ເບີຫຼິ້ນອິນເຕີເນັດ unlimited "2Teen" ຈາກ Etl

ປະມານເກືອບເດືອນໜຶ່ງນິຕິຈື່ບໍ່ໄດ້, ໄດ້ຍິນວ່າທາງ Etl ເພິ່ນໄດ້ເປີດນຳໃຊ້ເບີໃໝ່ຊື່: ‘2Teen” ເປັນເບີຫຼິ້ນເນັດ 3G ແພັດເກດ Unlimited. ໂດຍລາຄາແມ່ນ 20.000 ກີບ.ແພັດເກດຂອງເພິ່ນແມ່ນ 4000 ກີບຕໍ່ມື້, ເຊິ່ງເພິ່ນຈະຕັດຕອນກາຍ 12 ໂມງຂອງມື້ໃໝ່ຫຼັງຈາກເຮົາຊຳລະ ຫຼື ຫຼິ້ນເນັດຂອງມື້ນັ້ນແລ້ວເມື່ອກ້າວໄປມື້ໃໝ່ເພິ່ນກໍຈະຕັດເລີຍ.

ຄວາມເຫັນສ່ວນຂອງເຮົາຫຼັງຈາກໃຊ້ ແລະ ຊື້ມາ

ເມື່ອຊື້ເບີມາແລ້ວແມ່ນຕ້ອງໄດ້ລົງທະບຽນເບີກ່ອນໂດຍໂທໄປ 135 ແລ້ວບອກເຂົາວ່າຕ້ອງການເປີດນຳໃຊ້ເບີ 2Teen

ການສະໝັກບໍລິການແມ່ນພິມ 3 ສົ່ງໄປ 333 ຫາກໃຜຊື້ເບີທີ່ໂທບໍ່ໄດ້ ແລະ ຢາກໂທໄດ້ແມ່ນໃຫ້ ພິມ 1 ສົ່ງໄປ 333 ເພິ່ນຈະຕັດເງິນອີກຕ່າງຫາກ ມື້ລະ 1.000 ກີບ.

ຄວາມໄວອິນເຕີເນັດຜ່ານການຫຼິ້ນແລ້ວເຫັນວ່າມັນກະບໍ່ແມ່ນຄວາມໄວ 3G ເລີຍໂດຍສະເລ່ຍແລ້ວຄວາມໄວຈະຢູ່ທີ່ 0.5Mbps ມັນກະພໍຫຼິ້ນໄດ້ຢູ່ ໂດຍສະເພາະໃຊ້ຫຼິ້ນເກມອອນລາຍຄ່າ ping ແມ່ນຕ່້ຳຫຼາຍຈົນບໍ່ເກີດອາການກະຕຸກເລີຍ, ແຕ່ຫາກໃຜຄິດວ່າຈະໃຊ້ມາດາວໂຫຼດແລ້ວແມ່ນເຮົາບໍ່ ແນະນຳເລີຍ.

ຖ້າໃຜຢາກຊື້ແມ່ນສາມາດຊື້ໄດ້ທີ່ສູນບໍລິການລູກຄ້າ