ວິທີລົງ Windows ໃນເຄື່ອງ Mac

ການທີ່ເຮົາຈະລົງ Windows ໃນເຄື່ອງ MAC ນັ້ນບໍ່ແມ່ນເລື່ອງຢາກເລີຍໂດຍທີ່ເຮົາມາເຮັດຕາມຂັ້ນຕອນດັ່ງລຸ່ມນີ້ເລີຍ

1 ເຂົ້າໄປທີ່> ເມນູ > Bootcamp
2 ກົດເລືອກເອົາ Download the latest Windows support software from Apple ແລະ Install Windows 7 ແລ້ວກົດ Continue

ຖ້າຫາກວ່າ ທ່ານໃດມີ Drivers ແລ້ວ ກໍ່ບໍ່ຈຳເປັນຕ້ອງ ເລືອກເອົາ Download the latest Windows support software from Apple ກາໄດ້ເນາະ ໄຫ້ເລືອກເອົາແຕ່ Install Windows 7 ແລ້ວອ່ານ 2.3 ໄປເລີຍ

2.1 ຂັ້ນຕອນນີ້ແມ່ນ ໄຫ້ດາວໂຫລດເອົາ Drivers ມັນຈະມີສອງອັນໄຫ້ເລືອກ ແມ່ນ ຈະຂຽນ Drivers ລົງໃສ່ CD/DVD ຫລື USB ແລ້ວເຮົາກໍ່ເລືອກເອົາເນາະວ່າຈະຂຽນໄວ້ໃສ ແລ້ວກົດ Continue
2.2 ຕໍ່ມາແມ່ນ ໄຫ້ເຮົາລໍຖ້າການ ດາວໂຫລດ ສຳເລັດ(ປະມານ 500MB ຖ້າດົນແນ່ຫນ້ອຍນື່ງ)ຖ້າເຮົາເລືອກເອົາ CD/DVD ຫລັງຈາກມັນດາວໂຫລດແລ້ວ ມັນກໍ່ຈະຖາມຫາ CD/DVD ເປົ່າ ຫລື ຖ້າເຮົາເລືອກເອາ USB ມັນກໍ່ຈະຖາມວ່າເຮົາຕ້ອງການ USB ຫລື External ອັນໃດ
2.3 ຂັ້ນຕອນນີ້ແມ່ນ ໄຫ້ເຮົາແບ່ງ Partition ເນາະວ່າ ເຮົາຕ້ອງການ ແບ່ງ HD ຂອງເຮົາ ໄຫ້ MAC ແລະ Windows ເທົ່າໃດ ແລ້ວກົດ Continue ລໍຖ້າໄຫ້ມັນແບ່ງ Partition ແລ້ວມັນຈະ Restart (ຂັ້ນຕອນນີ້ແມ່ ໄຫ້ເອົາແຜ່ນ Windows ໃສ່ໄວ້ເລີຍ ເພາະວ່າຫລັງຈາກ Restart ມັນຈະ Boot ແຜ່ນ Windows ຂອງເຮົາເລີຍເນາະ)
3. ມາຮອດຕອນນີ້ແມ່ນຂັ້ນຕອນການລົງ Windows ໄຫ້ເຮົາ ເຮັດຕາມຂັ້ນຕອນການລົງວິນ ແລ້ວ ຕອນທີ່ຈະ Format ໄຫ້ເຮົາເບີ່ງ Partition ທີ່ມີຄຳວ່າ BOOTCAMP ແລ້ວໄຫ້ເຮົາ Format ໄດ້ເລີຍ ແລ້ວກໍ່ເຮັດຕາມຂັ້ນຕອນປົກກະຕຶ
4 ຕອນນີ້ກາແມ່ນຂັ້ນຕອນສຸດທ້າຍແລ້ວເນາະ ຫລັງຈາກ Windows ໄດ້ທຳການລົງສຳເລັດຮຽບຮ້ອຍແລ້ວ ກໍ່ແມ່ນການລົງ Drivers ຂັ້ນຕອນນີ້ແມ່ນ ໄຫ້ເຮົາເອົາ CD/DVD ຫລື USB ທີ່ເຮົາໄດ້ ຂຽນ Drive ລົງ. ໄຫ້ເຮົາເອົາມາໃສ່ ແລ້ວ ເປິດຂື້ນມາ ແລ້ວກໍ່ລົງ ຄື ການລົງ ໂປຮແກຮມ ທົ່ວໄປ
5. ຈົ່ງໃຊ້ Windows ໄຫ້ເປັນປະໂຫຍດ ແລະ ມີຄວາມສຸກ ຂໍຂອບໃຈ

 

By Archie Buysse