Google ງານເຂົ້າ, ເປັນຫຍັງ ຄືບໍ່ເຫັນລິ້ງດາວໂຫຼດ ແອບ IOS ໂດຍກົ?

ເລື່ອງນີ້ເກີດຂຶ້ນໃນມື້້ນີ້ເມື່ອເວັບໄຊ Thenextweb ໄດ້ສັງເກດເຫັນວ່າມີການປ່ຽນແປງໃນການຄົ້ນຫາໃນ ເຄື່ອງມືຄົ້ນຫາ Google, ປັນຫາດັ່ງກ່າວແມ່ນ Google ໄດ້ບ໋ອກລິ້ງ itune ທີ່ເປັນດາວໂຫຼດໂດຍກົງຂອງແອບ IOS ຈາກການສະແດງຜົນການຄົ້ນຫາ.

ຕາມຄວາມເປັນຈິງແລ້ວເມື່ອເວລາເຮົາຄົ້ນຫາແອບຂອງລະບົບປະຕິບັດການ IOS ເຊັ່ນ: Line for iPhone, Skype for iPad ແລະ ອີກຫຼາຍໆຄຳຜົນຄົ້ນຫາມັກຈະເປັນລິ້ງດາວໂຫຼດໂດຍກົງຈາກ itune ເລີຍເປັນອັນດັບ ທຳອິດ. ທາງ Thenextweb ໄດ້ຕິດຕໍ່ໄປຫາ Google ແລ້ວກ່ຽວກັບປັນຫາທີ່ເກີດຂຶ້ນແຕ່ຍັງບໍ່ມີ ການຕອບກັບ ຈາກ Google ເທື່ອ.ກົງກັນຂ້າມກັບ Android ແອບຍັງສາມາດເຫັນຄືເກົ່າໃນອັນດັບທຳອິດ.

ເຖິງວ່າເຮົາຈະຄົ້ນຫາຢ່າງໃດກໍຕາມທັງໃນຄອມ(Desktop), ໂທລະສັບມືຖືບໍ່ວ່າຈະເປັນມືຖືທີ່ໃຊ້ລະບົບ Android, IOS, Windows Phone ກໍຕາມກະ ຍັງບໍ່ເຫັນລິ້ງໂດຍໂຫຼດໂດຍກົງຈາກ itune ເລີຍແມ້ແຕ່ເບິ່ງຫຼາຍໆໜ້າ ກໍຕາມ . ເຖິງຢ່າງໃດກໍຕາມ Google ຍັງປິດຊ່ອງທາງການຄົ້ນຫານີ້ຍັງບໍ່ໝົດ ເຮົາສາມາດຄົ້ນຫາລິ້ງໂດຍກົງ ສຳລັບດາວໂຫຼດແອບຂອງເຮົາໄດ້ຜ່ານແອບຄົ້ນຫາຂອງ Google ເອງ.

ເຮົາຍືນຍັນວ່າມື້ວານນີ້ຍັງສາມາດເຫັນລິ້ງດາວໂຫຼດຈາກ itune ຢູ່ແຕ່ເປັນຫຍັງມື້ນີ້ຄືບໍ່ເຫັນ.

google search result have itune link

ຄົ້ນຫາໂດຍໃຊ້ແອບຂອງ Google

Google search no result for itune link

ຄົ້ນຫາດ້ວຍ Safiri

ອັບເດດ: ພະນັກງານ Google ໄດ້ອະທິບາຍບັນຫາດັ່ງກ່າວໃຫ້ທາງເວັບ TheVerge ວ່າ: ເພິ່ນມີບັນຫາໃນການເອົາໜ້າເວັບຈາກ ເຊີບເວີຂອງ itune ມາສະແດງ, ສະນັ້ນຜົນຕາມມາກໍຄືບາງຄົນຈະມີບັນຫາໃນການຄົ້ນຫາຂໍ້ມູນທີ່ກ່ຽວຂ້ອງກັບ itune ແອບ, ພວກເຮົາກຳລັງແກ້ໄຂບັນຫານີ້ຢູ່.

ຂໍ້ຄວາມຕົ້ນສະບັບ:

We’ve been having some issues fetching pages from the iTunes web servers, and as a result some people may have had problems finding iTunes apps in search easily. We’re working with the team there to ensure search users can find what they’re looking for.

ຂອບໃຈທີ່ມາ Thenextweb