Temple Run 2 ລົງ Play Store ແລ້ວ

ຫຼັງຈາກ Imangi Studios ໄດ້ສົ່ງ Temple Run 2 ລົງ Apple Store ໃນອາທິດທີ່ຜ່ານມາ, ອາທິດນີ້ເພິ່ນໄດ້ນຳເກມດັ່ງກ່າວມາລົງໃຫ້ຄົນທີ່ໃຂ້ Android OS ໄດ້ຫຼິ້ນກັນ. Temple Run 2 ໃນ Apple Store ໄດ້ຮັບສຽງຕອບຮັບດີຫຼາຍດ້ວຍຈຳນວນດາວໂຫຼດຫຼາຍກວ່າ 20 ລ້ານກວ່າຄັ້ງ. Co-founder Keith Shepherd ໄດ້ບອກວ່າ:”ເຮົາດີໃຈຫຼາຍທີ່ໄດ້ປ່ອຍເກມ Temple Run 2 ທັງສອງລະບົບປະຕິບັດການນີ້ໃກ້ກັນກວ່າການປ່ອຍເກມ ພາກທຳອິດ ແລະ ເຮົາຫວັງວ່າມີຫຼາຍໆຄົນທີ່ໃຊ້ Android OS ກຳລັງລໍຖ້າຫຼິ້ນເກມນີ້ຢູ່”

ຂໍ້ຄວາມຕົ້ນສະບັບທີ່ Co-founder Keith Shepherd ໄດ້ສົ່ງບອກເວັບ Thenextweb ຜ່ານ e-mail

“We’re just happy to have the launch much closer together for Temple Run 2 than on the original. We definitely have a lot of fans on Android, so we didn’t want them to have to wait to get their hands on the sequel. It’s as close to a simultaneous launch as we’ve ever been able to do”

ທ່ານສາມາດດາວໂຫຼດເກມ Temple Run 2 ຕາມລິ້ງນີ້ສຳລັບ Android | Apple

ຂອບໃຈທີ່ມາ Thenextweb