ແນະນຳເກມ Ingress ຈາກ Google

Google ເປີດໂຕເກມ Ingress ສຳລັບ Smartphone ໃນວັນທີ 16 ເດືອນພະຈິກ ປີ 2012 ທີ່ຜ່ານມາ. ເກມນີ້ພັດທະນາໂດຍທີມ NianticLabs ແຕ່ຕອນນີ້ຍັງມີແຕ່ລະບົບປະຕິບັດການ Android ທີ່ຮອງຮັບໄດ້. Ingress ເປັນເກມພະຈົນໄພແບບອອນລາຍໃຊ້ສະຖານທີ່ຈິງເປັນແຜນຜັງຂອງ ເກມ ແລະ ອີງຕາມທີ່ຕັ້ງຂອງເຮົາກະຄືຈາກໂທລະສັບເຮົາໂດຍໃຊ້ເສົາສັນຍານໂທລະສັບ ຫຼື GPS ເປັນໂຕຍືນຍັນທີ່ຕັ້ງ, . ໃນເກມ Ingress ຈະມີ ການແບ່ງຜູ້ຫຼິ້ນອອກ ເປັນສອງຈຳພວກຄື: ພວກ Enlightened(ສີຂຽວ) ແລະ ພວກ Resistance(ສີຟ້າ), ໃນການຫຼິ້ນແມ່ນທີມແຕ່ລະຝ່າຍ ຫຼື ຜູ້ຫຼິ້ນແຕ່ລະຄົນຈະຕ້ອງໄດ້ໄປສະຖານທີ່ຕ່າງໆເພື່ອຫາ Portal(ແຫຼ່ງພະລັງງານ), ຍຶດຄອງດິນແດນເປັນຂອງຝ່າຍເຮົາ ແລະ ເຮັດພາລະກິດໃຫ້ ສຳເລັດ, ຜູ້ຫຼິ້ນສາມາດຫາຜູ້ຫຼິ້ນອື່ນທີ່ເປັນຝ່າຍດຽວກັນເພື່ອເຮັດພາລະກິດໃຫ້ລຸລ່ວງຍິ່ງຂຶ້ນ.

ຕອນນີ້ເກມ Ingress ຍັງຢູ່ໃນຊ່ວງ Close Beta ມີພຽງແຕ່ຜູ້ທີ່ມີ Invite ສາມາດລິ້ນເກມຕົວນີ້ໄດ້. ຫາກໃຜສົນໃຈສາມາດເຂົ້າໄປລົງທະບຽນໄດ້ທີ່ Ingress ຂັ້ນຕອນນີ້ຕ້ອງທຳໃຈລໍຖ້າຂຶ້ນນຳໂຊກຂອງທ່ານ, ນອກຈາກລົງທະບຽນຂໍເອົາ Invite ຢູ່ເວັບເພິ່ນແລ້ວເຮົາຍັງມີອີກວິທີໜຶ່ງທີ່ໄວທີ່ສຸດໃຫ້ ທ່ານເຂົ້າໄປຕິດຕາມ Ingress Google Communities, Ingress Google Pages ເພິ່ນຈະແຈກ Invite ທຸກມື້ໃຫ້ກັບຄົນທີ່ post ຮູບງາມໆເບິ່ງຕົວ ຢ່າງໄດ້ທີ່ feed ຂອງເພິ່ນ, ໃຫ້ທ່ານເຮັດຮູບງາມໆກ່ຽວກັບ Ingress ແລ້ວນຳໄປ post ໃຫ້ຂັດໂຕນີ້ໃສ່ນຳ #ingressinvite ຫຼັງຈາກນັ້ນກະຂໍພອນໃຫ້ ເພິ່ນສົ່ງ Invite ມາໃຫ້ໂອມພ້ຽງ!

ໂອ້ລົມກັບເກມນີ້ໄດ້ຜ່ານກຸ່ມໃນ Facebook | Ingress Laos

ຂອບໃຈທີ່ມາ Wikipedia