Samsung ເປີດໂຕ Samsung Galaxy S4

samsung_s4_img_gallery_w_01

ມື້ນີ້ 15 ເດືອນມີນາ ປີ 2013 Samsung ໄດ້ຈັດງານ Unpacked 2013 ທີ່ເມືອງນິວຢອກ ປະເທດສະຫະລັດອາເມ ລິກາຕາມເວລາທ້ອງຖິ່ນຢູ່ທີ່ນັ້ນ ແມ່ນ 19:00 ຂອງວັນທີ 14/03/2012 ກົງກັບເວລາບ້ານເຮົາແມ່ນ 6:00 ເຊົ້າ ຂອງວັນທີ 15/03/2013. Samsung ເພິ່ນໄດ້ເປີດໂຕໂທລະສັບລຸ້ນໃໝ່ ທີ່ຄົນທົ່ວໂລກຈັບຕາກັນນັ້ນກໍຄື Samsung Galaxy S4 ຖືວ່າເປັນມືຖືທີ່ດີທີ່ສຸດໃນຕະຫຼາດໃນຕອນນີ້ເລີຍກໍວ່າໄດ້ໃນຕະກູນໂທລະສັບ smartphone ໃຊ້ລະບົບປະຕິບັດການ Android.

DSC_2398-hero_verge_super_wide

ເຂົ້າເບິ່ງຮູບຕົ້ນສະບັບໄດ້ທີ່ http://www.theverge.com/2013/3/14/4105010/samsung-galaxy-s4-hands-on-pictures

ສະເປັດຂອງໂທລະສັບ Samsung Galaxy S4 ມີດັ່ງນີ້:

  • ໃຊ້ລະບົບປະຕິບັດການ Android 4.2.2
  • ໜ້າຈໍ Full HD Super AMOLED ເປັນລຸ້ນທຳອິດໃນໂລກທີ່ໃຊ້ເທັກໂນໂລຢີນີ້ ມີຂະໜາດໜ້າຈໍແມ່ນ 5 ນິ້ວ , ຄວາມລະອຽດໜ້າຈໍແມ່ນ 1920×1080, ຄວາມລະອຽດພິກເຊວຕໍ່ນິ້ວຢູ່ທີ່ 441pi ສູງກວ່າມືຖືທຸກລຸ້ນໃນຕອນນີ້, ໃຊ້ກະຈົກ Corning Gorilla Glass 3
  • ໃຊ້ CPU ຍັງບໍ່ແນ່ນອນເທື່ອອາດຈະໃຊ້ Samsung Exynos 5 ຫຼື Qualcomm Snapdragon S4 Pro ຂື້ນນຳການຕະຫຼາດຂອງທາງ Samsung
  • RAM 2GB
  • ກ້ອງຫຼັງມີຄວາມລະອຽດເຖິງ 13 ລ້ານພິກເຊວມາພ້ອມກັບ flash ແລະ ຖ່າຍແບບ Zero Shutter Lag, ກ້ອງໜ້າ 2 ລ້ານພິກເຊວຖ່າຍວິດີໂອ ຄວາມລະອຽດ Full HD ທີ່ 30 fps
  • ເຊື່ອມຕໍ່ຂໍ້ມູນໄຮ້ສາຍດ້ວຍ Bluetooth 4.0(LE), WiFi, GPS, IR LED(Remote Control) ແລະ ເທັກໂນໂລຢີ NFC
  • ຄວາມຈຳພາຍໃນໂຕແມ່ນ 16GB, 32GB, 64GB ສາມາດຮອງຮັບຄວາມຈຳພາຍນອກຜ່ານຊ່ອງ microSD ໄດ້ສູງສຸດ 64GB
  • ຂະໜາດໂຕເຄື່ອງ 136.6mmx69.8mm ບາງພຽງ 7.9mm
  • ນ້ຳໜັກໂຕເຄື່ອງແມ່ນ 130g
  • ຂະໜາດແບັດເຕີຣີ 2600mAh
  • ລາຄາຍັງບໍ່ບອກເທື່ອ, ວາງຂາຍເດືອນເມສາ

DSC_2302-hero_verge_super_wide

ເຂົ້າເບິ່ງຮູບຕົ້ນສະບັບໄດ້ທີ່ http://www.theverge.com/2013/3/14/4105010/samsung-galaxy-s4-hands-on-pictures

