ກຸ່ມ Anonymous ແຮກເວັບໄຊ ເກົາຫຼີເໜືອ Uriminzokkiri

ກຸ່ມ Anonymous ໄດ້ອອກມາປະກາດວ່າຕົນໄດ້ແຮກເວັບໄຊເກົາຫຼີເໜືອແຫ່ງໜຶ່ງມີຊື່ວ່າ Uriminzokkiri  ໄດ້ລັກຂໍ້ມູນຜູ້ໃຊ້ໄປຫຼາຍກວ່າ 15,000 ບັນຊີ. ນອນັ້ນກຸ່ມ Anonymous ໄດ້ຂຽນຂໍ້ຄວາມໄວ້ໃຫ້ລັດຖະບານ ເກົາຫຼີເໜືອໄດ້ອ່ານອີກດ້ວຍ ບົດບັນທຶກ ດັ່ງກ່າວມີຄວາມໝາຍໃຈຄວາມຫຼັກໆແມ່ນໃຫ້ປະທານນາທິບໍດີ ເກົາຫຼີເໜືອຄິມຈ໋ອງອັນລ່າອອກຈາກຕຳແໜ່ງ, ໃຫ້ປະເທດເກົາຫຼີເໜືອຢຸດກັບການຜູກຕິດກັບອາວຸດ ນິວເຄຍແລ້ວຫັນໄປໃສ່ການເປີດກວ້າງອິນເຕີເນັດໃຫ້ກັບປະຊາຊົນນັ້ນກໍຄືປະເທດເກົາຫຼີເໜືອເອງ. ຕາມບົດບັນທຶກທີ່ Anonymous  ສາມາດເຂົ້າໄປໃນລະບົບອິນເຕີເນັດພາຍໃນ, ເມວລເຊີບເວີ ແລະ ເວັບເຊີບເວີ. ເຮົາຝາກຂໍ້ຄວາມນີ້ໄວ້ຕອນທ້າຍເປັນປະໂຫຍກບາງສ່ວນໃນບົດບັນທຶກ

“First we gonna wipe your data, then we gonna wipe your badass dictatorship “government””

ຂອບໃຈທີ່ມາ Thenextweb