ບໍມີໃຜ Hack ໄດ້ເມື່ອເປີດໃຊ້ 2-step verification ໃນບັນຊີ Google

Google Gmail ໄດ້ອອກລະບົບຮັກສາຄວາມປອດໄພໃຫ້ບັນຊີເຮົາໃໝ່ໂດຍມີຊື່ວ່າ 2-step verification. ການເຮັດວຽກຂອງມັນກະຄືວ່າມແມ່ນ ການເຂົ້າສູ່ລະບົບສອງຊັ້ນໂດຍຊັ້ນທຳອິດແມ່ນເຮົາໃສ່ລະຫັດຜ່ານຂອງເຮົາຕາມທຳມາດາທີເຄີຍເຮັດແຕ່ກ່ອນ, ແລ້ວຫຼັງຈາກທີ່ເຮົາເຂົ້າສູ່ລະບົບ ແລ້ວມັນຈະຖານເຖິງລະຫັດອີກອັນໜຶ່ງເຊິ່ງຈະສົ່ງໃຫ້ທ່ານຜ່ານທາງມືຖືໃນຮູບແບບສຽງ ຫຼື ຂໍ້ຄວາມ ໃນເນື້ອໃນກໍຈະຂຽນວ່າ: “Your Google vertification code is ******” ແປເປັນລາວແມ່ນ ” ການຢືນຢັນບັນຊີຂອງທ່ານ ລະຫັດແມ່ນ ******” ໂດຍລະຫັດຈະມີ 6 ຕົວເລກ, ໃຫ້ເຮົາ ພິມລົງໄປແລ້ວຫຼັງຈາກນັນເຮົາຈຶ່ງໄດ້ມີສິດເຂົ້າໃຊ້ບັນຊີຂອງເຮົາ.

ຖ້າໃຜສົນໃຈແລ້ວຢາກຮູ້ວິທີເຮັດສາມາດເບິ່ງໄດ້ຂ້າງລຸ່ມ

1. ໃຫ້ເຮົາເຂົ້າໄປ Account ຫຼັງຈາກທີ່ເຮົາເຂົ້າສູ່ລະບົບແລ້ວ

2. ເລືອກເອົາແຖບ Security ທີຢູ່ຟາກຊ້າຍມື

3. ຢູ່ບ່ອນນີ້ແມ່ນມັນ Off ຢູ່ ໃຫ້ເຮົາຄິຣກ On

Screenshot-2

4. ມັນຈະເປີດແຖບໃໝ່ໃຫ້ໆເຮົາຄິຣກ Start setup

 Screenshot-3

5. ພິມເບີໂທລະສັບເຮົາໃສ່ ແລ້ວໃຫ້ຖ້າລະຫັດຢືນຢັນ. ເມື່ອເຮັດແລ້ວໆມັນກໍຈະເດ້ງ ຫຼື ອອກຈາກລະບົບອັດຕະໂນມັດ ເພື່ອໃຫ້ເຮົາເຂົ້າລະບົບ ແບບ 2 ຊັ້ນ.

Screenshot-4

 Screenshot-5