Laotelecom ເປີດນຳໃຊ້ 4G ແລ້ວ ເປັນເຄື່ອຂ່າຍທຳອິດຂອງປະເທດລາວ

DSC_6071

ໃນວັນທີ 26 ເດືອນຕຸລາ ປີ 2012 ບໍລິສັດ ລັດວິສະຫະກິດ ລາວ ໂທລະຄົມມະນາຄົມ(Laotelecom) ໄດ້ຈັດງານຖະແຫຼງຂ່າວທີ່ສຳນັກງານ ໃຫຍ່ຂອງ ບໍລິສັດລັດວິ ສະຫະກິດ ລາວ ໂທລະຄົມມະນາຄົມເປີດໂຕລະບົບການສື່ສານໃໝ່ 4G ຂຶ້ນເພື່ອມານຳໃຊ້ເຂົ້າໃນວຽກງານກອງ ປະຊຸມສຸດຍອດ ASEM ຄັ້ງທີ 9 ທີ່ຈະຈັດຂຶ້ນໃນວັນທີ 5 ຫາ 6 ເດືອນພະຈິກ ປີ 2012 ທີ່ຈະມາເຖິງໃນໄວໆນີ້. ນອນນັ້ນເພິ່ນຍັງເປີດໂຕ ຊິມໃໝ່ເຊິ່ງແມ່ນ NANO SIM ເຊິ່ງເປັນ ຊິມທີ່ໃຊ້ໃນມືຖືລຸ້ນໃໝ່ຂອງທາງ Apple(iPhone 5)

ເນື້ອໃນຈາກຂ່າວຕົ້ນສະບັບ

“ໃນວັນທີ 26 ຕຸລາ 2012 ທີ່ ສໍານັກງານໃຫຍ່ ບໍລິສັດ ລັດວິສະຫະກິດ ລາວ ໂທລະຄົມມະນາຄົມ ໄດ້ຈັດງານຖະແຫຼ່ງຂາວ ເພື່ອນໍາເອົາລະບົບໂທລະສັບມືຖື 4G ມາຮັບໃຊ້ເຂົ້າວຽກງານກອງປະຊຸມສຸດຍອດ ASEM 9 ທີ່ ສປປລາວ ໄດ້ຮັບກຽດເປັນເຈົ້າພາບ, ພາຍໃຕ້ການເປັນປະທານ ຂອງ ທ່ານ ທອງໃສຊານໄຊຍະ ຜູ້ອໍານວຍການໃຫຍ່ ລາວ ໂທລະຄົມ . ໂດຍເປັນກຽດເຂົ້າຮ່ວມໂດຍ: ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີຊ່ວຍ ວ່າການກະຊວງໄປສະນີ , ໂທລະຄົມມະນາ

ຄົມ ແລະ ການສື່ສານ, ບັນດາແຂກຖືກເຊີນ, ຄະນະຜູ້ບໍລິຫານຕະຫຼອດຮອດພະນັກງານ ແລະ ສື່ມວນຊົນທຸກຂະແໜງການກໍ່ໄດ້ເຂົ້າຮ່ວມເປັນສັກຂີພະຍານຢ່າງພ້ອມພຽງກັນ.

 

ພາຍໃນງານ ທ່ານ ທອງໃສ ຊານໄຊຍະ ຜູ້ອໍານວຍການໃຫຍ່ ລາວ ໂທລະຄົມ ໄດ້ກ່າວວ່າ:ໃນຖານະເປັນຜູ້ນໍາທາງດ້ານເຕັກໂນໂລຊີໃນການໃຫ້ບໍລິການ ສື່ສານໂທລະຄົມໃນ ສ.ປ.ປ.ລາວ. ໃນຊຸມປີທີ່ຜ່ານມາລາວໂທລະຄົມພວກເຮົາໄດ້ສຸມທຸກກໍາລັງແຮງຂອງຕົນໃນການພັດທະນາລະບົບເຄືອຂ່າຍ ໃຫ້ມີການຂະຫຍາຍ ເພື່ອບໍລິການຮັບໃຊ້ສັງຄົມ ທາງດ້ານປະລິມານ ແລະ ຄຸນນະພາບມາໂດຍຕະຫຼອດບໍ່ວ່າຈະເປັນໂທລະສັບຕັ້ງໂຕະ, ມືຖື, Internet ແລະ ການເຊື່ອມຕໍ່ພາຍໃນປະເທດ, ການບໍລິການໃຫ້ສາຍເຊົ່າ ( Lease Line ) ໃຫ້ແກ່ບັນດາທະນາຄານ, ໂຄງການ ແລະ ອົງການຕ່າງໆ. ນອກນັ້ນ, ກໍ່ຍັງມີບໍລິການປະເພດຕ່າງໆ ຢ່າງຫຼາກຫຼາຍ ທັ້ງນີ້ກໍ່ເພື່ອຕອບສະໜອງການຕິດຕໍ່ສື່ສານ ຂໍ້ມູນທີ່ທັນສະໄໝ ເພື່ອເປັນພື້ນຖານໃນການພັດທະນາເສດຖະກິດ-ສັງຄົມຕາມທິດທາງນະໂຍບາຍຂອງພັກລັດວາງອອກ.

