສາມາດຂ້າມໄດ້ ໂດຍການເພີ່ມຄໍາສັ່ງ ເຂົ້າໃນ relevant ໃນແຖວທໍາອິດຂອງ begin group ນັ້ນໆ.


Repeats

ເຮົາສາມາດ ເຮັດໃຫ້ຜູ້ປ້ອນຄໍາຖາມ ປ້ອນຄໍາຖາມຊໍ້າໄດ້ ເຊັ່ນກັນ ໂດຍການເພີ່ມ begin repeat ແລະ end repeat

ເຮົາສາມາດ ກໍານົດເທື່ອ ຂອງການປ້ອນຊໍ້າໄດ້

ເຮົາສາມາດກໍານົດໄດ້ໂດຍການ ເພີ່ມຈໍານວນຄັ້ງທີ່ຈະໃຫ້ປ້ອນຊໍ້າຄືນໃນຊ່ອງຂອງ repeat_count

ເຮົາສາມາດໃຫ້ລະບົບການປ້ອນຊໍ້າປ່ຽນແປງໄດ້ (Dynamic repeat counts) ເຊັ່ນ ກໍລະນີຄໍາຖາມກ່ຽວກັບສະມາຊິກທີ່ຢູ່ໃນຄົວເຮືອນບໍ່ທີ່ຈະຕ້ອງໄດ້ປ້ອນຂໍ້ມູນຊໍ້າກັນຕາມນໍານວນຂອງຄົວເຮືອນນັ້ນໆ ໄດ້ເຊັ່ນກັນ ຕາມຕົວຢ່າງຂ້າງລຸ່ມເລີຍ


Appearance

ສ່ວນຂອງຖັນ appearance ເຮົາສາມາດເພີ່ມຕົວເລືອກໃນການສະແດງຂອງຟອມຂອງເຮົາໄດ້. ໂດຍເຮົາສາມາດ ປ່ຽນໄດ້ຕາມໃຈເຮົາຕາມຕົວເລືອກຂ້າງລຸ່ມໄດ້ເລີຍ


Setting worksheets

settings worksheet ເປັນສ່ວນເສີມ ທີ່ໃຫ້ເຮົາສາມາດປັບແຕ່ງຟອມເຮົາໄດ້ ເຊັ່ນ: ການເຂົ້າລະຫັດຟອມ, ການຕັ້ງຄ່າໜ້າຕາຮູບແບບ theme ແລະ ອື່ນໆ.

ຕົວຢ່າງຂໍ້ມູນໃນ settings worksheet

Example here

form_title: ຊື່ຫົວຂໍ້ຟອມຂອງເຮົາທີ່ເຮົາຈະສະແດງໃຫ້ຜູ້ໃຊ້ເຫັນ. ຖ້າວ່າຊ໋ອງໂຕນີ້ບໍ່ໄດ້ຕື່ມໃສ່ ແມ່ນຫົວຂໍ້ຟອມຂອງເຮົາຈະດຶງມາຈາກຊ໋ອງ form_id

form_id: ລະຫັດໄອດີທີ່ບໍ່ຊ້າກັນຂອງຟອມເຮົາທີ່ໃຊ້ໃນ server. ຖ້າວ່າຊ໋ອງໂຕນີ້ບໍ່ໄດ້ຕື່ມໃສ່ ແມ່ນຈະດຶງມາຈາກຊື່ຂອງຟາຍ XLS ເຮົາ.

public_key: ໃຊ້ສໍາລັບກໍລະນີທີ່ເຮົາເຂົ້າລະຫັດຟອມຂອງເຮົາໄວ້. ຊ໋ອງນີ້ແມ່ນເຮົາຈະຕື່ມ public key ທີ່ເຮົາສ້າງຂຶ້ນມາວາງໄວ້ບ່ອນນີ້.

submission_url: ສໍາລັບຊ໋ອງນີ້ ແມ່ນເຮົາຕື່ມ url ທີ່ເຮົາຈະໃຫ້ມັນສົ່ງຂໍ້ມູນໄປ.

default_language: ກໍລະນີທີ່ຟອມເຮົາມີ 2 ພາສາ ເຮົາຈະຕັ້ງຄ່າບ່ອນນີ້ສໍາລັບພາສາທີ່ເຮົາຢາກໃຫ້ສະແດງເປັນຄ່າເລີ່ມຕົ້ນ.

version: ປະກອບດ້ວຍຕົວເລກ 10 ຕົວເລກ ທີ່ບອກເຖິງການປ່ຽນແປງຂອງຟອມເຮົາ. ໂດຍທົ່ວໄປແລ້ວ 10 ຕົວເລກແມ່ນຈະໃສ່ໃນຮູບແບບ ‘yyyymmddrr’ ຕົວຢ່າງ 2020040401 ກະຄື ການປ່ຽນແປງຄັ້ງທີ່ 1 ຂອງວັນທີ 04 ເດືອນເມສາ ປີ 2020

ຂອບໃຈຂໍ້ມູນຈາກ XLSForm.org

ຕັ້ງຄ່າ Google Drive ເພື່ອໃຊ້ໃນການຮັບຟອມ (Set up Google Drive as a form server)

ປົກກະຕິແລ້ວ ຫຼັງຈາກທີ່ເຮົາສ້າງຟອມເຮົາສໍາເລັດແລ້ວ ເຮົາຈະຕ້ອງມີ database hoting ບ່ອນເກັບຖານຂໍ້ມູນຂອງເຮົາສໍາລັບເກັບຟອມແບບສອບຖານ ເຊິ່ງວ່າເຮົາສາມາດໄປນໍາໃຊ້ການບໍລິການທີ່ເປີດໃຫ້ນໍາໃຊ້ຟຣີເຊັ່ນ: Kobo Collect ມີທັງແພັກເກດນໍາໃຊ້ຟຣີ ແລະ ເສຍເງິນ ຫຼື Open Data Kit (ສໍາລັບໂຕນີ້ ແມ່ນເຮົາຈະຕ້ອງມີ database host ຂອງເຮົາເອງ ແລະ ຕົວເລືອກທີ່ເຮົາຈະແນະນໍາອັນສຸດທ້າຍເລີຍກະຄືໃຊ້ Google Drive. ດຽວເຮົາຈະມາເບິ່ງກັນເລີຍວ່າເຮົາຈະມີການ set up ແນວໃດ.

ດຽວເຮົາຈະມາທວນວິທີການຕັ້ງແຕ່ການປ້ອນຟອມຂອງເຮົາຈົນໄປເຖິງການອັບໂຫຼດຂໍ້ມູນຂອງເຮົາກັນກ່ອນເນາະ ຂັ້ນຕອນມັນຈະມີປະມານນີ້:

  1. ສ້າງຟອມໂດຍການໃຊ້ Excel.
  2. ສ້າງ Google Sheets ເປົ່າສໍາລັບຮັບຟອມທີ່ສົ່ງເຂົ້າມາ.
  3. ປ່ຽນ (covert) ຟອມຈາກຟາຍ Excel ມາເປັນໃນຮູບແບບຟອມ XML ໂດຍການໃຊ້ເຄື່ອງມືອອນລາຍ ODK Kit XLS Form ຫຼື ຈະໃຊ້ python ກໍ່ໄດ້.
  4. ອັບໂຫຼດຟາຍ XML ຂຶ້ນໄປ Google Drive
  5. ຕັ້ງຄ່າ ແລະ ດາວໂຫຼດຟອມມາຕິດຕັ້ງໃນແອັບ ODK Collect ຕອນນີ້ຮອງຮັບສະເພາະລະບົບ Android