Youtube ອັບເດດລະບົບໃໝ່

Youtube ອັບເດດລະບົບຂອງຕົນສອງຈຸດຄື: ການແຈ້ງເຕືອນຜ່ານທາງອີເມລ ແລະ ຈະເລີ່ມຕັ້ງຄ່າເລີ່ມຕົ້ນ ໃຫ້ກັບວີດີໂອທີ່ອັບໂຫຼດຂຶ້ນໃໝ່ເປັນ ສ່ວນຕົວ (Private).

Youtube ຈະແຈ້ງເຕືອນທ່ານຜ່ານອີເມລເມື່ອວີດີໂອທີ່ທ່ານອັບໂຫຼດຂຶ້ນ Youtube ໄດ້ຖືກເຜີຍແຜ່ລົງໃນ Youtube ເຊັ່ນ: ເມື່ອທ່ານເຂົ້າສູ່ລະບົບໃນ Youtube ທ່ານຈະພົບກັບການແຈ້ງເຕືອນທີ່ວ່າ:

we’ll send you an email once your video is processed and ready to be watched

youtube_update_email_notification

ລິ້ງຮູບຕົ້ນສະບັບ https://lh5.googleusercontent.com/GirlQuloEgQMhA3YumpdBBl629TbgrVXMN18K1VwsGDRTdE01E0PQvtArPZW6sTWBPYvFfUDamEc–7_G75HdzdSn0KpmH0LbrKy6uh_zXa9KDdk67jIsZP88w

ການອັບເດດໂຕນີ້ກໍເພື່ອບໍໃຫ້ທ່ານຕ້ອງເຂົ້າມາກວດເບິ່ງວ່າວີດີໂອທ່ານໄດ້ຖືກເຜີຍແຜ່ແລ້ວບໍ່ ຫຼື ວ່າ ຍັງຖືກຜິດ ຈາລະນາຢູ່ເນື່ອງຈາກວີດີໂອທ່ານ ລະເມີດສັບສິນທາງປັນຍາ. ທ່ານສາມາດປິດການແຈ້ງເຕືອນດ້ວຍອີເມລໄດ້ ໂດຍເຂົ້າໄປປັບປ່ຽນໃນບັນຊີ Youtube ຂອງທ່ານ.

ອັບເດດໂຕທີ່ສອງແມ່ນຈະໄດ້ເອົາມານຳໃຊ້ໃນໄວໆນີ້ Youtube ຈະປ່ຽນການຕັ້ງຄ່າເລີ່ມຕົ້ນໃນການອັບໂຫຼດ ວີດີໂອຂຶ້ນໃໝ່ເປັນສ່ວນຕົວ (Private), ທ່ານຈຳເປັນຕ້ອງປ່ຽນສະຖານະຂອງວີດີໂອທ່ານເປັນເບິ່ງເຫັນໄດ້ ທຸກຄົນ (Public). ເນື້ອຫາກ່ຽວກັບການອັບເດດໂຕນີ້ຍັງບໍ່ຊັດເຈນ ເທື່ອວ່າຈະມີວິທີການແນວໃດ.

ຂອບໃຈທີ່ມາ Thenextweb, Youtubecreator Blog