ໃຊ້ AVG Internet Security 2013 ແລະ AVG Antivirus 2013 1 ປີຟຼີ

ເຮົາສາມາດໃຊ້ AVG Internet Security 2013 ແລະ AVG Antivirus 2013 ເປັນແບບໃຫ້ໃຊ້ທົດລອງດົນເຖິງ 1 ປີເຕັມຂອງທາງບໍລິສັດ Anti virus ຊື່ດັ່ງ AVG ສ່ວນຫຼາຍແລ້ວ ແມ່ນເພິ່ນຈະໃຫ້ໃຊ້ທົດລອງແຕ່ 30 ວັນເຖິງ 90 ວັນ, ເຮົາກໍບໍ່ຮູ້ຄືກັນວ່າເປັນ ຫຍັງເພິ່ນຈຶ່ງໃຫ້ທົດລອງໃຊ້ເຖິງໜຶ່ງປີ ບາງທີ່ອາດຈະເປັນການຕະຫຼາດກໍເປັນໄດ້. ໃຜທີ່ສົນໃຈຢາກລອງໃຊ້ເບິ່ງ ສາມາດເຂົ້າໄປດາວໂຫຼດຕາລິ້ງຂ້າງລຸ່ມນີ້, ສວ່ນລາຍເຊັນນັ້ນແມ່ນບໍ່ມີເດີ້, ມັນຈະເປັນລາຍເຊັນໃຫ້ມາກັບໂຕໂປ ແກມເລີຍ ໝາຍຄວາມວ່າເມື່ອເຮົາຕິດຕັ້ງສຳເລັດແລ້ວມັນຈະ Active ລາຍເຊັນໃຫ້ອັດຕະໂນມັດເລີຍໂດຍບໍ່ຈຳ ເປັນຕ້ອງລົງທະບຽນຫຍັງ.

ລິ້ງດາວໂຫຼດ

AVG Internet Security 2013 ສຳລັບຜູ້ທີ່ໃຊ້ຄອມພິວເຕີ 32 bit

AVG Internet Security 2013 ສຳລັບຜູ້ທີ່ໃຊ້ຄອມພິວເຕີ 64 bit

AVG Antivirus 2013 ສຳລັບຜູ້ທີ່ໃຊ້ຄອມພິວເຕີ 32 bit

AVG Antivirus 2013 ສຳລັບຜູ້ທີ່ໃຊ້ຄອມພິວເຕີ 64 bit