ສ.ປ.ປ.ລາວ ຈະເຊື່ອມຕໍ່ລະບົບອິນເຕີເນັດ ເຂົ້າກັບສາກົນ ອາດ


ພິ­ທີລົງນາມບົດບັນ­ທຶກຄວາມເຂົ້າ­ໃຈລະ­ຫວ່າງສູນອິນເຕີເນັດແຫ່ງ ຊາດ (ສອຊ) ແລະ ບໍ­ລິ­ສັດ NTT Communications (NTT Com) ປະ­ເທດຍີ່່ປຸ່ນ ໄດ້ມີຂຶ້ນວັນທີ 6 ຕຸ­ລາ 2011 ຢູ່ ສອຊ ລະ­ຫວ່າງ ທ່ານ ຄຳຄິດ ໄຊສົງ­ຄາມ ຫົວ­ໜ້າ ສອຊ ແລະ ທ່ານ Tsuyoshi Kavashima ປະ­ທານບໍ­ລິ­ສັດ NTT Com ເຊິ່ງມີທ່ານ ທັນສະ­ໄໝ ກົມມະສິດ ຮອງປະ­ທານອົງ­ການໄປ­ສະ­ນີໂທລະຄົມ­ມະ­ນາ­ຄົມແຫ່ງຊາດ ພ້ອມດ້ວຍພະ­ນັກ­ງານກ່ຽວ­ຂ້ອງເຂົ້າຮ່ວມ.ການລົງນາມບົດບັນ­ທຶກຄວາມເຂົ້າ­ໃຈຄັ້ງນີ້ ສອຊ ມີຈຸດ­ປະ­ສົງໃນການເຊື່ອມຕໍ່ກັບລະ­ບົບຂອງບໍ­ລິ­ສັດ NTT Com ເພື່ອສະ­ໜອງການ ເຊື່ອມຕໍ່ລະ­ບົບອິນເຕີເນັດ ແລະ ການສະ­ໜອງການເຊື່ອມຕໍ່ໂທລະ­ສັບຈາກ ສປປ ລາວ ເຂົ້າສູ່ລະ­ບົບເຄືອຂ່າຍ Tier-1 ສາ­ກົນໂດຍກົງ ເຊິ່ງຈະຊ່ວຍໃຫ້ລາ­ຄາຊື້ ການເຊື່ອມຕໍ່ອິນເຕີເນັດຫຼຸດລົງ ແລະ ມັນຍັງເພີ່ມຄຸນນະພາບຂອງການໃຊ້ບໍ­ລິ­ການອິນເຕີເນັດດີຂຶ້ນຕື່ມ ເຊິ່ງພາຍ­ຫຼັງການລົງນາມບົດບັນ­ທຶກນີ້ແລ້ວ ສອຊ ແລະ ບໍ­ລິ­ສັດ NTT Com ຈະສືບ­ຕໍ່ຮ່ວມກັນໃນການຄົ້ນ­ຄວ້າຫາເງື່ອນ­ໄຂທີ່ເໝາະສົມ ໃນການສະ­ໜອງການໃຫ້­ການບໍ­ລິ­ການອິນເຕີເນັດ ໃຫ້ແກ່ ສປປ ລາວ ທັ້ງນີ້ກໍເພື່ອຮອງຮັບໃຫ້­ການຊົມ­ໃຊ້ອິນເຕີເນັດທີ່ເພີ່ມຂຶ້ນ ແລະ ແນ­ໃສ່ໃຫ້ປະ­ຊາ­ຊົນບັນ­ດາ­ເຜົ່າໄດ້ເຂົ້າເຖິງ ແລະ ຊົມ­ໃຊ້ອິນເຕີເນັດໃນລາ­ຄາຖືກ.
ທີ່ມາ Vientiane Mai