UPS ບອກວ່າ​ແຮັກ​ເກີ​ອາດ​ຈະ​ລັກ​ເອົາ​ຂໍ້​ມູນ Credit Card ໃນ 51 ສາ

ບໍ​ລິ​ສັດບໍ​ລິ​ການ​ຂົນ​ສົ່ງສິນ​ຄ້າ UPS ໄດ້​ບອກວ່າ​ຂໍ້​ມູນ Credit Card ແລະ Debit Card ຂອງ​ລູກ​ຄ້າ​ອາດ​ຈະ​ຖືກ​ລັກ​ໃນ 51 ສາ​ຂາ​ຂອງ​ຕົນ​ທົ່ວ​ສະ​ຫະ​ລັດ​ອາ​ເມ​ລິ​ກາ. ທາງ​ບໍ​ລິ​ສັດ​ໄດ້​ພົບ​ວ່າ​ມີ​ໄວ​ຣັດ​ປະ​ເພດ Malware ໄດ້​ເກັບ​ກຳ​ຂໍ້​ມູນ​ຂອງ​ບັດ ແລະ ສົ່ງ​ຂໍ້​ມູນ​ດັ່ງ​ກ່າວ​ໄປ​ຍັງ​ບຸ​ຄົນ​ທີ​ສາມ​​ໃນ​ລະ​ບົບ​ການ​ລົງ​ທະ​ບຽນ​ຈ່າຍ​ເງິນ​ຂອງ​ຕົນ​ໂດຍ​ການ​ກະ​ທຳ​ດັ່ງ​ກ່າວນີ້​ແມ່ນ​ກະ​ທົບ​ໜຶ່ງ​ເປີ​ເຊັນ​ຂອງ 4,770 ​ສາ​ຂາ​ທັງ​ໝົດຂອງ UPS ນັ້ນ​ແມ່ນ 51 ສາ​ຂາ​ໃນ 24 ລັດ. ຕອນນີ້​ທາງ UPS ໄດ້​ເລີ່ມ​ການ​ກວດ​ສອບ​ແລ້ວ​ວ່າແຮັກ​ເກີ​ອາດ​ຈະ​ໃຊ້​ຊ່ອງ​ໂວ​ຕາມ​ການ​ປະ​ກາດ​​ໃນ​ວັນ​ທີ 31 ຂອງ​ເດືອນ ກໍ​ລະ​ກົດ, ຫຼັງ​ຈາກ​ທີ່ ພະ​ແນກ​ຮັກ​ສາ​ຄວາມ​ປອດ​ໄພ​​ພາຍ​ໃນ​ປະ​ເທດອອກ​ການ​ແຈ້ງ​ເຕືອນ​​ວ່າ​ແຮັກ​ເກີ​ຈະ​ໃຊ້​ໂປ​ແກມ​ອັນ​ຕະ​ລາຍ​​ເປົ້າ​ໝາຍ​ຄື​ໃຊ້​ການ​ໂຈມ​ຕີ​ລະ​ບົບ​ການ​ເຂົ້າ​ເຖິງຂໍ້​ມູນ​ໄລ​ຍະ​ໄກ(remote access system) ທີ່​ອາ​ນຸ​ຍາດ​ໃຫ້​ພະ​ນັກ​ງານ​ສາ​ມາດ​ເຂົ້າ​ໃຊ້​ເຄື່ອ​ຄ່າຍ​ຂອງ​ບໍ​ລິ​ສັດ​ຂອງ​ຕົນ​ໄດ້​ຈາກ​ໄລ​ຍະ​ໄກ.

Tim Davis ປະ​ທານ​ຂອງ​ຮ້ານ UPS ໄດ້​ມາ​ກ່າວ​ຄຳ​ຂໍ​ໂທດ​ສຳ​ລັບ​ເຫດ​ການ​ທີ​ເກີດ​ຂຶ້ນ ແລະ ຈະ​ຫາ​ຂໍ້​ມູນ​ບັດ​ທີ​ຖືກ​ລັກ​ໄປ ມັນ​ອາດ​ຈະ​ໃຊ້​ເວ​ລາ​ປີ​ໜຶ່ງ​ທີ່​ຈະ​ລະ​ບຸ​ ແລະ ປ້ອງ​ກັນ​ບັດ​ທີ​ຖືກ​ລັກ​ໄປ.

ຂອບ​ໃຈ​ຂໍ້​ມູນ​ຈາກ TheVerge