Smartphone 6 ລຸ້ນທີ່ດີທີ່ສຸດໃນປີ 2012

ໃນທ້າຍປີແລ້ວກະບໍ່ພາດທີ່ຈະມາເບິ່ງວ່າໃນປີນີ້ມີຫຍັງພິເສດແນ່ເຊິ່ງທາງ Thenextweb ເພິ່ນໄດ້ສະຫຼຸບມືຖື Smartphone ທີ່ດີ່ທີ່ສຸດມາໃຫ້ເຮົາໄດ້ ເບິ່ງກັນເຖິງ 6 ລຸ້ນດ້ວຍກັນ, ຫາກໃຜກຳລັງຄິດຈະຊື້ມືຖືຈັກເຄື່ອງບາງທີ່ອາດຫາຄຳຕອບຢູ່ບົດຄວາມນີ້ກະໄດ້.ຈະມີລຸ້ນໃດແດ່ນັ້ນເຮົາມາເບິ່ງກັນ ເລີຍ

iPhone 5

2012-iphone5-gallery2

ພາດບໍ່ໄດ້ເລີຍກັບມືຖືຂອງຄ້າຍນີ້ Apple ໃນແຕ່ລະປີຕິດອັນດັບຕະຫຼອດ. iPhone 5 ເປັນມືຖືໂຕເດັ່ນສຸດຂອງ Apple ທີ່ຫາກະເປີດໂຕໄປ 2-3 ເດືອນແລ້ວນີ້, ເປັນມືຖືທີ່ທຸກໆຄົນທົ່ວໂລກຕັ້ງໜ້າຕັ້ງຕາຖ້າຊື້ກັນເລີຍ ໂດຍອີງຕາມສະຖິຕິ iPhone 5 ສາມາດຂາຍໄດ້ເຖິງ 2 ລ້ານກວ່າເຄື່ອງພາຍ ໃນເວລາ 24 ຊົ່ວໂມງເທົ່ານັ້ນ. ສ່ວນສະເປັກຂອງ iPhone 5 ສາມາດເຂົ້າໄປເບິ່ງໄດ້ທີ ສະເປັກເຄື່ອງ iPhone 5 ແບບລະອຽດ

Samsung Galaxy S III

Samsung-Galaxy-S3-white-blue

Samsung Galaxy S III ເປັນມືຖືໂຕເດັ່ນຂອງ Samsung ທີ່ຈະມາຕໍ່ກອນກັບ iPhone 5 ຂອງທາງ Apple ເພິ່ນ. ໂດຍສະຖິຕິ Samsung Galaxy S III ຂາຍໄດ້ເຖິງ 10 ລ້ານໜວ່ຍພາຍໃນ 2 ເດືອນ ຖືໄດ້ວ່າເປັນອີກຄວາມສຳເລັດໜຶ່ງທີ່ Samsung ພາກພູມໃຈ ແລະ ມັນຍັງທຳລາຍເປັນສະຖິຕິ ການຂາຍ Samsung Galaxy S II ປີກ່ອນເຖິງວ່າປີນັ້ນ Samsung ຈະຂາຍ Samsung Galaxy S II ດີກໍຕາມ. ສະເປັກລວມໆຂອງ Samsung Galaxy S III ກະມີຄື: ໜ້າຈໍ 4.8 ນິ້ວ ຂະໜາດ 1280×720 ພິກເຊວ ຈໍແບບ Super AMOLED, ໃຊ້ CPU 1.4 GHz Exynos 4 quad-core processor, RAM 1GB, ກ້ອງຫຼັງ 8 ລ້ານພິກເຊວ ແລະ ທີ່ເດັ່ນທີ່ສຸດຂອງ TouchWiz UI ເພິ່ນກະຄືເຮັດ UI ໃຫ້ເຂົ້າກັບມະນຸດ, ໝາຍຄວາມວ່າ: ມັນຈະອຳນວຍຄວາມສະດວກໃຫ້ເຮົາຫຼາຍຂຶ້ນກວ່າເກົ່າກັບການໃຊ້ໂທລະສັບຂອງເຮົາໃນການດຳລົງຊີວິດ

