ເຊີນທ່ານຮ່ວມງານ Barcamp Vientiane ຄັ້ງທີ 3

barcamp-2013-web-banner

ງານ Barcamp ເປັນງານພົບປະສົນທະນາກັນທີ່ບໍ່ເປັນທາງການເປັນງານລະດັບພາກພື້ນສາກົນ, ສວ່ນຫຼາຍ ງານດັ່ງກ່າວເພິ່ນຈະເນັ້ນເວົ້າກ່ຽວກັບ ເລື່ອງເທັກໂນໂລຢີ ແລະ ເວັບໄຊ. Barcamp ເປັນງານທີ່ເປີດກ້ວາງໃຫ້ ທຸກໆຄົນເຂົ້າຮ່ວມ workshop, ຮ່ວມຟັງການບັນລະຍາຍຂອງຜູ້ເຂົ້າຮ່ວມ. ເນື່ອງຈາກງານນີ້ສວ່ນໃຫ່ຍແລ້ວ ແມ່ນຜູ້ບັນລະຍາຍມັກຈະເວົ້າເລື່ອງກ່ຽວກັບເລື່ອງເທັກໂນໂລຢີເປັນຕົນແຕ່ກໍບໍ່ແນ່ນອນງານນີ້ຍັງເປີດກວ້າງ ໃຫ້ເຮົາຍົກຫົວຂໍ້ສົນທະນາອື່ນໆມາສົນທະນາກັນເຊັ່ນ: ເລື່ອງການສຶກສາ, ການເບິ່ງແຍ່ງຮັກສາສຸຂະພາບ, ເລື່ອງການເມືອງ ແລະ ເລື່ອງອື່ນໆທີ່ຜູ້ເຂົ້າ ຮ່ວມງານສົນໃຈ.

ຜູ້ເຂົ້າຮ່ວມງານ Barcamp(ບາແຄ້ມ) ຈະມີສາມປະເພດຫຼັກໆຄື:

  1. ເປັນພຽງແຕ່ຜູ້ຟັງ
  2. ທັງເປັນພຽງຜູ້ຟັງ ແລະ ບັນລະຍາຍນຳ
  3. ເປັນຜູ້ບັນລະຍາຍຢ່າງດຽວ

ງານ Barcamp Vientiane ຄັ້ງທີ 3 ນີ້ແມ່ນເພິ່ນຈະຈັດຂຶ້ນໃນວັນທີ 23 ເດືອນມີນາ 2013 ທີ່ຄະນະວິສະວະກຳສາດ (ເອເລັກໂຕ)ໂສກປ່າຫຼວງເລີ່ມຕັ້ງແຕ່ 9 ໂມງເຊົ້າເຖິງ 5 ໂມງແລງ. ຮັບຮອງວ່າງານນີ້ຟຼີແນ່ນອນທັງຍັງເຕັມອີ່ມ ກັບກິນເຂົ້າສວຍຟຼີ ແລະ ໄດ້ຄວາມຮູ້ກັບບ້ານໄປນຳ, ງານດີໆແບບນີ້ຫວັງວ່າທຸກຄົນຈະບໍ່ພາດ.

ຫາກທ່ານສົນໃຈສາມາດລົງທະບຽນລ່ວງໜ້າໄດ້ເລີຍ ລົງທະບຽນເຂົ້າຮ່ວມງານບາແຄ້ມຄັ້ງທີ 3

ຂໍ້ມູນເພີ່ມເຕີມ Facebook | Barcamp Vientiane, Barcamp Vientiane Website