ເປັນ​ຫຍັງເຮົາ​ຄື​ຍັງ​ໃຊ້ SMS ຢູ່?

why-are-we-still-using-sms

SMS ຫຼື Short Message Service ຫຼື ບໍ​ລິ​ການ​ສົ່ງ​ຂໍ້​ຄວາມ​ສັ້ນ​ຜ່ານ​ຄື້ນ​ສັນ​ຍານ​ໂທ​ລະ​ສັບ, ເຮົາ​ເຄີຍສົງ​ໄສ​ບໍ່​ວ່າ​ເປັນ​ຫຍັງ​ຄົນ​ເຮົາ​ຄື​ຍັງ​ໃຊ້​ບໍ​ລິ​ການນີ້​ຢູ່​ໃນ​ເມື່ອ​ຍຸກນີ້​ແມ່ນ​ຍຸກ​ອີ່​ຫຍັງ​ກະ​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ​ໝົດ​ແລ້ວ ແລະ ການ​ສື່​ສານ​ຂອງ​ຄົນ​ເຮົາ​ກໍ​ໄດ້​ກ້າວ​ເຂົ້າ​ໄປ​ເປັນ​ການ​ສື່​ສານ​ແບບ​ດີ​ຈິ​ຕ​ອນ(Digital) ໝົດ​ແລ​້ວ​ຕົວ​ຢ່າງ​ເຊັ່ນ: ການ​ສົ່ງ​ຂໍ້​ຄວາມ​ອັກ​ສອນ, ພາບ ຫຼື ສຽງ​ກໍ​ໃຊ້​ບໍ​ລິ​ການ​ດັ່ງໆ​ເຊັ່ນ: Whatsapp, Line, WeChat ເປັນ​ຕົ້​ນ.

ເຮົາ​ມາ​ເບິ່ງ​ປະ​ຫວັດ​ຫຍໍ້​ຂອງ SMS ກັນ, ເລີ່ມ​ຕົ້ນ​ດ້ວຍບ​ໍ​ລິ​ການ SMS ໄດ້​ເລີ່ມ​ຕົ້ນ​ໃຊ້​ກັນ​ຕັ້ງ​ແຕ່​ປີ 1992 ເປັນ​ຕົ້ນ​ມາ, ແຕ່​ວ່າ​ມາ​ຮອດ​ປີ 2010 ນັ້ນ​ແມ່ນ​ເປັນ​ຍຸກ​ຂອງ Smartphone ເຮັດ​ໃຫ້​ຜູ້​ອຸ​ປະ​ໂພກ​ໄດ້​ຫັນ​ປ່ຽນ​ໄປ​ໃຊ້​ບໍ​ລິ​ການ​ ການ​ສື່​ສານ​ທີ່​ທັນ​ສະ​ໃໝ່​ຍິ່ງ​ຂຶ້ນ​ເປັນ​ຕົ້ນ​ແມ່ນແອັບ​ສົ່ງ​ຂໍ້​ຄວາມ​ເປັນ​ຕົ້ນ.

ຫຼັງ​ຈາກນັ້ນ​ເຮົາ​ກໍ​ຄິດ​ໄດ້​ວ່າ SMS ຄົງ​ຈະ​ບໍ່​ມີ​ໃຜ​ໃຊ້​ງານ​ແລ້ວ ແຕ່​ຈັ່ງ​ໃດ​ກໍ​ຕາມ ມັນ​ກະ​ຍັງ​ຄົງ​ເປັນ​ການ​ສື່​ສານຫຼັກ​ຂອງ​ຄົນ​ເຮົາ​ຢູ່​ຄື​ເກົ່າ​ໂດຍ​ປະ​ໂຫຍດ​ຂອງ​ມັນ​ມີ​ດັ່ງ​ນີ້:

SMS ເປັນ​ທາງ​ເລືອກ​ທີ່​ໄດ້​ຜົນ​ທີ​ສຸດ​ໃນ​ການ​ເຂົ້າ​ເຖິງ​ຜູ່​ໃຊ້ທັນ​ທີ​ທັນ​ໃດ ດ້ວຍ​ອັດ​ຕາ​ການ​ເປີດ​ອ່ານ 90 ເປີ​ເຊັນ​

