Google ເປີດໂຕ Android Jelly Bean 4.2, Nexus 4, Nexus 10 ແລະ Nexus 7 Wi-Fi 3G

nexus-featured (1)

ເຖິງວ່າງານຈະບໍ່ໄດ້ຈັດເນື່ອງຈາກພາຍຸເຮີຣິເຄນ Sandy Google ກະບໍ່ພາດນັດປ່ອຍສິນຄ້າໃໝ່ໃຫ້ຊາວໂລກທີ່ລໍຄອຍໄດ້ເບິ່ງກັນໂດຍມີກັນ 2 ປະເດັນໃຫ່ຍຄື:

  • ເປີດໂຕເວີເຊິນ Android 4.2 ໂດຍຍັງໃຊ້ໂຄດ Jelly Bean ຢູ່ຄືເກົ່າ
  • ເປີດໂຕສິນຄ້າຕະກູນ Nexusຄື: LG Nexus 4, Asus Nexus 10 ແລະ Nexus 7 Wi-Fi+3G

ເຮົາມາເບິ່ງລາຍລະອຽດໃນແຕ່ລະອັນກັນແບບລະອຽດໃນເລື່ອງດຽວກັນເລີຍອັດແໜ້ນຈັດເຕັມເລີຍ, ອາດຈະເມືອຍເລື່ອນລົງໜ້ອຍໜຶ່ງເດີ້!

ສິ່ງໃໝ່ທີ່ເພີ່ມເຂົ້າມາໃນ Android 4.2

n4-pdp01-homescreen_verge_super_wide

Android 4.2 ໃຊ້ໂຄດເນມ Jelly Bean ຄືເກົ່າແຕ່ຂ້່າງໃນນັ້ນບໍ່ຄືເກົ່າກັບຊື່ເກົ່າໆແນ່ນອນ ລະບົບປະຕິບັດການເວີເຊິນນີ້ແມ່ນຈະຖືກໃຊ້ເປັນລະ ບົບປະຕິບັດການທີ່ສຳຄັນໃນສິນຄ້າໃໝ່ຂອງ Google ຕະກູນ Nexus ເປັນຕົ້ນແມ່ນ Nexus 4, Nexus 7 ແລະ Nexus 10 ເຊິ່ງເປັນສິນຄ້າທີ່ ເປັນໂຕແທນໃຫ້ສິນຄ້າ Android ທັງໝົ້ດ. ລູກຫຼິ້ນທີ່ນຳເຂົ້າມາໃໝ່ນັ້ນມີຫຍັງແດ່ເຮົາມາເບິ່ງກັນເລີຍ

n4-pdp05-camera_verge_super_wide

  • Photo Sphere ຖ່າຍພາບແບບພາໂຣລາມາ(Panorama) ຖ່າຍໄດ້ 360 ອົງສາ

n10-pdp10-chrome_verge_super_wide

  • ໃຊ້ງານແປ້ນພິມແບບ Gesture typing(ຈິ້ມໜ້າຈໍໄດ້ຫຼາຍກວ່າ 2 ຈຸດ)
  • ເພີ່ມຄວາມສາມາດໃຫ້ລະບົບລ໋ອກໜ້າຈໍ(Lockscreen)ໃຫ້ສາມາດໃສ່ Widget ແລະ ເຂົ້າໂໝດກ້ອງໄດ້ທັນທີ່

n10-misc-daydream_verge_super_wide

  • Daydream screensavers
  • User Logins ອັນນີ້ແມ່ນໃຊ້ສຳລັບຄົ້ນທີ່ມີໂທລະສັບ ຫຼື Tablet ທີ່ໃຊ້ຮ່ວມກັນ ແລະ ບັນຫາກະຄືວ່າກັານປັບແຕ່ງໜ້າຈໍ, widget ແລະ ອື່ນໆ ບໍ່ຄືກັນ, ແຕ່ຄສາມສາມາດນີ້ຈະເຮັດໃຫ້ເຮົາສາມາດແຍກເປັນຫຼາຍຜູ້ໃຊ້ຄືກັບຄອມຫັ້ນລະ
  • Wireless display ສມາດສາຍວີດີໂອຈາກມືຖືເຮົາໃສ່ໂທລະພາບໂດຍບໍ່ຕ້ອງການສຽບສາຍໃດໆ
  • Notifications ແບບໃໝ່ສະດວກຂຶ້ນກວ່າເກົ່າ

n10-pdp09-googlenow_verge_super_wide

  • Google Now ເປັນອີກສິ່ງໜຶ່ງທີ່ອຳນວຍຄວາມສະດວກໃຫ້ເຮົາຂຶ້ນປຽບເໝືອນຜູ້ຊ່ວຍເລີຍກະວ່າໄດ້ເຊັ່ນ: ຖາມເລື່ອງຂໍ້ຄວາມເຂົ້າຈາກອີ ເມວລ, ບອກວ່າໜັງຈະສາຍຕອນຈັກໂມງ, ຍົນຖ້ຽວໃດຈະມາຕອນໃດ, ຮ້ານອາຫານໃດໃກ້ສຸດ

ທັງໝົດນີ້ແມ່ນຄວາມສາມາດໃໝ່ທີ່ຈະມາພ້ອມ Android 4.2 ກຽມອັບເດດກັນເດີ້ພີ່ນ້ອງ!