DSC_2293-hero_verge_super_wide

ເຂົ້າເບິ່ງຮູບຕົ້ນສະບັບໄດ້ທີ່ http://www.theverge.com/2013/3/14/4105010/samsung-galaxy-s4-hands-on-pictures

ພາບລວມແລ້ວການອອກແບບໂຕເຄື່ອງແມ່ນຄືກັບໂຕເກົ່າຄື Galaxy S3 ມີພຽງແຕ່ການປ່ຽນແປງເລັກນ້ອຍ ຄືຂະໜາດໜ້າຈໍຄວາມລະອຽດຂອງໜ້າຈໍ, ຄວາມຄົມຊັດຂອງໜ້າຈໍ, ກ້ອງດ້ານຫຼັງ, ໃຊ້ CPU 8 ແກນລຸ້ນ ທຳອິດຂອງໂລກ, ເທື່ອນີ້ມາພ້ອມກັບສະໂລແກນໃໝ່ ແມ່ນ “A Life Companion for a Richer, Simpler and Fuller Life”

DSC_2306-hero_verge_super_wide

ເຂົ້າເບິ່ງຮູບຕົ້ນສະບັບໄດ້ທີ່ http://www.theverge.com/2013/3/14/4105010/samsung-galaxy-s4-hands-on-pictures

DSC_2327-hero_verge_super_wide

ເຂົ້າເບິ່ງຮູບຕົ້ນສະບັບໄດ້ທີ່ http://www.theverge.com/2013/3/14/4105010/samsung-galaxy-s4-hands-on-pictures

ໃນລຸ້ນນີ້ເພິ່ນໄດ້ເພີ່ມລູກຫຼິ້ນໃໝ່ທີ່ເພີ່ມເຂົ້າມາຫຼາກຫຼາຍກັນເລີຍເຊັ່ນ:

  • Dual Camera ທ່ານສາມາດຖ່າຍວີດີໂອທັງກ້ອງຫຼັງ ແລະ ກ້ອງໜ້າໄດ້ໃນເວລາດຽວກັນ
  • S Translator ທ່ານສາມາດແປພາສາໄດ້ໂດຍກົງຈາກຂໍ້ຄວາມ ແລະ email
  • Samsung WatchON ທ່ານສາມາດໃຊ້ Samsung Galaxy S 4 ເປັນຣີໂໝດຄວບຄຸມເຊັ່ນ: ເປັນຣີໂໝດຄວບຄຸມໂທລະພາບ, ເຄື່ອງຫຼີນ ວີດີໂອ, ຄວບຄຸມແອ ແລະ ອື່ນໆທີ່ຮອງຮັບໄດ້
  • Air Gestures ທ່ານສາມາດສາມາດເລື່ອນຮູບ, ໜ້າເວັບຜ່ານການແກ່ວງມືຂອງທ່ານແຕ່ຂວາຫາຊ້າຍຜ່ານໜ້າຈໍໂດຍບໍ່ຈຳເປັນຕ້ອງໄປ ສຳຜັດໜ້າຈໍເລີຍ
  • S Health ໃນລຸ້ນນີ້ເພິ່ນໄດ້ເພີ່ມເຊັນເຊີໃໝ່ເຂົ້າມາຕື່ມເປັນເຊັນເຊີວັດອຸນຫະພູມ, ຄວາມຊື້ນ, ຄວາມກົດ ອາກາດຊຶ່ງໃຊ້ເຂົ້າໃນ feature ດັ່ງ ກ່າວເປັນ feature ຮັກສາສຸຂະພາບ ແລະ ກວດກາສິ່ງຕ່າງໆຂອງທ່ານ ເຊັ່ນ: ອຸນຫະພູມຂອງທ່ານ, ທ່ານສາມາດວັດການເສຍ calorie ເປັນ ຕົ້ນ.

Feature ທີ່ເຮົາເວົ້າມານີ້ຍັງບໍ່ໝົດເທື່ອເດີມີຫຼາຍຂະໜາດແຕ່ບາງອັນກະຍັງບໍ່ຈຳເປັນ ຫຼື ສ້າງຄວາມສະດວກໃຫ້ ເຮົາຫຼາຍປານໃດ

ຂອບໃຈທີ່ມາ TheVerge, Business Wire