Google Translate ຮອງຮັບພາສາ"ລາວ"ແລ້ວ

Untitled

ເປັນອີກໜຶ່ງຄວາມພາກພູມໃຈເມື່ອ Google Translate Team ໄດ້ເພີ່ມພາສາ“ລາວ” ເຂົ້າໃນ Google Translate ຈາກທີ່ຮອງຮັບໄດ້ 65 ພາສາ ແລະ 66 ພາສາໃນຕອນນີ້. ເຖິງຢ່າງໃດກໍຕາມການເພີ່ມພາສາລາວເຂົ້າລະບົບການແປໃນ Google Translate ໃນຕອນນີ້ຍັງຢູ່ຂັ້ນທົດລອງ ຫຼື ຍັງຢູ່ໃນສະຖານະ “alpha” ຕ້ອງຖ້າການຂໍ້ມູນເພີ່ມເຕີມອີກຫຼາຍເລີຍເພື່ອໃຫ້ຮອງຮັບການແປໃນທຸກໆກໍລະນີ ເມື່ອເວລາເຮົາແປ. ແລ້ວໃຜຈະມາເປັນຄົນທີ່ຈະເພີ່ມຂໍ້ມູນ? ນອກຈາກນັກພັດທະນາ ແລະ ອາສາສະມັກກແລ້ວ ຄົນທີ່ເຮົາຕ້ອງການທີ່ສຸດແມ່ນ ໂຕທ່ານເອງເມື່ອຄຳສັບໃດທີ່ຍັງບໍ່ໄດ້ຖືກແປເທື່ອ ເຮົາກໍສາມາດແປໃຫ້ເພິ່ນເພື່ອເປັນການເກັບຂໍ້ມູນໃຫ້ຫຼາຍໆ.

 

ຫາກໃຜສົນໃຈສາມາດອ່ານຕື່ມໄດ້ທີ Google Translate Blog