ວິທີຕັ້ງຄ່າໃນການໃຊ້ Facebook Video Call

Facebook ໄດ້ເປີດໂຕຟິດເຈີ້ໃໝ່ມາແຂ່ງກັບ Google+ ທີ່ມີຊື່ວ່າ: Facebook Video Call ເຊິ່ງຮ່ວມກັບ  Skype. ດ້ວຍຟິດເຈີ້ໃໝ່ ນີ້ເຮົາສາມາດລົມກັນໃນ Facebook ແບບເຫັນໜ້າກັນ 1:1 ຈະມີວິທີການແນວໃດ ໃນການໃຊ້ຟິດເຈີ້ດັ່ງກ່າວນີ້ມາເບິ່ງກັນເລີຍ.

1. ໃຫ້ເຂົ້າໄປໜ້ານີ້ກ່ອນເລີຍ Facebook Video Call

2. ຄຣິກ Get Started

3. ເລືອກເອົາໃຜກະໄດ້ທີກຳລັງອອນລາຍ

4. ຄີິຣກຮູບທີ່ເປັນກ້ອງວີດີໂອ

5. ຄິຣກ Set Up

6. ຈາກນັ້ນມັນຈະຂຶ້ນໜ້າຕ່າງດາວໂຫຼດປັກອິນ, ຄິຣກບັນທຶກ, ເປີດໂປແກມນັ້ນຂຶ້ນມາ

7. ປ່ອຍໃຫ້ມັນດາວໂຫຼດນັ່ງຖ້າແປບໜຶ່ງມັນຫາກປິດໜ້າຕ່າງເອງ

8. ເລືອກຄົນທີ່ຢາກລົມນຳຄີິຣກຮູບທີ່ເປັນກ້ອງວີດີໂອ

 

9. ຢາກເວົ້າຫຍັງໃສ່ເຕັມທີເລີຍ.

By Douangtavanh Kongphaly