Apple ປະກາດໃຊ້ການຢືນຢັນບັນຊີ 2 ຂັ້ນໃນບາງປະເທດ

icloud-2stepfaq

ພາບຕົ້ນສະບັບ http://km.support.apple.com/library/APPLE/APPLECARE_ALLGEOS/HT5570/HT5570_01-icloud-2stepfaq-001-en.png

Apple ໄດ້ປະກາດໃຊ້ການຢືນຢັນບັນຊີ Apple ດ້ວຍລະບົບການຢືນຢັນບັນຊີ 2 ຂັ້ນໃນບາງປະເທດຄື: U.S., UK, Australia, Ireland, New Zealand, Mexico, Germany Netherlands, Russia, Austria, Brazil, Belgium, Portugal, Italy ແລະ Poland. ລະບົບການຢືນຢັນບັນຊີ 2 ຂັ້ນນີ້ມີການເຮັດວຽກດັ່ງນີ້ຂັ້ນທຳອິດ ແມ່ນເຮົາເຂົ້າສູ່ລະບົບບັນຊີ Apple ດ້ວຍການໃສ່ລະຫັດຜ່ານຂອງເຮົາ ແລະ ຂັ້ນທີສອງແມ່ນເຮົາຈະຕ້ອງພິມ ລະຫັດ 4 ໂຕໃສ່ລະຫັດ ດັ່ງກ່າວແມ່ນຈະຖືກສົ່ງໄປຫາອຸປະກອນຂອງທ່ານຜ່ານທາງ SMS ຫຼື ການແຈ້ງເຕືອນ ຜ່ານທາງແອບ Find My iPhone ໃນການຢືນຢັນຕົວຕົນ ຂອງທ່ານວ່າທ່ານເປັນເຈົ້າຂອງບັນຊີດັ່ງກ່າວ. ນອກນັ້ນທາງຍັງສາມາດເອົາ Recovery Key ລະຫັດ 14 ຕົວເປັນລະຫັດສຳຮອງໃນກໍລະນີທີ່ທ່ານເຮັດໂທ ລະສັບຂອງທ່ານເສຍ ຫຼື ລືມລະຫັດຜ່ານ.

ລະບົບທີ່ Apple ເພີ່ມເຂົ້າບໍ່ໄດ້ເປັນສິ່ງໃໝ່ເລີຍເພາະມີຫຼາຍບໍລິສັດໄດ້ເອົາໄປໃຊ້ໃນລະບົບລັນຊີຂອງຕົນກ່ອນ ໜ້ານີ້ແລ້ວເຊັ່ນ: Google, Dropbox, Steam, WordPress.com ເປັນຕົ້ນ, ຂໍ້ດີຂອງມັນແມ່ນຈະຊ່ວຍໃນການຖືກຄົນບໍ່ຫວັງດີລັກເອົາບັນຊີຂອງທ່ານຢາກຂຶ້ນກວ່າເກົ່າ.

ຂອບໃຈທີ່ມາ Theverge, 9to5mac, Apple