Skip to main content

Posts

2024

2022

2021

2020

XLSForm

·948 words·5 mins
XLSFrom ແມ່ນຫຍັງ? XLSForm ຖືກອອກແບບເພື່ອ ເປັນຟອມມາດຕະຖານສໍາລັບການສ້າງແບບຟອມການເກັບຂໍ້ມູນ ຖ້າຈະປຽບທຽບງ່າຍໆ ມັນກໍຄືກັບພາສາຄອມພິວເຕີພາສາໜຶ່ງທີ່ຮູບແບບໂຄງສ້າງອັນດຽວກັນກັບພາສາ XML ເລີຍ ເຊິ່ງວ່າມັນຖືກພັດທະນາກໍ່ເພື່ອ ຕອບຈຸດປະສົງໃຫ້ການອອກແບບຟອມ ແຕ່ວ່າ XML ນັ້ນແມ່ນບໍ່ເໝາະສໍາລັບຄົນທົ່ວໄປປານໃດເພາະຈະຕ້ອງໄດ້ມີຄວາມຮູ້ພື້ນຖານກ່ຽວກັບພາສານີ້ມາກ່ອນ. ດັ່ງນັ້ນ, ຈຶ່ງເກີດມີ XLSForm ທີ່ພັດທະນາມາໃຫ້ເປັນຄືກັບພາສາຄົນຫຼາຍຂຶ້ນ ເຊິ່ງຄົນທົ່ວໄປສາມາດສ້າງຟອມໄດ້ໂດຍ ໃຊ້ພຽງແຕ່ໂປຣແກຣມ Excel ເທົ່ານັ້ນ. ໂດຍທົ່ວໄປແລ້ວ ການສ້າງຟອມເພື່ອເປັນນໍາໃຊ້ເຂົ້າໃນລະບົບ ODK ຫຼື KOBO ນັ້ນແມ່ນຈະໃຊ້ຟອມມາດຕະຖານ XML ຟອມ ເຊິ່ງວ່າຟອມຮູບແບບນີ້ຈະເປັນມາດຕະຖານ ຫຼື ຖ້າຈະເວົ້າອີກຢ່າງໜຶ່ງ ມັນກະຄ້າຍພາສາມາດຕະຖານ ຄືພາສາທົ່ວໄປເຊັ່ນ: ພາສາ C, Python, JavaScript ປະມານນັ້ນ. ເຊິ່ງວ່າໂຕ XLSForm ນີ້ ຫຼັກການຂັ້ນຕອນມັນກໍ່ຄື ເຮົາສາມາດສ້າງຟອມ XML ໂດຍໃຊ້ Excel ຫຼັງຈາກນັ້ນ ເຮົາຈຶ່ງນໍາໄປ covert ເປັນຟາຍ XML ອີກເທື່ອໜຶ່ງເພື່ອ ນໍາເອົາໄປ import ເຂົ້າໃນລະບົບການເກັບຟອມ. ຫົວຂໍ້ເນື້ອຫາ: Survey WorksheetChoices WorksheetQuestion typeGPSMultiple ChoiceChoice namesRankRangeMetadataHintRegular hintsGuidance hintsConstraintsConstraint messageRelevantRequiredRequired messageRandomize ChoicesGrouping QuestionsNesting group within groupsSkippingRepeatAppearanceSettings WorksheetsSet up Google for form server

2019

2018

2017

2016

ວິທີການຂຽນບົດສະເໜີທີດີ

·162 words·1 min
ການຂຽນບົດສະເໜີ ຫຼື Proposal ທີ່ດີນັ້ນບໍ່ວ່າຈະເປັນບົດສະເໜີປະເພດໃດກໍຕາມຈະຄືກັນໝົດ ແລະ ສິ່ງສຳຄັນທີ່ສຸດກໍຄືເຮົາຈະຕ້ອງຂຽນແນວໃດໃຫ້ບົດສະເໜີຂອງເຮົານັ້ນຖືກຍອມຮັບ ແລະ ໄດ້ເງິນຈາກຜູ່ທີ່ເຮົາຂໍ. ປົກກະຕິແລ້ວບົດສະເໜີຈະແບ່ງອອກເປັນ 5 ສ່ວນໃຫ່ຍຄື: ຈຸດປະສົງ, ໃນສ່ວນທຳອິດເຮົາຈະຕ້ອງຂຽນຈຸດປະສົງຂອງບົດສະເໜີຂອງເຮົາວ່າ ເຮົາຂຽນບົດສະເໜີໂຕນີ້ມາເພື່ອຫຍັງ?, ໃນສ່ວນນີ້ຈະມີການແນະນຳວິທີການແກ້ໄຂບັນຫາ ແລະ ຄວນຈະແຈ້ງ ໂດຍບໍ່ເຮັດໃຫ້ຜູ່ອ່ານມີການເຂົ້າໃຈຜິດ. ສ່ວນນີ້ບໍ່ຄວນຍາວເກີນໄປ. ບັນຫາ, ສ່ວນໂຕນີ້ຈະອະທິບາຍລາຍລະອຽດກ່ຽວກັບບັນຫາ ແລະ ຂໍ້ມູນພູມຫຼັງຂອງບັນຫາ. ໃນສ່ວນນີ້ຍັງໄດ້ອະທິບາຍວ່າເປັນຫຍັງຍັງມີບັນຫານີ້ຢູ່ ແລະ ເປັນຫຍັງມັນຈຶ່ງເປັນບັນຫາ. ວິທີການແກ້ໄຂ, ໃນສ່ວນນີ້ຈຸດປະສົງຂອງເຮົາຈະຕ້ອງສະເໜີວິທີແກ້ໄຂບັນຫາດ້ວຍວິທີທີ່ເຮັດໃຫ້ຜູ່ອ່ານຂອງນັ້ນເຊື່ອວ່າເຮົາຈະຕ້ອງແກ້ໄຂບັນຫາໂຕນີ້ໄດ້. ທຶນ,** **ໃນສ່ວນນີ້ຈະເວົ້າແຕ່ເລື່ອງເງິນລູກດຽວ. ບົດສະເໜີຂອງເຮົານີ້ຈະຕ້ອງໃຊ້ເງິນເປັນຈຳນວນເທົ່າໃດ? ຄວນໃຊ້ຕາຕະລາງເພື່ອໃຫ້ເຂົ້າໃຈງ່າຍ ແລະ ບໍ່ເຮັດໃຫ້ຜູ່ອ່ານສັບສົນ. ນອກນັ້ນ, ເຮົາຈະຕ້ອງບໍ່ມີຄ່າໃຊ້ຈ່າຍທີ່ເຊື່ອງໄວ້ ໝາຍຄວາມວ່າຄ່າໃຊ້ຈ່າຍຕ່າງໆຄວນເຮັດໃຫ້ລະອຽດທີ່ສຸດ. ສະຫຼຸບ, ສ່ວນສຸດທ້າຍເຮົາຈະເວົ້າລຶ້ມຄືນເຖິງບັນຫາ ແລະ ວິທີການແກ້ໄຂບັນຫາຄືນແບບຫຍໍ້ ເສີມດ້ວຍປະໂຫຍກທີ່ເຮັດໃຫ້ຜູ່ອ່ານຕ້ອງອະນຸມັດເງິນໃຫ້ບົດສະເໜີຂອງເຮົາ.

