ເບິ່ງວີດີໂອ 18+ ຢູ່ຢູທູບ(Youtube)ໂດຍບໍ່ຕ້ອງສ້າງບັນຊີກ່ອນເຂົ?

ເທັກນິກໂຕນີ້ແມ່ນເຮົາໄດ້ຂຽນໄວ້ຢູ່ບ໋ອກເກົ່າເຮົາແຕ່ດົນແລ້ວ ເຮົາຫາກໍ່ໄປຄົ້ນເຫັນກໍ່ຄິດວ່າເປັນເທັກນິກດີໆສຳລັບຄົນທີ່ຂີ້ຄ້ານໃນການສ້າງບັນຊີ ໃໝ່ກ່ອນທີ່ຈະເຂົາເບິ່ງໄດ້ ແລະ ນອກນັ້ນບັນຊີນັນຄົນໃຊ້ຕ້ອງມີອາຍຸບໍ່ຕ່ຳກວ່າ 18 ປີເພື່ອຍືນຍັນ. ສາເຫດທີ່ເຂົາບ໋ອກວີດີໂອເຫຼົ່ານີ້ກໍຍ້ອນວ່າວີດີໂອທີ່ຖ່າຍມານັນອາດຈະມີຄວາມຮຸນແຮງ, ພາບ, ການປະພຶດທີ່ບໍ່ສົມມາພາຄວນ ແລະ ການກະທຳທີ່ອາດຈະທຳຮ້າຍຈິດໃຈຜູ້ເບິ່ງໄດ້(ອັນນີ້ເປັນພຽງຄວາມຄິດສ່ວນຕົວເທົ່ານັນຊື່ໆເດີ້. ສ່ວນວິທີເຮັດນັ້ນກະງ່າຍແສນງາຍພຽງແຕ່ສອງສາມຄິຣກກະແລ້ວໆເຮົາມາເບິ່ງກັນເລີຍ.

ທຳອິດເລີຍແມ່ນເຮົາຕ້ອງມີລິ້ງຂອງວີດີໂອທີ່ເຂົາບ໋ອກຫັ້ນ ຕົວຢ່າງຄືລິ້ງນີ້: http://www.youtube.com/watch?v=O07u7KdRVo0

ໃຫ້ກ໋ອບປີ້ເອົາແຕ່ໄອດີຂອງວີດີໂອນັ້ນໆເຊິ່ງແມ່ນ O07u7KdRVo0.

ຫຼັງຈາກນັ້ນແມ່ນໃຫ້ເອົາໄອດີດັ່ງກ່າວນັ້ນມາເພີ່ມໃສ່ລິ້ງໂຕນີ້ http://www.youtube.com/v/*VIDEO CODE HERE*?fs=1&amp.

ໃຫ້ລຶບ *VIDEO CODE HERE* ແລ້ວເພີ່ມໄອດີໃສ່ກໍ່ຈະເປັນແບບນີ້: http://www.youtube.com/v/O07u7KdRVo0?fs=1&amp. ເປັນອັນສຳເລັດເທົ່ານີ້ກະເບິ່ງໄດ້ແລ້ວ.

By Douangtavanh Kongphaly