ໃຊ້ Kaspersky Anti Virus 2013 ຟຼີລາຍເຊັນ 1 ປີ

Kaspersky Lab ຮ່ວມກັບ ASUS ແຈກໂປແກມ Kaspersky Anti Virus 2013 ໃຫ້ນັກຫຼິ້ນເກມທີ່ໃຊ້ ເມນບ໋ອດ (Mainboard) ASUS ROG Motherboard (Republic of Gamers) ເປັນເມນບ໋ອດທີ່ຈຳໜ່າຍ ໃຫ້ແກ່ລູກຄ້າລະດັບ hi-end ຂອງຄົນຫຼິ້ນເກມ. ການແຈກຄັ້ງນີ້ແມ່ນເພິ່ນໃຫ້ຄົນທີ່ໃຊ້ເມນບ໋ອດດັ່ງກ່າວ ສາມາດດາວໂຫຼດໂປແກມ Kaspersky Anti Virus 2013 ພ້ອມລາຍເຊັນ 1 ປີ ຖ້າໃຜໃຊ້ເມນບ໋ອດ ASUS ROG ທ່ານສາມາດເຂົ້າໄປດາວໂຫຼດໃຊ້ກັນໄດ້ຟຼີເລີຍ Kaspersky Anti Virus 2013 ສຳລັບ ROG motherboard. ແຕ່ຖ້າເຮົາບໍ່ໄດ້ໃຊ້ ASUS ROG motherboard ເດຊັ້ນຢາກດາວໂຫຼດມາໃຊ້ໄດ້ບໍ່? ຄຳຕອບຄືບໍ່ໄດ້ເພາະ ໂປແກມມັນຈະກວດສອບວ່າຄອມເຮົາໃຊ້ ເມນບ໋ອດໂຕນີ້ບໍ່? ແຕ່ວ່າອີກເທື່ອໜຶ່ງເຮົາສາມາດໃຊ້ Kaspersky Anti Virus 2013 ໃຊ້ໄດ້ດ້ວຍການດັດແປງເລັກໆນ້ອຍໆ.

ວິທີເຮັດໃຫ້ Kaspersky Anti Virus 2013 ສຳລັບເມນບ໋ອດ ASUS ROG motherboard ໃຊ້ໄດ້ທຸກເຄື່ອງ

  • ທຳອິດເລີຍໃຫ້ເຮົາໂດຍໂຫຼດໂປແກມ 7-Zip ມາກ່ອນ

ຫຼັງຈາກນັ້ນໃຫ້ເຮົາເຂົ້າໄປ Kaspersky Anti Virus 2013 ສຳລັບ ROG motherboard ແລ້ວໄປດາວໂຫຼດ ໂປແກມນັ້ນມາໂດຍກົດປຸ່ມ Download Now

Untitled_

ຖອນຟາຍຈາກຟາຍ Zip ຊື່ KAV13014190_ROG ອອກມາແລ້ວທ່ານຈະເຫັນຟາຍໂປແກມຊື່ KAV13.0.1.4190_ROG ຫຼັງຈາກນັ້ນໃຫ້ທ່ານ ກົດຂວາຊີ້ໄປທີ່ 7-Zip ເລືອກເອົາ Extract to “KAV13.0.1.4190_ROG”

Untitled_1

ເຂົ້າໄປໂຟນເດີທີ່ທ່ານຫາກໍ່ຖອນຟາຍ kavkis.msi ດ້ວຍ 7-zip ອອກມາໃຫ້ເບິ່ງຟາຍ cbi.dll ໃຫ້ສຳເນົາຟາຍນີ້

ຕໍ່ໄປໃຫ້ທ່ານສ້າງໂຟນເດີຕາມນີ້:

ສຳລັບຄົນໃຊ້ວິນໂດ 32 bit

C:Program FilesKaspersky LabKaspersky Anti-Virus 2013

ສຳລັບຄົນໃຊ້ວິນໂດ 64 bit

C:Program Files (x86)Kaspersky LabKaspersky Anti-Virus 2013

Untitled_2

ຫຼັງຈາກທ່ານສ້າງໂຟນເດີແລ້ວໃຫ້ທ່ານວາງຟາຍທີ່ທ່ານສຳເນົາໄວ້ກ່ອນໜ້ານີ້ໃສ່ໂຟນເດີ Kaspersky Anti-Virus 2013

Untitled_3

ສ້າງໂຟນເດີໃນ C:ProgramData ໂຟນເດີນີ້ປົກກະຕິແລ້ວແມ່ນຈະຖືກເຊື່ອງໄວ້ເປັນຄ່າເລີ່ມຕົ້ນຂອງມັນ,​ ເຮົາຈະເຫັນໂຟນເດີນີ້ກໍຕໍ່ເມື່ອເຮົາ ປ່ຽນການຕັ້ງຄ່າຕາມນີ້ກົດແຖບທີ່ບອກວ່າ Organize ເລືອກ Folder and search option ຈະມີໜ້າຕ່າງຂຶ້ນມາຫຼັງຈາກນັ້ນກົດແຖບ View ຊອກຫາປະໂຫຍກທີ່ຂຽນວ່າ: Hidden files and folders ເມື່ອເຫັນແລ້ວໃຫ້ຕິກ Show hidden files, folders, and drives, ຂັ້ນຕອນສຸດທ້າຍໃຫ້ ກົດ Apply.

ສ້າງໂຟນເດີຕາມນີ້:

C:ProgramDataKaspersky LabAVP13Data

Untitled_5

ກັບໄປເບິ່ງໂຟນເດີ KAV13.0.1.4190_ROG ແລ້ວເປີດຟາຍ kavkis.cab ດ້ວຍການກົດຂວາເລືອກ 7-zip ເລືອກ Open ຫຼື ຖອນຟາຍອອກມາກໍ່ໄດ້. ໃຫ້ເຮົາຊອກຟາຍ  _1AA7CD13.key ຫຼັງຈາກນັ້ນສຳເນົາມັນໄປ ໃສ່ໂຟນເດີທີ່ເຮົາສ້າງໄວ້ກ່ອນ ໜ້ານີ້ C:ProgramDataKaspersky LabAVP13Data

Untitled_6

ຂັ້ນຕອນສຸດທ້າຍໃຫ້ທ່ານທຳການຕິດຕັ້ງໂປແກມ Kaspersky Anti Virus 2013 ສຳລັບ ROG motherboard  ຫຼື ດາວໂຫຼດເວີເຊິນທຳມະດາ Kaspersky Lab Download