ພົບmalwareຊະນິດໃໝ່ ໃນລະບົບປະຕິບັດການ Android

Kaspersky ໄດ້ຄົ້ນພົບໄວຣັດປະເພດ Malware ຊະນິດໃໝ່ໃນອຸປະກອນເຄື່ອງທີ່ໃຊ້ລະບົບປະຕິບັດການ Android ໃນ PlayStore ໂດຍໄວຣັດນີ້ຈະແຝງໂຕມາໃນຮູບແບບຂອງ Application ທີ່ມີຊື່ວ່າ: “Superclean”.

ໄວຣັດໂຕນີ້ມັນສາມາດສ້າງຄວາມເສຍຫານໃຫ້ໂທລະສັບຂອງທ່ານໄດ້ເຊິ່ງຜູ້ສ້າງໄດ້ຕັ້ງຄວາມສາມາດໃຫ້ມັນດັ່ງນີ້:

  • ສົ່ງຂໍ້ຄວາມ
  • ເປີດສັນຍານ Wi-Fi
  • ເອົາຂໍ້ມູນກ່ຽວກັບອຸປະກອນຂອງທ່ານ
  • ເປີດລິ້ງຕ່າງໆໃນ Web Browser ຂອງທ່ານ
  • ເອົາຂໍ້ມູນໃນກາດຄວາມຈຳ(SD Card)ຂອງທ່ານ
  • ສາມາດສົ່ງຟາຍຂໍ້ມູນຕ່າງໆກັບໄປຫາ Server ຂອງເຈົ້າຂອງໄວຣັດນີ້
  • ເອົາຂໍ້ມູນຂໍ້ຄວາມຂອງທ່ານ
  • ລຶບຂໍ້ຄວາມຂອງທ່ານ
  • ສົ່ງຂໍ້ມູນຈຳພວກບັນຊີລາຍຊື່ຜູ້ຕິດຕໍ່, ຮູບພາບ, ທີ່ຕັ້ງຂອງທ່ານໄປຫາ Server ຂອງເຈົ້າຂອງໄວຣັດ

ສ່ວນໃນເລື່ອງການເຮັດວຽກຂອງມັນໃນຄອມພິວເຕີແມ່ນມັນຈະເຂົາໄວຄວບຄຸມໃນສ່ວນຂອງສຽງ, ວິທີປະຕິບັດຂອງມັນກະຄືວ່າມັນຈະໄປ ຄວບຄຸມໄມໃນຄອມພິວເຕີຂອງທ່ານ ແລະ ມັນສາມາດບັນທຶກສຽງຫຼັງຈາກນັນຈະສົ່ງໄປ Server ຂອງເຈົ້າຂອງໄວຣັດດັ່ງກ່າວ. ນອກນັ້ນ Kaspersky ຍັງບອກວ່າ: ເປັນຄັງທຳອິດທີ່ເຫັນໄວຣັດທີ່ມີຈຸດປະສົງສ້າງຄວາມເສຍຫາຍໃຫ້ທັງໂທລະສັບມືຖື ແລະ ຄອມພິວເຕີຂອງທ່ານ.

ຂອບໃຈທີ່ມາ Thenextweb