Facebook ເປີດໂຕ Skype Video Call, Group Chats ແລະ ປ່ຽນໜ້າຕາ Chat ໃໝ່

Facebook ໄດ້ເປີດໂຕ Video Call ໂດຍຮ່ວມກັບ Skype ໂດຍເອົາເຂົ້າມາໃຊ້ໃນ Facebook ແລະ ຍັງໄດ້ ເປີດໂຕ Group Chats ແລະ ປ່ຽນໜ້າຕາ Chat. ມາເບິ່ງລາຍລະອຽດກັນກັນເລີຍ

Facebook Video Call

ເລີ່ມຕົ້ນດ້ວຍ Facebook Video Call ທີ່ເປັນໜ້າສົນໃຈໃນການເປີດໂຕຄັ້ງນີ້ໂດຍບໍລິການນີ້ແມ່ນ Facebook ແລະ Skype ໄດ້ຮ່ວມມືກັນ ເຊິ່ງເຮົາສາມາດລົມນຳໝູ່ຂອງເຮົາໃນ Facebook ໃນຮູບແບບ 1:1ວິທີການໃຊ້ແມ່ນຈະບອກຕາມຫຼັງ ມາເບິ່ງຄິຣບເປັນນ້ຳຈິ້ມກ່ອນ

Group Chats

Facebook ໄດ້ເປີດໃຊ້ງານແຊດແບບຫຼາຍຄົນໃນໜ້າຕ່າງດຽວ ໂດຍເຮົາສາມາດເພີ່ມໝູ່ໂດຍຄິຣກປຸ່ມ “Add Friend to Chat” ເທົ່ານັ້ນກໍສາມາດແຊດນຳໝູ່ຂອງເຮົາໄດ້ສະບາຍເລີຍ

Facebook ປ່ຽນໜ້າຕ່າງແຊດ

Facebook ໄດ້ປ່ຽນໜ້າຕ່າງແຊດໃຫ້ສະອາດຂຶ້ນ, ງາມຂຶ້ນ ແລະ ຫຼູຂຶ້ນກ່ວາເກົ່າ

By Douangtavanh Kongphaly