ຟຼີ Cyberghost VPN 10 GB ໂປໂມເຊິນໂຄດ

 Untitled

Cyberghost VPN ເປັນໂປແກມ VPN ຫລື virtual private network ໃຊ້ເວລາທີ່ເຮົາຕ້ອງການທ່ອງໂລກອອນລາຍໂດຍບໍ່ເປີດເຜີຍຕົວຕົວ ຂອງເຮົາ, ອາດຈະເວົ້າໃຫ້ສັບສົນຫນ້ອຍຫນຶ່ງເນາະ. ຕົວຢ່າງ: ເມື່ອເຮົາເຂົ້າໄປເວັບ ip-address.com ມັນຈະບອກວ່າເຮົາຫລິ້ນເນັດຢູ່ປະເທດໃດ?,  ໃຊ້ IP Address ໃດ?, ໃຊ້ບໍລິການຂອງຜູ້ໃດ?. ຖ້າຫາກເຮົາບໍ່ຢາກເປີດເຜີຍຂໍ້ມູນນີ້ເພື່ອຄວາມປອດໄພຂອງເຮົາໆກະສາມາດໃຊ້ບໍລິການ VPN ການເຮັດວຽກຂອງມັນກະປຽບສະເຫມືອນເປັນເຄື່ອງ Server ຫລື ເຄື່ອງ Proxy, ກ່ອນເຮົາຈະເຊື່ອມຕໍ່ອິນເຕີເນັດຈາກຄອມເຮົາແມ່ນຈະຜ່ານ ເຄື່ອງນີ້ກ່ອນໃຫ້ມັນປ່ຽນ IP Address ໃຫ້ເປັນປະເທດອື່ນ, ແລ້ວຫລັງຈາກນັ້ນຈຶ່ງເຊື່ອມຕໍ່ອິນເຕີເນັດ.

ໂປໂມເຊິນນີ້ມາຈາກເວັບໄຊ Comss.ru ເພິ່ນໄດ້ແຈກ Cyberghost VPN 10 GB ສຳລັບ 1000 ທຳອິດ. ໃຜສົນໃຈສາມາດເຂົ້າໄປໄດ້ທີນີ້ກົດ.

ຫມາຍເຫດ: ເວັບໄຊນີ້ເປັນພາສາຣັດເຊຍທ່ານສາມາດໃຊ້ Google Translate ໃນການແປ ແລະ ສາມາດໃຊ້ໄດ້ເປັນເວລາ 1 ເດືອນ.