ຟຼີລາຍເຊັ່ນໂປແກມ TuneUp Utilities 2012

ໂປແກມ TuneUp Utilities 2012 ເປັນໂປແກມທີ່ຈະມາຈັດການລະບົບການທຳງານຂອງຄອມພິວເຕີຂອງທ່ານ ໃຫ້ມີປະສິດຕິພາບໃນການທຳງານດີຍິ່ງຂຶ້ນເຊັ້ນ: ຈັດການຟາຍຂື້ເຫຍື້ອທີ່ເປັນໂຕການເຮັດໃຫ້ໃຊ້ເນື້ອທີ່່ຂອງ ທ່ານໂດຍບໍ່ຈຳເປັນ, ແກ້ໄຂບັນຫາຕ່າງໆຢູ່ໃນ Windows, ຈັດກການລະບົບການໃຊ້ງານເພື່ອບໍ່ໃຫ້ເປັນ ການ ໜ່ວງໃນການທຳງານຂອງລະບົບເປັນຕົ້ນ.

ບໍລິສັດ S.A.D. Software Vertriebs ແລະ Produktions GmbH ສັນຊາດເຍຍລະມັນເພິ່ນຮ່ວມກັນແຈກລາຍ ເຊັ່ນໂປແກມ TuneUp Utilities 2012 ໃຫ້ຄົນທີ່ສົນໃຈ ໃຫ້ໃຊ້ກັນຟຼີໆເລີຍ ເຖິງວ່າ TuneUp Utilities 2012 ຈະອອກມາເກືອບວາສໄດ້ 2 ປີລະຕິປະມານນັ້ນ, ມັນກະບໍ່ຄອຍມີໃຜໃຊ້ແນ່ລະຕິເບາະເພິ່ນຈຶ່ງເອົາມາແຈກປະ ມານນັ້ນ ເພາະເຊື່ອວ່າໃຜໆກະຄົງໃຊ້ TuneUp Utilities 2013 ໝົດລະຕິ. ເຖິງຢ່າງໃດກໍຕາມຂອງຟຼີໆແບບນີ້ ເຮົາກໍຄວນຈະເກັບໄວ້ກ່ອນ ຖ້າໃຜສົນໃຈແມ່ນໃຫ້ເຂົ້າ ໄປທີ່ໜ້ານີ້ເລີຍ ໜ້າເອົາລາຍເຊັນ ແລ້ວກອບຂໍ້ມູນເຊິ່ງ ວ່າໜ້າດັ່ງກ່າວນັ້ນເປັນພາສາເຍຍລະມັນເຮົາຂໍແນະນຳໃຫ້ໃຊ້ Google Translate ໃນການແປໃຫ້ເຂົ້າໃຈ, ຊ່ອງທຳອິດແມ່ນໃຫ້ທ່ານພິມຊື່ຂອງທ່ານ ຕາມດ້ວຍຊ່ອງທີ່ສອງແມ່ນພິມນາມສະກຸນຂອງທ່ານ ແລະ ສຸດທ້າຍ ແມ່ນອີເມວຂອງທ່ານ, ຫຼັງຈາກນັ້ນກົດປຸ່ມສີຟ້າຖ້າຫາກວ່າເຮັດຖືກຕ້ອງໝົດກໍສະແດງຕາມຮູບທີ່ສອງ. ຫຼັງຈາກນັ້ນໃຫ້ລໍຖ້າເມວ ເມື່ອທ່ານໄດ້ຮັບເມວແລ້ວໃຫ້ທ່ານຄິຣກລິ້ງທີ່ເພິ່ນໃຫ້ມານຳໃນເມວໃຫ້ເພື່ອຢືນຢັນ ແລະ ເອົາລາຍເຊັ່ນຟປແກມດັ່ງກ່າວເທົ່ານີ້ກໍສຳເລັດໃນການເອົາລາຍເຊັ່ນເຫຼືອແຕ່ດາວໂຫຼດໂປແກມ TuneUp Utilities 2012 ມາແລ້ວທຳການຕິດຕັ້ງ.

TuneUp Utilities 2012 first TuneUp Utilities 2012 second