LG Nexus 4

ເປັນປີທີ່ 4 ກັນແລ້ວນັບຕັ້ງແຕ່ Google ເປີດໂຕ HTC Nexus one ຫຼັງຈາກນັ້ນກະແມ່ນທາງ Samsung ເປັນແຊ໊ມສອງສະໄໝທີ່ໄດ້ຜະລິດໃຫ້ Samsung Nexus S ແລະ Galaxy Nexus ມາປີນີ້ມາຕົກຢູ່ຄ້າຍ LG ເປັນຜູ້ຜະລິດໃຫ້ໂດຍໃຊ້ຊື່ວ່າ LG Nexus 4. ເຮົາມາເບິ່ງສະເປັກກັນເລີຍ

  • ໜ້າຈໍ 4.7ນິ້ວ, ຄວາມລະອຽດໜ້າຈໍ 1280 x 768 ພິກເຊວ 320 ppi, ການລຽງສີເປັນ WXGA IPS ແລະ ໃຊ້ກະຈົກ Gorilla Glass 2 ທີ່ລືຊາ ວ່າໜຽວ, ແຂງແຮງ, ກັນຮອຍຂູດຂີດໄດ້ເປັນຢ່າງດີ
  • ຊິບປະມວນຜົນ Qualcomm Snapdragon S4 Quad-Core Pro
  • ລະບົບປະຕິບັດການ Android 4.2 Jelly Bean
  • ເຄື່ອຄ່າຍ GSM/UMTS/HSPA (850, 900, 1800, 1900 MHz); 3G (850, 900, 1700, 1900, 2100 MHz); HSPA ອັບໂຫດ ແລະ ດາວໂຫຼດສູງສຸດເຖິງ 21 Mbp ແລະ ບໍ່ຮອງຮັບ 4G LTE ເດີ້
  • ຂະໜາດຕົວເຄື່ອງ 133.9 x 68.7 x 9.1 mm, ນ້ຳໜັກ 139g
  • ກ້ອງຫຼັງ 8 ລ້ານພິກເຊວ ແລະ ກ້ອງໜ້າ 1.3 ລ້ານພິກເຊວ
  • ການເຊື່ອມຕໍ່ Micro USB; SlimPort HDMI; ຮູສຽບຫູຟັງ 3.5mm, ມີເທັກໂນໂລຢີ NFC ແລະ ສາກແບັດເຕີຣີໄຮ້ສາຍ.
  • ລາຄາແມ່ນຖືກຫຼາຍ ຮູ່ນ 8GB  ລາຄາ $299(ປະມານ 2ລ້ານ 4ແສນກີບ) ແລະ ຮຸ່ນ 16GB ລາຄາ $349(ປະມານ 2 ລ້ານ 8 ແສນກີບ)(ລາຄານີ້ແມ່ນຂາຍສະເພາະໃນ Play Store ເທົ່ານັ້ນ ແລະ ປະເທດທີ່ຮອງຮັບ)

n4_hands20_verge_super_wide

n4_hands18_verge_super_wide

n4_hands5_verge_super_wide

n4_hands17_verge_super_wide

n4_hands7_verge_super_wide

n4_hands6_verge_super_wide

n4_hands11_verge_super_wide

n4_hands10_verge_super_wide

Samsung Nexus 10

  • ໜ້າຈໍຂະໜາດ 10 ນິ້ວໃຊ້ເທັກໂນໂລຢີ Super PLS, ຄວາມລະອຽດໜ້າຈໍ 2560×1600 ພິກເຊວ 300 ppi
  • ຂັບເຄື່ອນດ້ວຍລະບົບປະຕິບັດການ Android 4.2 Jelly Bean
  • ຊິບປະມວນຜົນ(CPU)ຈາກຄ້າຍ ARM ໂມເດວ A15 2 Core
  • ຊິບປະມວນຜົນກຣາບຟິກ(GPU)ຈາກຄ້າຍ ARM ໂມເດວ Mali T604
  • RAM 2GB
  • ກ້ອງໜ້າ 5 ລ້ານພິກເຊວ ແລະ ກ້ອງຫຼັງ 1.9 ລ້ານພິກເຊວ
  • ຂະໜາດຕົວເຄື່ອງ
    • ລວງຍາວ 10.39 ນິ້ວ
    • ລວງກວ້າງ 6.99 ນິ້ວ
    • ບາງພຽງ 0.35 ນິ້ວ
    • ໜັກ 1.33 ປອນ
    • ສີດຳ
  • ການເຊື່ອມຕໍ່ໄຮ້ສາຍ
    • Wi-Fi
    • GPS
    • Bluetooth
    • NFC
  • ພອດການເຊື່ອມຕໍ່ຈາກຕົວເຄື່ອງອອກນອກ
    • ຮູສຽບຫູຟັງ 3.5mm
    • Micro HDMI
    • Micro USB
  • ຂະໜາດຄວາມຈຳມີ 2 ຮຸ່ນ: 16 GB ແລະ 32 GB
  • ຂະໜາດແບັດເຕີຣີ 9000 mAh
  • ລາຄາເລີ່ມ $399(ປະມານ 3.2 ລ້ານກີບ)

DSC_2007-hero_verge_super_wide

DSC_2039-hero_verge_super_wide

DSC_2102-hero_verge_super_wide

DSC_2113-hero_verge_super_wide

 

Asus Nexus 7 3G+Wi-Fi

ສ່ວນໃນສິນຄ້ານີ້ແມ່ນຈະມາແທນທີ່ຮຸ່ນ 16GB Wi-Fi ທີ່ໄດ້ຂາຍກ່ອນໜ້ານີ້ ແລະ ລາຄາກະມາແທນທີ່ເຊັ່ນກັນເຊິ່ງລາຄາແມ່ນ $199(ປະມານ 1.6 ລ້ານກີບ). ສວ່ນເລື່ອງສະເປັກແມ່ນສຳເກົ່າ ບໍ່ມີການປ່ຽນແປງຫຍັງ.

ຂອບໃຈທີ່ມາ The Verge