ດາວໂຫລດເກມ Plants vs. Zombies ຟີຣສຳລັບ Windows OS ແລະ Mac OS

Plants vs. Zombies ເກມປະເພດ defense Action ຫຼື Arcade games ທີ່ຖືກພັດທະນາຈາກຄ້າຍເກມຊື່ດັງ PopCap Games, ເປັນເກມ ທີ່ຄົນທົ່ວໂລກເປັນທີ່ຮູ້ຈັກກັນດີດ້ວຍສະຖິຕິທີ່ເປັນເກມທີ່ຖືກຄົນຫຼິ້ນຫຼາຍກວ່າ 120 ລ້ານຄົນໃນທົ່ວໂລກ. ນອກນັ້ນຍັງໄດ້ຮັບລາງວັນອີກຫຼາຍໆ ລາງວັນກັນເລີຍ. ສວ່ນເລື່ອງເນື້ອຫາໃນເກມເຮົາກໍຈະບໍ່ຂໍເວົ້າຫຼາຍເພາະຕ້ອງຫຼິ້ນເອງຈຶ່ງຮູ້ວ່າມັນເປັນແນວໃດ? ແຕ່ຫຼັກໆເລີຍແມ່ນເຮົາເປັນຄົນ ທີ່ຕ້ອງເຮັດທຸກວິຖີທາງທີ່ກັນບໍ່ໃຫ້ພວກຊອມບີ້ຊະນິດຕ່າງໆເຂົ້າມາໃນເຮືອນເຮົາໃຫ້ໄດ້ໂດຍມີພັນທະມິດແມ່ນພືດຊະນິດຕ່າງໆທີ່ຈະຮັບໜ້າທີ່ ເປັນແນວໜ້າໃຫ້ເຮົາໃນການຕໍ່ສູ້ດັ່ງກວ່າ. ໂດຍພືດ ແລະ ຊອມບີ້ແຕ່ລະຊະນິດຈະມີລັກສະນະບໍ່ຄືກັນ ແລະ ຄຸນສົມບັດຕ່າງໆ, ສະນັ້ນເຮົາຕ້ອງໃຊ້ ຄວາມຄິດເຮົາໃນການຈັດການກຳແພງໃຫ້ແໜ້ນໜາ ແລະ ໃຫ້ໄດ້ຜົນຢ່າງທີ່ສຸດ.

ໃນວັນ Halloween(ວັນປ່ອຍຜີຂອງສາດສະໜາໃນຕ່າງປະເທດ) ທາງ  ADA ແລະ  PopCap Games ກຽມຂອງຂັວນແຈກແທນເຂົ້າໜົມນັ້ນກໍ ແມ່ນເກມ Plants vs. Zombies ເວີເຊິນເຕັມ, ເຮົາສາມາດດາວໂຫຼດເກມນີ້ໄດ້ຟຼີແທນການໃຫ້ເຂົ້າໜົມຫວານໆຈາກ  ADA ແລະ  PopCap Games.

ວິທີການເອົາຄູປອງເພື່ອດາວໂຫລດເກມ Plants vs. Zombies ຟຼີສຳລັບ Windows OS ແລະ Mac OS

1. ໃຫ້ເຂົ້າຕາມລິ້ງນີ້ຄິຣກບ່ອນນີ້

2. ຈາກນັ້ນຄິຣກ Get Coupons

3. ດາວໂຫຼດຟາຍ stop_zombie_mouth_coupons.pdf ມາແລ້ວເກັບໄວ້…ຢ່າເຮັດເສຍເດີ້

4. ແລ້ວໃຫ້ຮອດວັນທີ 30 ເດືອນ ຕຸລາ ຫາ 10 ເດືອນ ພະຈິກ ໃຫ້ເຮົາເອົາຄູປອງທີ່ໄດ້ມານັ້ນໄປໃຊ້ເພື່ອດາວໂຫຼດເກມຟຼີ