LG Nexus 4

n4_hands17_verge_super_wide

Nexus 4 ເປັນມືຖືຕົວເດັ່ນຂອງມວນຊົນມືຖືແອນດ໋ອຍທັງໝົດເຊິ່ງເປັນມືຖືທີ່ Google ໄດ້ສ້າງຂຶ້ນໂດຍມອບໃຫ້ LG ເປັນຜູ້ຜະລິດ. ດ້ວຍສະ ເປັກທີ່ແຮງພ້ອມກັບລາຄາທີ່ຖືກເຮັດໃຫ້ມັນເປັນມືຖືທີ່ຂາດຕະຫຼາດໃນຕອນນີ້. Nexus 4 ມືຖືຕົ້ນແບບສຳລັບນັກພັດທະນາທີ່ຈະພັດທະນາ ດ້ານຕ່າງໆຂອງລະບົບປະຕິບັດການແອນດ໋ອຍເພື່ອໃຊ້ໃນການພັດທະນາໃນຂັ້ນຕໍ່ໆໄປໃນປັດຈຸບັນ.

Nokia Lumia 920

Nokia-Lumia-920-hero-jpg

Nokia Lumia 920 ມືຖືທີ່ທາງ Nokia ແລະ Microsoft ຈັບມືກັນສ້າງຂຶ້ນມາ, ເປັນມືຖືໂຕເດັ່ນໃນມືຖື Windows Phone ໂດຍໃຊ້ລະບົບປະຕິບັດ ການລ່າສຸດຂອງທາງ Microsoft ຄື Windows Phone 8. Nokia ຫວັງວ່າມືຖືລຸ້ນນີ້ຈະມາຊ່ວຍກະຕຸ້ນການຂາຍຂອງເພິ່ນໄດ້ວ່າຊັ້ນ. ສະເປັກ ລວມໆຂອງມືຖືໂຕນີ້ແມ່ນໃຊ້ໜ້າຈໍຂະໜາດ 4.5ນິ້ວ ຈໍແບບ IPS LCD, CPU dual-core 1.5GHz Snapdragon S4 processor, RAM 1GB. ຈຸດເດັນຊອງມືຖືໂຕນີ້ແມ່ນກ້ອງເພິ່ນສາມາດຖ່າຍພາບໃນສະພາບທີ່ມີແສງໜ້ອຍໄດ້ດີ.

HTC One X+

onexplus-f5-1

HCT One X+ ມຶຖືທີ່ໄດ້ອັບເກດສະເປັກຂຶ້ນຈາກລຸ້ນ HCT One ເປັນມືຖືທີ່ເດັ່ນສຸດໃນຄ້າຍເພິ່ນໃນຕອນນີ້. ສະເປັກຂອງລຸ້ນນີ້ແມ່ນໜ້າຈໍຂະ ໜາດ 4.7 ນິ້ວ  ຈໍແບບ Super LCD ຄວາມລະອຽດ 1280 x 720 ພິກເຊວ, ໃຊ້ CPU Nvidia 1.5GHz quad-core Tegra 3 processor, RAM 1GB.

Samsung Galaxy Note II

bg_container

ສຸດທ້າຍແຕ່ບໍ່ທ້າຍສຸດ Samsung Galaxy Note II ເປັນມືຖືສືບຕໍ່ຈາກ Samsung Galaxy Note I ໂດຍເນັ້ນໃສ່ກຸ່ມນັກທຸລະກິດເປັນຫຼັກ. ສະ ເປັກຂອງ Samsung Galaxy Note II ກະມີ: ໜ້າຈໍຂະໜາດ 5.5 ນິ້ວ ຈໍແບບ Super AMOLED Plus display, CPU quad-core 1.6 GHz Cortex-A9 CPU, 2GB of RAM ແລະ ແບັດເຕີຣີສຸດອືດ 3100 mAh.

ຂອບໃຈທີ່ມາ Thenextweb, ພາບຈາກ Theverge ແລະ Apple