ໃນທີສຸດ Unitel ຄອງໃຈລູກຄ້າດ້ວຍແພກເກດບໍ່ຈຳກັດ LT5

 

ການປະ­ກົດຕົວຂອງ ຢູນີເທວ 3G ໄດ້ຢຶດຄອງຕະ­ຫຼາດທາງດ້ານໂທລະຄົມລາວ ກາຍ­ເປັນຂະບວນການຟົດ­ຟື້ນ ຍ້ອນວ່າມີຜົນປະ­ໂຫຍດຫຼາຍຢ່າງ ທີ່ເຕັກໂລໂນຊີນີ້ນຳມາ. ໃນມໍ່ໆນີ້ ຢູນີເທວ ໄດ້ໃຫ້ບໍ­ລິ­ການອີນເຕີເນັດ 3G ແບບບໍ່ມີສາຍຜ່ານ USB 3G ແບບບໍ່ຈຳ­ກັດ ດ້ວຍລາ­ຄາທີ່ປະ­ຢັດພຽງແຕ່ 5.000 ກີບ/ມື້.

ເລີ່ມແຕ່ວັນທີ 10/10/2011ຢູນີເທວໄດ້ໃຫ້ບໍ­ລິ­ການອີນເຕີເນັດສຳ­ລັບ USB 3G (ອຸ­ປະ­ກອນເຊື່ອມຕໍ່ອີນເຕີເນັດແບບບໍ່ມີສາຍດ້ວຍເຕັກໂນໂລຊີ 3G) ປະ­ຢັດຄ່າໃຊ້ຈ່າຍ ແລະ ຍັງຊ່ວຍໃຫ້ລູກຄ້າສາ­ມາດຄວບຄຸມຄ່າໃຊ້ຈ່າຍໃນການນຳໃຊ້ອີນເຕີ ເນັດໃນແຕ່ລະວັນໄດ້ອີກ, ແພັກເກັດໃໝ່ນຳໃຊ້ອີນເຕີເນັດແບບບໍ່ຈຳ­ກັດ ລາ­ຄາ 5.000ກີບ/ມື້ ໃນກໍ­ລະ­ນີທີ່ເງິນໃນບັນ­ຊີບໍ່ພຽງ­ພໍ ລູກຄ້າຈະບໍ່ສາ­ມາດນຳໃຊ້ບໍ­ລິ­ການນີ້ໄດ້ ຈົນຮອດເວ­ລາທີ່ຕຶ່ມເງິນ.

ເພື່ອລົງ­ທະ­ບຽນນຳໃຊ້ແພັກເກັດໃໝ່ ຫຼັງຈາກເປີດນຳໃຊ້ຊີມ 3G ຕາມປົກ­ກະ­ຕິ ລູກຄ້າພິມ LT5 ສົ່ງ 209ແພັກເກັດອື່ນໆສາ­ມາດປ່ຽນມານຳໃຊ້ແພັກເກັດໃໝ່ນີ້ໄດ້ ດ້ວຍວິ­ທີພິມ LT5 ສົ່ງ 209 ພິ­ເສດ ຖ້າລູກຄ້າຊື້ USB3G ຈະໄດ້ນຳໃຊ້ລ້າໆ 1.500 Mb ເປັນເວ­ລາ 03 ເດືອນ.

ຜູ້­ອຳ­ນວຍ­ການໃຫຍ່ ບໍ­ລິ­ສັດ ຢູນີເທວ ທ່ານ ຟານ ແທ້ງ ຊ້າງ ໄດ້ກ່າວວ່າ: ແພັກເກັດ ອີນເຕີເນັດແບບບໍ່ຈຳ­ກັດຂອງ ຢູນີເທວ ນີ້ເປັນການຕອບສະ­ໜອງຄວາມຕ້ອງ­ການໃນການນຳໃຊ້ອີນເຕີເນັດ ທີ່ນັບມື້ນັບເພີ່ມຂື້ນຂອງປະ­ຊາ­ຊົນລາວ ດ້ວຍລາ­ຄາ 5.000 ກີບ/ມື້ ພວກເຮົາຫວັງວ່າ 3G ຈະການເປັນທີ່ນິ­ຍົມ ແລະ ເປັນການບໍ­ລິ­ການແບບທົ່ວໄປສຳ­ລັບທຸກໆຄົນ ໃຜໆກໍ່ສາ­ມາດນຳໃຊ້ອີນເຕີເນັດ 3G ໄດ້ ແລະ ບໍ່ຕ້ອງກັງ­ວົນກ່ຽວກັບຄ່າໃຊ້ຈ່າຍອີກຕໍ່ໄປ.

ປະ­ຈຸບັນນີ້ ຢູນີເທວ ແມ່ນບໍ­ລິ­ສັດທີ່ມີເຄືອຂ່າຍ 3G ໃຫຍ່ທີ່ສຸດໃນລາວ ທັງສັນ­ຍານຄວບຄຸມທົ່ວທຸກພື້ນທີ່ ແລະ ຈຳ­ນວນເລກໝາຍທີ່ເປີດນຳໃຊ້ ບໍ­ລິ­ສັດນີ້ກຳ­ລັງຈະສຶບຕໍ່ລົງ­ທຶນ ເພື່ອພັດ­ທະ­ນາພື້ນ­ຖານໂຄງລ່າງສັນ­ຍານ ຄວບຄຸ້ມໄດ້ 100% ຂອງຜົນລະເມືອງລາວ ເພື່ອຈະມີໂອ­ກາດນຳໃຊ້ບໍ­ລິ­ການທາງດ້ານໂທລະຄົມພື້ນ­ຖານ ໃນນັ້ນພິ­ເສດກໍແມ່ນອີນເຕີເນັດແບບບໍ່ມີສາຍ.

ທີ່ມາ VientianeMai

By Douangtavanh Kongphaly