ສະຖິຕິການສຳຫຼວດພົນລະເມືອງ ສ.ປ.ປ.ລາວ ຄັ້ງທີ 4 ປີ 2015

·291 words·2 mins
ຈາກການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສເບື້ອງຕົ້ນເຫັນວ່າ ໃນວັນທີ 1 ເດືອນມີນາ 2015 ສ.ປ.ປ.ລາວ ມີພົນລະເມືອງທັງໝົດ ປະມານ 6.5 ລ້ານຄົນ ເຫັນວ່າມີການເພີ່ມຂຶ້ນຈາກປີ 2005 ປະມານ 870 ພັນຄົນ ໝາຍວ່າ ພົນລະເມືອງລາວເພີ່ມຂຶ້ນໃນແຕ່ລະປີໂດຍສະເລ່ຍແມ່ນ 1.45 ເປີເຊັນ.

2015

ທ່ານສາມາດຕິດຕາມຕຳແໜ່ງ ລົດເມຂຽວ ໄດ້ແລ້ວຜ່ານທາງເວັບໄຊ Lao BusNavi

·32 words·1 min
ຫຼັງຈາກປີກາຍນີ້ໄດ້ນຳເອົາລະບົບການຈ່າຍເງິນຜ່ານບັດສຳລັບນັກຮຽນ ແລະ ນັກສຶກສາເຂົ້າເພື່ອຫຼຸດຜ່ອນລາຍຈ່າຍ ແລະ ສະດວກສະບາຍ ໂດຍຄ່າລົງທະບຽນເຮັດບັດແມ່ນ 400,000 ກີບຕໍ່ປີ ຖືວ່າຄຸ້ມຄ່າຫຼາຍສຳລັບໃຜທີໃຊ້ບໍລິການລົດເມເປັນປະຈຳໂດຍທ່ານສາມາດໃຊ້ໄດ້ກັບລົດເມທຸກສາຍທີໃຫ້ບໍລິການໃນພື້ນທີນະຄອນຫຼວງວຽງຈັນ. ລ່າສຸດເພິ່ນກໍໄດ້ພັດທະນາໄປອີກຂັ້ນກັບການໃຫ້ບໍລິການລົດເມຂຽວ ທ່ານສາມາດຕິດຕາມຕຳແໜ່ງລົດເມຂຽວໄດ້ຜ່ານເວັບໄຊ Lao-BusNavi ຫຼັງຈາກໄດ້ທົດລອງໃຊ້ຜ່ານຄອມພິວເຕີ, ມືຖືລະບົບປະຕິບັການ Android ແລະ iOS ສາມາດເຮັດວຽກໄດ້ດີ. ຖືວ່າມີປະໂຫຍດຫຼາຍສຳລັບຂີ່ລົດເມເລີຍ ເພາະມັນສ້າງຄວາມສະດວກສະບາຍໃນການຕິດຈາມວ່າລົດເມຮອດໃສແລ້ວ ໃນກໍລະນີທີເຮົາກຳລັງຖ້າລົດເມຢູ່. ນອກນັ້ນແລ້ວ, ເຮົາຄິດວ່າມັນຍັງຈະແກ້ບັນຫາໃນການຈັດສັນເວລາອອກ ແລະ ເຂົ້າຂອງລົດເມສາຍຕ່າງໆ ເພາະຜູ່ຈັດສັນຕາຕະລາງລົດເມສາມາດຮູ້ໄດ້ແນ່ນອນວ່າລົດເມນັ້ນອອກຈັກໂມ ແລະ ໃຊ້ເວລາເທົ່າໃດໃນການໄປ ແລະ ກັບໃນຊ່ວງເວລາຮີບດ່ວນ ແລະ ທຳມະດາ.

2013

2012