ພົບ bug ໃໝ່ໃນ Galaxy S III ໃຊ້ງານໄດ້ໂດຍບໍ່ຕ້ອງປົດ ລ໋ອກໜ້າຈໍ

ການໃສ່ລ໋ອກໜ້າຈໍໂທລະສັບ Samsung Galaxy S III ຂອງທ່ານອາດຈະບໍ່ປອດໄພອີກຕໍ່ໄປເມື່ອມີຄົນຄົ້ນພົບ ວ່າສາມາດເຂົ້າໄປໃຊ້ງານໂທລະສັບໄດ້ໂດຍບໍ່ຕ້ອງປົດລ໋ອກໜ້າຈໍ. Bug ນີ້ຖືກຄົ້ນພົບໂດຍ Sean McMillan, ນອກນັ້ນທາງເວັບ The Verge ໄດ້ຢືນຢັນແລ້ວວ່າ bug ນີ້ຈະເກີດສະເພາະແຕ່ລຸ້ນ Samsung Galaxy S III ຂອງເຄື່ອຄາຍ Sprint ທີ່ໃຊ້ລະບົບປະຕິບັດການ Android 4.1.1.

ວິທີທີ່ເຮັດໃຫ້ເກີດ bug:

  • ກົດປຸ່ມໂທອອກສຸກເສີນ(emergency call)
  • ກົດ Emergency Contacts
  • ກົດປຸ່ມ Home
  • ຫຼັງຈາກນັ້ນໃຫ້ກົດປຸ່ມ power(ປຸ່ມລ໋ອກໜ້າຈໍ ຫຼື ປຸ່ມປິດ/ເປີດໂທລະສັບ)
  • ຫາກສຳເລັດໃຫ້ເຮົາກົດປຸ່ມ power ອີກຄັງແລ້ວເຮົາກໍ່ສາມາດເຂົ້າໄປໃຊ້ງານໂທລະສັບໄດ້ເລີຍ.

ຂອບໃຈທີ່ມາ The Verge, ZDNETSean McMillan