ການ​ບໍ​ລິ​ການ SMS ນັ້ນ​ສາ​ມາດ​ໃຊ້​ໄດ້​ເລີຍ​ຕາບ​ໃດ​ທີ່​ທ່ານ​ມີ​ໂທ​ລະ​ສັບ ແລະ ການ​ບໍ​ລິ​ການ​ຂອງ​ຜູ່​ໃຫ້​ບໍ​ລິ​ການ​ຂອງ​ທ່ານ ເຊິ່ງ​ແນ່ນອນ​ວ່າ​ຄອບ​ຄຸມ​ເກືອບ 90% ຂອງ​ທຸກ​ບ່ອນ​ທີ່​ທ່ານ​ໄປ. ສິ່ງນີ້​ເປັນ​ຈຸດ​ແຂງ​ເຮັດ​ໃຫ້​ເຮົາ​ຍັງ​ສາ​ມາດ​ຕິດ​ຕໍ່​ກັນ​ໄດ້​ບໍ່​ວ່າ​ຈະ​ຢູ່​ໃສ ບ່ອນ​ທີ່ບໍ່​ມີ​ອິນ​ເຕີ​ເນັດ​ກະ​ຍັງ​ໄດ້ ແລະ ສິ່ງ​ທີ່​ສຳ​ຄັນ​ຄືບໍ່​ຕ້ອງ​ການ​ສິ່ງ​ອື່ນໆ​ອີກ ຕົວ​ຢ່າງ​: ການ​ໃຊ້​ບໍ​ລິ​ການ​ສົ່ງ​ຂໍ້​ຄວາມ​ຜ່ານ Whatsapp ນັ້ນ ຜູ່​ສົ່ງ ແລະ ຜູ່​ຮັບ​ຈະ​ຕ້ອງ​ໄດ້​ຕິດ​ຕັ້ງ Whatsapp ເສຍ​ກ່ອນ​ຈຶ່ງ​ສົ່ງ​ຫາ​ກັນ​ໄດ້ ແລະ ທີ່​ສຳ​ຄັນ​ອີກ​ຢ່າງ​ຕ້ອງ​ມີ​ອິນ​ເຕີ​ເນັດ​ນຳ​ອີກ​ດ້ວຍ. ຖ້າ​ເຮົາ​ມີ​ຕິດ​ຕັ້ງ Whatsapp ແລ້ວ​ສົ່ງ​ໄປ​ຫາ​ຄົນ​ທີ່ບໍ່​ມີ​ນັ້ນ ຜູ່​ຮັບ​ຈົນ​ເຖົ້າ​ລະ​ກະ​ຍັງ​ບໍ່​ໄດ້​ຮັບ​ຂໍ້​ຄວາມ​ຈາກ​ທ່ານ. ສະ​ນັ້ນ, SMS ເປັນ​ທາງ​ເລືອກ​ທີ່​ດີ​ໃນ​ຈຸດໆ​ນີ້.

 

ບໍ່​ມີ​ອິນ​ເຕີ​ເນັດ, ບໍ່​ໄດ້​ໂຫຼດ​ແອັບ, ບໍ່​ມີ Smartphone, ຮູ້​ແຕ່​ເບີ ຢາກ​ແຊັດ​ນຳ​ໝູ່, ນຳ​ຜູ່​ສາວ, ຜູ່​ບ່າວ ໃຊ້ SMS ລະ​ແລ​້ວ​ໂລດ.

