ເປີດໂຕໂນເກຍລຸ້ນໃໝ່ N9 ໃຊ້ MeeGo ເຄື່ອງທຳອິດຂອງໂລກ

ໃນງານ Nokia Conection ທີ່ປະເທດສິງກະໂປ. ໂນເກຍໄດ້ເປີດໂຕໂທລະສັບມືຖືລຸ້ນໃໝ່ຂອງຕົນເຊິ່ງໃຊ້ລະບົບປະຕິບັດການ MeeGo ຊື່ວ່າ: N9 ເຊິ່ງເປັນເຄື່ອງທຳອິດຂອງໂລກທີ່ໃຊ້ລະບົບປະຕິບັດການດັ່ງກ່າວ.

Nokia N9 ວັດສະດຸທີ່ເອົາມາເຮັດນັ້ນເປັນ polycarbonate ຊິ້ນດຽວ (unibody) ທາງໜ້າບໍ່ມີປຸ່ມ , ເວລາປົດລ໋ອກໜ້າຈໍແມ່ນໃຫ້ ເຄາະນ້າຈໍ 2 ເທື່ອ ມີ 3 ສີໃຫ້ເລືອກຄື ແດງ, ດຳ, ຟ້າ.

ເຊິ່ງສະເປັກຂອງໂນເກຍ N9 ມີດັ່ງນີ້:

  • ໜ້າຈໍ AMOLED 3.9 ນິ້ວ ຄວາມລະອຽດ 854×480 ພິກເຊ໋ວ ກະຈົກໂຄ້ງ ແລະ ກັນຮອຍຂູດຂີດ Gorilla Glass
  • ກ້ອງດ້ານຫຼັງ 8 ລ້ານພິກເຊ໋ວໃຊ້ເລັນ Carl Zeiss ແບບ wide-angle ພ້ອມໄຟແຟກຄູ່ ແລະ ຖ່າຍວີດີໂອແບບ HD 720p 30 fps, ກ້ອງດ້ານໜ້າມີແຕ່ຍັງບໍ່ຮູ້ລະອຽດ
  • ໃຊ້ CPU ARM Cortex-A8 OMAP3630 1 Ghz, ກາດຈໍແມ່ນ PowerVR SGX530, RAM 1GB
  • ໃຊ້ລະບົບປະຕິບັດການ MeeGo 1.2 Hamattan
  • ໃຊ້ Micro Sim Card
  • ຮອງຮັບ 3G ຄວາມຖີ່ 850/900/1700/1900/2100 MHz
  • ຮອງຮັບ NFC , ແຊຮູບຜ່ານ NFC“
  • USB 2.0, GPS, A-GPS, WiFi
  • ຄວາມຈຸ 16GB ແລະ 64GB
  • ແບດເຕີລີ 1450 mAh
  • ນ້ຳໜັກ 135 ກຼາມ

By Douangtavanh Kongphaly