ໄດ້ລາຍເຊັນ Avast Internet Security ຟຼີດ້ວຍການແນະນຳໝູ່

Avast ບໍລິສັດເພິ່ນໄດ້ຈັດໂປໂມຊັນໃໝ່ໂດຍມີກົດກະຕິກາແມ່ນໃຫ້ເຮົາແນະນຳໝູ່ຂອງເຮົາໃຫ້ໃຊ້ໂປແກມແອນຕີ້ໄວຣັດ Avast Free Anti Virus ຫາກເຮົາແນະນຳໝູ່ເຮົາໄດ້ຫຼາຍສຳໃດແຮງດີເທົ່ານັ້ນ ອັນນີ້ເປັນພຽງການບອກກວມລວມຊື່ໆ, ລາຍລະອຽດເຕັມອ່ານຕໍ່ຂ້າງລຸ່ມ.

ກະຕິກາຂອງໂປໂມຊັນນີ້ແມ່ນຫຼັກໆເລີຍແມ່ນໃຫ້ເຮົາແນະນຳໝູ່ໃຫ້ໃຊ້(ດາວໂຫຼດໂປແກມ) Avast Free Anti Virus ມາໃຊ້ໂດຍຕ້ອງຄິຣກດາວໂຫຼດ ຈາກລິ້ງທີ່ເຮົາສົ່ງໄປໃຫ້ໝູ່ເຮົາເທົ່ານັ້ນ ຫາກດາວໂຫຼດຈາກລິ້ງອື່ນແມ່ນຈະໂມຄະ, ເພິ່ນຈະບໍ່ນັບ.

  • ຫາກດຮົາຂວນໝູ່ໄດ້ທັງໝົດ 7 ຄົນ ເຮົາຈະໄດ້ລາຍເຊັນ Avast Internet Security 1 ປີ ຕໍ່ 1 ຄອມ
  • ຫາກດຮົາຂວນໝູ່ໄດ້ທັງໝົດ 14 ຄົນ ເຮົາຈະໄດ້ລາຍເຊັນ Avast Internet Security 2 ປີ ຕໍ່ 1 ຄອມ
  • ຫາກດຮົາຂວນໝູ່ໄດ້ທັງໝົດ 21 ຄົນ ເຮົາຈະໄດ້ລາຍເຊັນ Avast Internet Security 3 ປີ ຕໍ່ 1 ຄອມ

ວິທີເຮັດແມ່ນຕາມນີ້

  • ໃຫ້ເຮົາເຂົ້າສູ່ລະບົບ ຫຼື ຫາກໃຜຍັງບໍ່ມີໃຫ້ລົງທະບຽນກ່ອນໄດ້ທີ່ນີ້
  • ແລ້ວຄິຣກແຖບ Recommendations(https://my.avast.com/en-gb/recommendation)
  • ແນະນຳໃຫ້ໝູ່ຜ່ານ Facebook, Twitter, Google +, Email ຫຼື Link ອັນນີ້ກະຕາມໃຈຂອງທ່ານວ່າຈະແນະນຳທາງໃດ
  • ລໍຖ້າໃຫ້ໝູ່ເຮົາ ຫຼື ຂູດຮີດໝູ່ກະໄດ້ເດີ້ ຮະຮະ