ອິນເຕີເນັດສາຍຂອງ Unitel ແພັກເກດໃດຄຸ້ມຄ່າສຸດ

ອິນເຕີເນັດສາຍຂອງ Unitel ແພັກເກດໃດຄຸ້ມຄ່າສຸດ
Photo by Thomas Jensen / Unsplash

ເວລາເຮົາຈະເລືອກແພັກເກດອິນເຕີເນັດບ້ານ ຫຼື ເນັດໄຟເບີ (fiber optic) ເຮົາກໍຈະເບິ່ງເລື່ອງຄວາມໄວ ຕໍ່ມາ ກໍຈະເບິ່ງເລື່ອງລາຄາຈ່າຍຕໍ່ເດືອນ ແຕ່ບັນຫາຄື ເຮົາຈະເລືອກແພັກເກດໃດທີ່ຄຸ້ມຄ່າທີ່ສຸດກັນລະ. ເພາະແຕ່ລະແພັກເກດ ຕ່າງກັນໂດຍສະເພາະ gap ຂອງຄວາມໄວ ແລະ ລາຄາ. ຖ້າເຮົາເບິ່ງເຜີນໆ ເຮົາກໍຈະບໍ່ຮູ້ວ່າ ແພັກເກດໃດທີ່ຄຸ້ມຄ່າສຳລັບເຮົາ ແພັກເກດທີ່ຖືກທີ່ສຸດ ກະບໍ່ໄດ້ໝາຍຄວາມວ່າຈະຄຸ້ມຄ່າ ບາງເທື່ອແພັກເກດທີ່ເບິ່ງຄືແພງ ກໍອາດຈະເປັນແພັກເກດທີ່ຄຸ້ມຄ່າກັບເງິນທີ່ເຮົາຈ່າຍໄປກໍ່ເປັນໄດ້.

ເຮົາຈະມາເບິ່ງກັນວ່າອິນເຕີເນັດສາຍໄຟເບີ (fiber optic) ແພັກເກດຄຸ້ມຄ່າກວ່າກັນ ໃນການປຽບທຽບແມ່ນ ເຮົາຈະປຽບທຽບຂອງຄ້າຍ Unitel. ສ່ວນວິທີການປຽບທຽບແມ່ນ ກໍຈະປຽບທຽບກັນລະຫວ່າງ ຄວາມໄວ ກັບ ລາຄາທີ່ເຮົາຈ່າຍໄປ ລວມເຖິງເບິ່ງໄປຫຼາຍໆແງ່ມຸມວ່າ ຄຳວ່າຄຸ້ມຄ່າ ໃນບ່ອນນີ້ໃນມຸມມອງຂອງຜູ້ທີ່ກຳລັງໃຊ້ແພັກເກດເກົ່າ ແລະ ຢາກປ່ຽນໄປໃຊ້ແພັກເກດໃໝ່ຈະໄປແພັກເກດໃດດີ ກັບ ຜູ້ໃຊ້ໃໝ່ທີ່ຢາກປ່ຽນມາໃຊ້ຈະເລີ່ມຈາກແພັກເກດໃດດີ?

ສຳຫຼວດແພັກເກດ

Unitel fiber internet package: Max1, Max2, Max3, Max4
Unitel Fiber Package (https://www.unitel.com.la/package-internet?tab=FTTH)
Unitel fiber internet package: Max5, Max6, Max7, Max8
Unitel fiber internet package (https://www.unitel.com.la/package-internet?tab=FTTH)

ວິເຄາະລາຄາທຽບກັບຄວາມໄວ

ຖ້າເບິ່ງເລື່ອງຄວາມຄຸ້ມຄ່າ ເຮົາສາມາດເບິ່ງໄດ້ໂດຍການທີ່ ເອົາລາຄາຕໍ່ເດືອນ ມາຫານໃຫ້ ຄວາມໄວ ທີ່ເຮົາໄດ້ ຜົນທີ່ໄດ້ກໍຄື ລາຄາທີ່ເຮົາຈ່າຍຕໍ່ຄວາມໄວ ​1 Mbps.

Unitel fiber package list - comparing monthly/price
Unitel fiber package list - comparing monthly/price

ຈາກຮູບດ້ານເທິງ ເຮົາສັງເກດເຫັນວ່າ ແພັກເກດທີ່ຄຸ້ມຄ່າທີ່ສຸດແມ່ນ ແພັກເກດເລີ່ມຕົ້ນ Max1 ເຊິ່ງວ່າຕົກຢູ່ ແມັກລະ 4,667 ກີບ. ກົງກັນຂ້າມ ແພັກເກດທີ່ແພງທີ່ສຸດ ແມ່ນແພັກເກດທີ່ບໍ່ຄຸ້ມທີ່ສຸດ ຄື 39,000 ກີບ ຕໍ່ແມັກ!

