Laotelecom ປ່ຽນແພັດເກດອິນເຕີເນັດ 3G ໃໝ່ເລີ່ມນຳໃຊ້ 16 ພະຈິກ 2012 ເປ?

Print

ສອງ-ສາມມື້ຜ່ານມານີ້ຢູ່ໜ້າ Facebook Laotel ຂອງລັດວິສາກະກິດລາວໂທ​ລະ​ຄົມ (Lao Telecom) ໄດ້ປະກາດບອກວ່າຈະປ່ຽນແພັດເກດ  ການນຳໃຊ້ອິນເຕີເນັດຂອງເຄື່ອຄ່າຍສາມຈີໃໝ່(ສະເພາະແຕ່ເບີຫຼີ້ນອິນເຕີເນັດ)ໂດຍມີລາຍລະອຽດຕາມຮູບຂ້າງເທິງ ແລະ ເພິ່ນຈະໄດ້ເລີ່ມນຳໃຊ້ໃນ ວັນທີ່ 16 ພະຈິກ 2012 ເປັນຕົ້ນໄປ, ສ່ວນແພັດເກດເກົ່າຕົວຢ່າງ: ແພັກເກດ 9 Unlimited 1 ມື້ນັ້ນ ແລະ ແພັດເກດອື່ນໆຈະໄດ້ຢຸດການນຳໃຊ້ ໃນວັນທີ 15  ພະຈິກ 2012. ຫາກໃຜສົນໃຈສາມາດຊື້ໄດ້ຈາກສູນບໍລິການຂອງເພິ່ນ ຫຼື ສອບຖາມຂໍ້ມູນເພີ່ມເຕີມໂທ 131

ຂອບໃຈຮູບຈາກ Laotel