LG ເປີດໂຕ Nexus 4 ສີຂາວ

LG_NEXUS4_WHITELG ໄດ້ເປີດໂຕໂທລະສັບມືຖື  Nexus 4 ສີຂາວເປັນໂທລະສັບຕະກຸນ Nexus ຂອງ Google ເລີ່ມຂາຍທົ່ວໂລກໃນ ວັນທີ 29 ຜ່ານມາ, ປະເທດທີ່ ວາງຂາຍເປັນປະເທດທຳອິດແມ່ນເຂດປົກຄອງພິເສດຮ່ອງກົງ ປະເທດຈີນຕາມ ດ້ວຍທົ່ວທະວີບອາຊີ, ເອີຣົບ, ອາເມລິກາເໜືອ… Nexus 4 ໂຕໃໝ່ນີ້ມີພຽງແຕ່ປ່ຽນສີຂອງດ້ານຫຼັງເປັນສີຂາວ ສວ່ນສະເປັກເຄື່ອງກໍບໍ່ມີການປ່ຽນແປງຈາກໂຕເກົ່າເລີຍຄື: ໜ້າຈໍ 4.7 ນິ້ວ ຄວາມລະອຽດ 768×1280 True HD IPS Plus display (320ppi), ໃຊ້ຊິບປະມວນຜົນ Qualcomm Snapdragon™ S4 Pro, RAM 2GB, ກ້ອງຫຼັງ 8 ລ້ານພິກເຊວ ແລະ ກ້ອງໜ້າ 1.3 ລ້ານພິກເຊວ, Nexus 4 ສີຂາວ ດັ່ງກ່າວຈະມາພ້ອມກັບລະບົບປະຕິບັດ ການ Android 4.2 Jelly Bean.

ຂອລໃຈທີ່ມາ Thenextweb, LG