Unitel ເປີດໂຕ​ແພັກ​ເກດຫຼິ້ນ​ອິນ​ເຕີ​ເນັດ​ເທິງ​ມື​ຖືບໍ່?

Unitel ເປີດ​ໂຕ​ແພັກ​ເກດຫຼິ້ນ​ອິນ​ເຕີ​ເນັດ​ເທິງ​ມ​ື​ຖື​ໃໝ່ ເປັນ​ແພັກ​ເກດຫຼິ້ນ​ອິນ​ເຕີ​ເນັດ​ແບບບໍ່​ຈຳ​ກັດ(Unlimited)​ຂໍ້​ມູນ​ອັບ​ໂຫຼດ ແລະ ດາວ​ໂຫຼດ ແຕ່​ວ່າ​ຖ້າ​ທ່ານ​ໃຊ້​ເກີນ​ຈຳ​ນວນ​ Data ທີ່​ກຳ​ນົວ​ຫ້​ແມ່ນ​ຄວາມ​ໄວ​ຂອງ​ທ່ານ​ຈະຫຼຸດ​ລົງ​ຈາກ​ຄວາມ​ໄວ​ເຕັມ​ອັດ​ຕາ​ລົງ​ມາ​ເຫຼືອ​ທີ 256/128 Kbps ເທົ່າ​ນັ້ນ ແຕ່​ວ່າ​ທ່ານ​ສາ​ມາດ​ໃຊ້​ໄດ້​ປກ​ກະ​ຕິ​ແບບບໍ່​ຈຳ​ກັດ Data ແຕ່​ວ່າ​ຈະ​ຈຳ​ກັດ​ຄວາມ​ໄວ​ໄວ້, ເຊິ່ງວ່າ​ຄວາມ​ໄວເທົ່າ​ນີ້​ກໍ​ສາ​ມາດ​ພຽງ​ພໍ​ຕໍ່​ການຫຼິ້ນ​ຂອງ​ໄວ​ລຸ້ນ​ທັງຫຼາຍ​ແລ້ວ​ເຊັ່ນ: ສົ່ງ​ຂໍ້​ຄວາມ Whatsapp ຫຼື ຫຼິ້ນ Facebook, Twitter ຫຼື Instagram ເປັນ​ຕົ້ນ. ແຕ່​ຖ້າ​ສິ​ໃຫ້​ໃຊ້​ດາວ​ໂຫຼດ​ຟາຍ​ຂະ​ໜາດ​ໃຫຍ່​ແມ່ນ​ຂໍ​ບອກ​ເລີຍ​ວ່າ​ໄດ້​ນັ່ງ​ຖ້າ ນອນ​ຖ້າ​ໂລດ​ແຫຼະ.

ແພັກ​ເກດຫຼິ້ນ​ອິນ​ເຕີ​ເນັດ​ເທິງ​ມ​ື​ຖືບໍ່​ຈ​ຳ​ກັດ ແຕ່​ຈ​ຳ​ກັດ​ຄວາມ​ໄວ​ຫາກ​ໃຊ້​ເກີນ​ມີ​ແພັກ​ເກດ​ດັ່ງ​ນີ້:

  • ແພັກ​ເກດ Mimax1 ອັດ​ຕາ​ຄ່າ​ບໍ​ລິ​ການ ອັດ​ຕາ​ຄ່າ​ບໍ​ລິ​ການ 6000 ກີບ ຕໍ່ 1ມື້ ຈຳ​ນວນ​ Data ໃຊ້ແບບບໍ່​ຈຳ​ກັດ 120 MB ຖ້າ​ໃຊ້​ເກີນ​ຄວາມ​ໄວຫຼຸດ​ເຫຼືອ​ລົງ 256/128 Kbps. ພິມ Mimax1 ສົ່​ງ​ໄປ 209  ຫຼື ກົດ *209*1# ໂທ​ອອກ.
  • ແພັກ​ເກດ Mimax7 ອັດ​ຕາ​ຄ່າ​ບໍ​ລິ​ການ ອັດ​ຕາ​ຄ່າ​ບໍ​ລິ​ການ 22,000 ກີບ ຕໍ່ 7ມື້ ຈຳ​ນວນ​ Data ໃຊ້​ແບບບໍ່​ຈຳ​ກັດ 500 MB ຖ້າ​ໃຊ້​ເກີນ​ຄວາມ​ໄວຫຼຸດ​ເຫຼືອ​ລົງ 256/128 Kbps. ພິມ Mimax7 ສົ່​ງ​ໄປ 209  ຫຼື ກົດ *209*7# ໂທ​ອອກ.
  • ແພັກ​ເກດ Mimax30 ອັດ​ຕາ​ຄ່າ​ບໍ​ລິ​ການ ອັດ​ຕາ​ຄ່າ​ບໍ​ລິ​ການ 50,000 ກີບ ຕໍ່ 30ມື້ ຈຳ​ນວນ​ Data ໃຊ້​ແບບບໍ່​ຈຳ​ກັດ 1200 MB ຖ້າ​ໃຊ້​ເກີນ​ຄວາມ​ໄວຫຼຸດ​ເຫຼືອ​ລົງ 256/128 Kbps. ພິມ Mimax30 ສົ່​ງ​ໄປ 209  ຫຼື ກົດ *209*30# ໂທ​ອອກ.

Unitel_unlimited_package_for_mobile_mimax_package

ຂອບ​ໃຈ​ທີ່​ມາ Unitel Facebook Page: Unitel Lao Lao