ແຕ່ຈຸດທີ່ໜ້າສົນໃຈຄື ແພັກເກດ Max1, Max3, Max4 ລາຄາຕໍ່ແມັກ ແມ່ນບໍ່ແຕກໂຕນກັນຫຼາຍ ແຕ່ວ່າມາເບິ່ງແພັກເກດ  Max2 ຖືວ່າແຕກໂຕນຈາກບັນດາແພັກເກດທີ່ກ່າວມາກ່ອນໜ້ານີ້ ຄື 5,286 ກີບ ຕໍ່ແມັກ 😱.

ມາເບິ່ງມຸມເລື່ອງຄວາມໄວ ກັບຄວາມຄຸ້ມຄ່າ

The most valuable package (Max 4)

ຖ້າມາຊັງຊາເລື່ອງຄວາມໄວ ກັບ ລາຄາແລ້ວ ອັນນີ້ແມ່ນຍົກໃຫ້ແພັກເກດ Max 4 ເພາະວ່າ ລາຄາຕໍ່ແມັກ ບໍ່ຫ່າງກັນຫຼາຍກັບ Max 1. ຖ້າເອົາປັດໄຈຄວາມໄວມາໃສ່ເຂົ້ານຳຖືວ່າ ເປັນແພັກເກດທີ່ເໝາະສົມເລີຍລະ.

ຂໍ້ສັງເກດ: ເຖິງວ່າຈະເປັນແພັກເກດທີ່ຄຸ້ມທີ່ສຸດແຕ່ວ່າ ລາຄາຕໍ່ເດືອນກໍຖືວ່າຂ້ອນຂ້າງໄປທາງແພງ ຖ້າຫາກວ່າບໍ່ໄດ້ໃຊ້ຫຍັງຫຼາຍ ຫຼື ບໍ່ຕ້ອງການຄວາມໄວສູງ ແພັກເກດ Max1 ກໍ່ຍັງເປັນແພັກເກດທີ່ແນະນຳໃຫ້ໃຊ້ທີ່ສຸດ.

Max 2 ເປັນແພັກເກດທີ່ບໍ່ຄຸ້ມຄ່າທີ່ສຸດ 😩

ແພັກເກດນີ້ ຖືກວ່າຄິດໄລ່ອອກມາແລ້ວເປັນແພັດເກດທີ່ບໍ່ແນະນຳໃຫ້ໃຊ້ທີ່ສຸດເພາະວ່າແພງແຮງ ຖ້າເບິ່ງໃນເລື່ອງຄວາມຄຸ້ມຄ່າແລ້ວ. ຖ້າເບິ່ງນຳມຸມມອງການອັດເກດແມ່ນຈາກ Max1 ໃຫ້ຂ້າມໄປແພັກເກດ Max 3 ດີກວ່າ ເພາະຄຸ້ມຄ່າກວ່າ ເຫດຍ້ອນຫຍັງດຽວມາເບິ່ງຮູບດ້ານລຸ່ມ.

Price/Mbps you've to pay for upgrading formula: margin of (Px-P0) / margin of (Sx-S0)
  • Max1: ອັບໄປແພັດເກດ Max 4 ຄຸ້ມຄ່າສຸດ.
  • Max2: ອັບໄປແພັດເກດ Max 3 ຄຸ້ມຄ່າສຸດ.
  • Max3: ອັບໄປແພັດເກດ Max 4 ຄຸ້ມຄ່າສຸດ.
  • Max4: ອັບໄປແພັດເກດ Max 5 ຄຸ້ມຄ່າສຸດ.
  • Max5: ອັບໄປແພັດເກດ Max 6 ຄຸ້ມຄ່າສຸດ.

ສະຫຼຸບ

  • Max 1 ເປັນແພັກເກດຄຸ້ມສຸດທຽບກັບລາຄາ.
  • Max 4 ເປັນແພັກເກດທີ່ຄຸ້ມຄ່າສຸດໃນດ້ານຄວາມໄວ ແລະ ລາຄາ.
  • Max 2 ເປັນແພັກເກດທີ່ບໍ່ຄຸ້ມຄ່າທີ່ສຸດ.