 

ເພື່ອເປັນການຂໍານັບຮັບຕ້ອນ ແລະ ປະກອບສ່ວນໃນການເປັນເຈົ້າພາບຈັດກອງປະຊຸມ ASEM ຄັ້ງທີ 9 ທີ່ ສປປລາວ ໄດ້ຮັບກຽດເປັນເຈົ້າພາບ ນັ້ນ , ລາວ ໂທລະຄົມ ໄດ້ນໍາເອົາລະບົບ ໂທລະສັບມືຖື 4G ທີ່ເປັນເທັກໂນໂລຢີ ( LTE ) ຫຼື ເທັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ລຸ້ນທີ່ 4 ເຊີ່ງເປັນລະບົບ ທີ່ທັນສະໄໝທີ່ສຸດ ໃນປະຈຸບັນ, ທີ່ມີຄວາມໄວສູງໃນການຮັບ – ສົ່ງ ສັນຍານ ( Data ) ເຖິງ 100 Mbps, ສາມາດໂທລົມກັນແບບເຫັນໜ້າ, ເບີ່ງ T.V ສາມາດຮັບຮູ້ຂ່າວສານຕ່າງໆ ທັງພາຍໃນ ແລະ ຕ່າງປະທດ ແລະ ນໍາໃຊ້ Internet ໃນມືຖື Smart phone ຂອງທ່ານໄດ້ຢ່າງສະດວກສະບາຍ ແລະ ວ່ອງໄວ¸ຂື້ນກ່ວາເກົ່າຫຼາຍເທົ່າ.

 

ນອກເໜືອຈາກການໃຊ້ງານທົ່ວໄປແລ້ວ ຍັງລວມເຖິງການໃຊ້ງານລະບົບ Multimedia. ໂດຍແຕກຕ່າງ ກັບ ລະບົບ 3G ເພາະວ່າ ລະບົບ 3G ແມ່ນໃຊ້ເຕັກໂນໂລຢີ UMTS ມີຄວາມໄວໃນການ ຮັບ – ສົ່ງສັນຍານ ( Data ) ເຖີງ 21 Mbps. ສ່ວນລະບົບ 4G ມີຄວາມໄວເພີ້ມຂື້ນເຖິງ 5 ເທົ່າ.

 

ໃນເວລາອັນໃກ້ນີ້ ລາວ ໂທລະຄົມ ຈະມີຜະລິດຕະພັນໃໝ່ມາໃຫ້ບໍລິການລູກຄ້າຄື : NANO SIM ທີ່ເປັນ SIM Card ແບບໃໝ່ທີ່ນຳໃຊ້ກັບ Phone 5 ແລະ Smart Phone ລຸ້ນໃໝ່ໆ ທີ່ຈະອອກສູ່ຕະຫຼາດໃນໄວໆນີ້, ຊຶ່ງມີຄວາມແຕກຕ່າງຈາກ SIM Card ທົ່ວໄປ. ໂດຍມີຂະໜາດທີ່ນ້ອຍກວ່າ Micro Sim 40% ແຕ່ການໃຊ້ງານຄືກັບ SIM ທົ່ວໄປ ແລະ ແລະມີຄວາມໄວສູງໃນການນຳໃຊ້ Data ກັບ IPhone 5, IPad ຊຶ່ງເປັນມາດຕະຖານໃໝ່ຂອງ SIM CARD 4FF ທີ່ ລາວ ໂທລະຄົມ ນຳມາໃຫ້ບໍລິການ ເປັນເຂື່ອຂ່າຍທຳອິດ ແລະເຄືອຂ່າຍດຽວໃນ ສປປ ລາວ ແລະ ພ້ອມທີ່ຈະເອົາລະບົບ 4G ຮັບໃຊ້ເຂົ້າໃນວຽກງານກອງປະຊຸມ ASEM 9 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຄັ້ງນີ້ໃຫ້ໄດ້ຮັບປະສິດທິພາບແລະປະຕິຜົນຢ່າງສູງສຸດ.

 

ລາວ ໂທລະຄົມ ໄດ້ເຊັນສັນຍາ ກັບ ບໍລິສັດ Hauwei ໂດຍການນໍາເອົາລະບົບໂທລະສັບມືຖື 4G ຈຳນວນ 20 ສະຖານນີ ມາຕິດຕັ້ງ ຢູ່ນະຄອນຫຼວງວຽງຈັນ ສຳເລັດ ແລະ ພ້ອມຮັບໃຊ້ກອງປະຊຸມສຸດຍອດ ASEM 9 ແລ້ວ, ແຕ່ເນື່ອງຈາກລະບົບໂທລະສັບມືຖື 4G ເປັນລະບົບເທັກໂນໂລຢີໃໝ່ ເຊີ່ງຕ້ອງໃຊ້ເວລາໃນການຕິດຕັ້ງ ແລະ ທົດລອງ ເພື່ອໃຫ້ສາມາດບໍລິການເຕັມຮູບແບບໃນອານາຄົດ, ແຕ່ປະຈຸບັນລະບົບໂທລະສັບມືຖື 4G ຂອງ ລາວ ໂທລະຄົມ ແມ່ນສາມາດຮັບໃຊ້ການບໍລິການ ພຽງແຕ່ລະບົບຂໍ້ມູນ ( DATA ) ຢ່າງດຽວ. ສ່ວນການ ຕິດຕັ້ງໄປຢູ່ບັນດາແຂວງ ແລະ ເປີດບໍລິການຢ່າງເຕັມຮູບແບບນັ້ນ ຄາດວ່າຈະແມ່ນທ້າຍປີ 2012 ຫຼື ຕົ້ນປີ 2013. ລາວ ໂທລະຄົມ ມີຄວາມມຸ້ງໝັ້ນໃນການພັດທະນາລະບົບໂທລະຄົມ ຂອງຕົນໃຫ້ນັບມື້ທັນສະໄໝເທື່ອລະກ້າວ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການພັດທະນາ ເສດຖະກິດສັງຄົມຂອງປະເທດໃຫ້ສົມກັບ ຄຳຂັວນທີ່ວ່າ: ລາວ ໂທລະຄົມ ໂທລະຄົມ ຂອງຄົນລາວ ເພື່ອສັງຄົມລາວ.”

ຂອບໃຈທີ່ມາ Laotel