Whatsapp

ເນື່ອງ​ຈາກວ່າ​ເທັກ​ໂນ​ໂລ​ຢີ​ຂອງ SMS ນັ້ນ​ບໍ່​ຈຳ​ເປັນ​ຕ້ອງ​ໃຊ້​ອິນ​ເຕີ​ເນັດ, ບໍ່​ຈຳ​ເປັນ​ຕ້ອງ​ມີ​ອິນ​ເຕີ​ເນັດ​ທີ່​ໄວ​ເວີ້, ບໍ່​ຈຳ​ເປັນ​ຕ້ອງ​ມີ​ແອັບ​ເສີມ​ເພື່ອ​ໃຊ້​ງານ, ບໍ່​ຈຳ​ເປັນ​ຕ້ອງ​ມີ​ໂທ​ລະ​ສັບ​ໄອ​ຟົ້ງ​ ກະ​ສົ່ງ​ຂໍ້​ຄວາມ​ໄດ້​ຄື​ກັນ. ນອກນັ້ນ, ຍັງ​ບໍ່​ຈຳ​ເປັນ​ຕ້ອງ​ສະ​ໝັກ​ເປັນ​ສະ​ມາ​ຊິກ​ໃດໆ​ກ່ອນ​ໃຊ້​ງານ​ຄື​ກັນ​ກັບ Whatsapp, WeChat, Line ເປັນ​ຕົ້ນ.

ຢືນ​ຢັນ​ບຸກ​ຄົນ ແລະ ຄວາມ​ປອດ​ໄພ​ສອງ​ຂັ້ນ​ຕອນ​ດ້ວຍ SMS

two-factor-authentication-google

ປັດ​ຈຸ​ບັນ, ເຖິງວ່າ​ເທັກ​ໂນ​ໂລ​ຢີ​ການ​ສື່​ສານ​ຈະ​ກ້າວ​ໄປ​ໄກ​ແລ້ວ​ແຕ່​ກໍ​ຍັງ​ຈຳ​ເປັນ​ຕ້ອງ​ໄດ້​ໃຊ້​ບໍ​ລິ​ການ​ເກົ່າໆ​ຢູ່​ໃນ​ການ​ເຮັດ​ທຸ​ລະ​ກຳ ຫຼື ໃນ​ການ​ລະ​ບຸ​ຕົວ​ຕົນ​ຜູ່​ໃຊ້​ງານ. ທັງ​ນີ້​ທັງ​ນັ້ນ​ວິ​ທີນີ້​ຍັງ​ເປັນ​ວິ​ທີ​ທີ່​ປະ​ຢັດ​ກ່​ວາ​ການ​ໃຊ້​ຂໍ້​ຄວາມ​ສຽງ ຫຼື ໂທ. ໂດຍ​ເຮົາ​ຈະ​ເຫັນ​ວ່າ​ການ​ໃຊ້ SMS ໃນ​ການ​ຢືນ​ຢັນ​ສອງ​ຂັ້ນ​ນັ້ນ ແມ່ນ​ຖືກ​ໃຊ້​ແຜ່ຫຼາຍ​ໃນ​ບໍ​ລິ​ສັດ​ໃຫຍ່ໆ​ເຊັ່ນ: Google, Apple, Facebook, Twitter, Dropbox ແລະ LinkedIN.

ເຮົາ​ເຫັນ​ບໍ່​ວ່າ​ການ​ຢືນ​ຢັນ​ຂອງແອັບ Whatsapp, Line ແລະ WeChat ນັ້ນ​ເພິ່ນ​ຍັງ​ໃຊ້​ວິ​ທີ​ການ​ສົ່ງ​ລະ​ຫັດ​ຜ່ານ​ຂໍ້​ຄວາມ​ຢູ່​ຄື​ເກົ່າ ເຫັນ​ບໍ່​ວ່າ​ SMS ນັ້ນ​ຍັງ​ຄົງ​ສຳ​ຄັນ​ຢູ່.

ຖ້າ​ຍັງ​ມີ​ໂປ​ໂມ​ຊັນ 1000 ສະ​ບັບ​ນິ​ຄົງ​ສິ​ຄັກ​ດີ, ຄິດ​ຮອດ​ສະ​ໄໝ​ນັ້ນ​ເດ! ຕອນ​ລຸ້ນ​ໄຟ​ສາຍ​ກຳ​ລັງ​ບູມ. ມີ​ໃຜ​ຍັງ​ຈື່​ໄດ້​ແນ່?