ຊ່ອງທາງໃນການເບິ່ງຖ່າຍ ທອດສົດງານ WWDC 2013

wwdc13-about-main

ງານທີ່ໜ້າສົນໃຈໃນມື້ນີ້ແມ່ນງານ WWDC 2013 ທີ່ທາງ Apple ຈະຈັດຂຶ້ນໃນ Moscone Center ໃນເມືອງ San Francisco ຫຼາຍຄົນຄົງຈະສົນໃຈ ກັນວ່າງານນີ້ຈະມີຫຍັງເປີດໂຕໃໝ່ແນ່ສຳລັບສິນຄ້າຂອງ Apple ແຕ່ທີ່ແນ່ນອນແມ່ນເພິ່ນຈະເປີດໂຕເວີເຊິນໃໝ່ຂອງລະບົບປະຕິບັດການ IOS ແລະ MAC OS…. ສ່ວນຄົນທີ່ສົນໃຈຢາກຕິດຕາມງານດັ່ງກ່າວຈະຈັດຂຶ້ນໃນທ່ຽງຄືນຂອງວັນຈັນເຊິ່ງກໍແມ່ນມື້ນີ້ຕາມເວລາບ້ານ ເຮົາ, ຖ້າໃຜສົນໃຈ ກໍສາມາດຕິດຕາມໄດ້ຫຼາຍຊ່ອງທາງເຊັ່ນ: ການລາຍງານສົດຜ່ານ Live blog ຫຼື ການຖ່າຍ ທອດສົດເລີຍກໍໄດ້ລາຍລະອຽດມີດັ່ງນີ້:

ການລາຍງານສົດຜ່ານ Live blog ຂອງເວັບຕ່າງໆມີດັ່ງນີ້:

Thenextweb

TheVerge

ການຖ່າຍທອດສົດຊ່ອງທາງນີ້ແມ່ນທາງຕ້ອງມີ Apple TV ຈຶ່ງຈະສາມາດເບິ່ງໄດ້ໂດຍເຂົ້າ App “Apple Events” ຫຼື ທ່ານສາມາດເບິ່ງຖ່າຍທອດສົດ ໄດ້ຜ່ານທາງເວັບໄຊ Apple ໂດຍກົງຜ່ານລິ້ງນີ້ http://www.apple.com/apple-events/june-2013/ ໝາຍເຫດ: ທ່ານຕ້ອງມີໂປແກມ Quick Time ກ່ອນຈຶ່ງສາມາດເບິ່ງໄດ້.

ຂອບໃຈທີ່ມາ Thenextweb, TheVerge