So-net ເປີດໂຕອິນເຕີເນັດຄວາມໄວສູງ 2 Gbps ແຮງກວ່າ Google Fiber 2 ເທົ່າ

Sony ເຈົ້າຂອງ So-net ຜູ້ໃຫ້ບໍລິການອິນເຕີນັດໃນຢີ່ປຸ່ນເປີດນຳໃຊ້ອິນເຕີເນັດຄວາມໄວສູງ 2 Gbps ໃນການ ດາວໂຫຼດ ແລະ 1 Gbps ໃນການອັບໂຫຼດ, ການບໍລິການດັ່ງກ່າວຈຳກັດແຕ່ຢູ່ໃນ 6 ເຂດໃນຕົວເມືອງຫຼວງ ໂຕກຽວ (Tokyo). ຜູ້ໃຫ້ບໍລິການອິນເຕີເນັດເຊື່ອວ່າ ຄວາມໄວດັ່ງກ່າວແມ່ນເປັນຄວາມໄວທີ່ໄວທີ່ສຸດໃນໂລກ. So-net ເປີດນຳໃຊ້ອິນເຕີເນັດຄວາມໄວສູງດັ່ງກ່າວໃນວັນທີ່ 15/04/2013 ຜ່ານ ມາໃນລຄາທີ່ຖືກຫຼາຍຄື $51 (ໂດລາ) ຕໍ່ເດືອນ ຫຼື ¥4.980 (ເຢັນ) ຕໍ່ເດືອນສຳລັບຜູ້ເຊັນສັນຍາ 2 ປີ, ບວກກັບຄ່າຕິດຕັ້ງ ¥52,500 (ເຢັນ) ຫຼື $537 (ໂດລາ) ປະມານ 4 ລ້ານກວ່າກີບແຕ່ໃນຕອນນີ້ຟຼີສຳລັບຜູ້ລົງທະບຽນອອນລາຍ.

So-net ບອກວ່າເພິ່ນໃຊ້ GPON (Gigabit-capable Passive Optics Networks) ໃນການບໍລິການເຊິ່ງຮອງຮັບ ຄວາມໄວສູງສຸດໄດ້ເຖິງ 2.488 Gbps.

ສິ່ງນີ້ເປັນຂ່າວດີທີ່ບອກໃຫ້ເຮົາຮູ້ວ່າອິນເຕີເນັດດຽວນີ້ແມ່ນຄວາມໄວສູງແຕ່ລາຄາຖືກໃນປະເທດທີ່ເຂົາພັດທະນາແລ້ວ, ເຖິງຢ່າງໃດກໍຕາມເຮົາຄວນພູມໃຈທີ່ເຮົາມີອິນເຕີເນັດຄວາມໄວບໍ່ສູງ ແລະ ບໍ່ຊ້າເກີນໄປໄວ້ໃຊ້ທຽບໃສ່ ປະເທດທີ່ເຂົາປິດກັ້ນອິນເຕີເນັດແມ່ນຖືວ່າມີດີກວ່າບໍ່ມີ.

ຂອບໃຈທີ່ມາ TheVergePCWORLDSO-NET