Samsung ເປີດໂຕນ້ອງຫຼ້າ Galaxy S4 Mini

gs4mini-520x762

Samsung ເປີດໂຕໂທລະສັບມືຖືລຸ້ນໃໝ່ Galaxy S4 Mini ເປັນມືຖືລະດັບກາງມີຂະໜາດໜ້າຈໍ 4.3 ນິ້ວ qHD Super AMOLED display (16:9 aspect ratio), ຊິບປະມວນຜົນ dual-core ຄວາມໄວ 1.7 GHz, RAM 1.5GB, ຄວາມຈຳພາຍໃນໂຕເຄື່ອງ 8GB ໃນໂຕຈິງສາມາດໃຊ້ໄດ້ພຽງແຕ່ 5GB ສາມາດເພີ່ມຄວາມຈຳໄດ້ ດ້ວຍ microSD ສູງສຸດ 64GB. ແບດເຕີຣີໃນລຸ້ນນີ້ມີໃຫ້ພຽງແຕ່ 1900 mAh. ມີກ້ອງຫຼັງ 8 ລ້ານພິກເຊວ ແລະ ກ້ອງໜ້າ 1.9 ລ້ານພິກເຊວ, ມາພ້ອມກັບລະບົບປະຕິບັດການ Android version 4.2.2 Jelly Bean ມີ Feature ຄືກັນກັບ Galaxy S4. ມີສອງສີຄື: White Frost ແລະ Black Mist.

ຂອບໃຈທີ່ມາ Thenextweb