ແຮກເກີສາມາດເຮັດໃຫ້ Facebook Home ຕິດຕັ້ງໃນ Android ທຸກລຸ້ນ

ຫຼັງຈາກທີ່ Facebook ໄດ້ປ່ອຍແອບ Facebook Home ລົງໃນ Play Store 2 ວັນກ່ອນໜ້ານີ້ແຕ່ແອບດັ່ງກ່າວ ຍັງຈຳກັດການດາວໂຫຼດຢູ່ເພາະວ່າມີແຕ່ຄົນທີ່ອາໄສຢູ່ໃນເຂດສະຫະລັດອາເມລິກາເທົ່ານັ້ນທີ່ສາມາດດາວໂຫຼດໄດ້, ນອກນັ້ນ Facebook ເພິ່ນຍັງຈຳກັດພຽງແຕ່ບາງລຸ້ນເທົ່ານັ້ນທີ່ດາວໂຫຼດແອບດັ່ງກ່າວໃນຕອນນີ້, ທ່ານສາມາດເຂົ້າໄປອ່ານຂ່າວເກົ່າ.

ແຕ່ເຖິງຢ່າງໃດກໍຕາມກະຍັງມີແຮກເກີຄົ້ນໜຶ່ງໃນ XDA Developers ມີນາມວ່າ: theos0o ໄດ້ຂຽນວິທີເຮັດໃຫ້ ແອບ Facebook Home ດັ່ງກ່າວຕິດຕັ້ງໃນໂທລະສັບມືຖືແອນດອຍ (Android) ທຸກລຸ້ນ. ທ່ານສາມາດເຂົ້າໄປ ອ່ານໄດ້ທີ່ນີ້.

ກ່ອນທ່ານຈະເຮັດແມ່ນຕ້ອງຄຳນຶງວ່າການຕິດຕັ້ງແອບທີ່ຍັງບໍ່ເປັນແອບທີ່ຖືກຢືນຢັນຈາກ Facebook ໂດຍກົງ ນັ້ນອາດເກີດບັນຫາກັບອຸປະກອນ ຂອງທ່ານໄດ້, ຄວນຄິດໃຫ້ດີກ່ອນທີ່ຈະເຮັດ.

ວິທີການເຮັດ:

  • ຖອນການຕິດຕັ້ງແອບ Facebook, Facebook Messenger ແອບຕ່າງໆທີ່ Facebook ເປັນຜູ້ສ້າງ. ຖ້າໂທລະສັບຂອງທ່ານແມ່ນມີແອບ Facebook ທີ່ຖືກຕິດຕັ້ງມາກັບເຄື່ອງເປັນຄ່າເລີ່ມຕົ້ນ, ໃຫ້ທ່ານ ອາດຕ້ອງໄດ້ root ອຸປະກອນຂອງທ່ານເພື່ອຖອນການຕິດຕັ້ງ.
  • ດາວໂຫຼດຟາຍ Facebook Home ແລະ Facebook Messenger. ຫຼັງຈາກນັ້ນແຍກຟາຍ .rar ອອກ.
  • ຕິດຕັ້ງ official Facebook app (com.facebook.katana), ຫຼັງຈາກນັ້ນ Facebook Home launcher (com.facebook.home), ຫຼັງຈາກນັ້ນ Facebook Messenger app (com.facebook.orca).
  • ເປີດໃຊ້ງານ Facebook Home ຢູ່ທາງລຸ່ມຖັດຈາກ Facebook app settings. ຫຼັງຈາກນັ້ນ reboot ອຸປະກອນຂອງທ່ານ.
  • ຫາກມີບັນຫາເກີດຂຶ້ນໃຫ້ທ່ານ reboot ເຂົ້າໄປໂໝດ recovery ແລະ ລຶບ Dalvik cache.

ທ່ານສາມາດເຮັດໄດ້ໂດຍອຸປະກອນຂອງທ່ານບໍ່ຈຳເປັນຕ້ອງຖືກ root ຫຼື ອຸປະກອນທີ່ຖືກ root ແລ້ວ. ຫຼາຍສຽງຈາກການຕອບກັບເຫັນວ່າຫຼາຍ ກວ່າ 300 ກວ່າຕອບກັບວ່າມັນເຮັດວຽກໄດ້ດີ, ບໍ່ມີບັນຫາຫຍັງ.

ຂອບໃຈທີ່ມາ ThenextwebXDA Developers