TuneUp ແຈກລາຍເຊັ່ນ TuneUp Utilities 2011 ຟີຣສຳລັບທຸກໆຄົນ

ຊ່ວງນີ້ບໍ່ມີໂປໂມຊັນດີໆມາແຈກເລີຍເວີ້ຍ ຖ້າຕັ້ງດົນກວ່າຈະມີມາເທື່ອໜຶ່ງ. ມື້ນີ້ກະເປັນຄິວຂອງທາງ TuneUp ທີ່ເພິ່ນແຈກລາຍເຊັ່ນໃຫ້ພວກເຮົາ ໃຊ້ກັນແຕ່ລະປີໆນີ້ເພິ່ນມາແຈກ TuneUp Utilities 2011 ກັນ. ເຖິງວ່າຈະເປັນເວີເຊິນຂອງປີ 2011 ກໍຕາມ ເກົ່າແດ່ປີໜຶ່ງກະຄົງຈະບໍ່ເປັນຫຍັງ ຫຼາຍດ໋ອກສຳລັບຂອງຟີຣໆ.

ຂໍແນະນຳໂປຼແກມ TuneUp Utilities 2011 ຈັກໜ້ອຍໜຶ່ງເພື່ອຄົນທີ່ບໍ່ຮູ້. TuneUp Utilities 2011 ເປັນໂປຼແກມທີ່ຈະເຮັດໃຫ້ຄອມເຮົາເປັນລະ ບຽບຂຶ້ນ, ສະອາດຂຶ້ນ ແລະ ເຮັດວຽກເບົາຂຶ້ນ ເຊິ່ງມັນຈະເຮັດໜ້າທີ່ໃນການຈັດແຈງຂໍ້ມູນຕ່າງໆໃນຄອມເຮົສໃຫ້ເປັນລະບຽບ, ລຶບຟາຍທີ່ບໍ່ເປັນປະ ໂຫຍດ, ບອກໂປຼແກມ ຫຼື ລະບົບການເຮັດວຽກຕ່າງໆຢູ່ໃນຄອມທີ່ມີບັນຫາ ແລະ ແກ້ໄຂໃຫ້ເຮົາທັນທີ່. ນອກນັນມັນຍັງເປັນໂປຼແກມທີ່ຫຼາຍໆຄົນ ແນະນຳໃຫ້ມີຫຼັງຈາກທີ່ຊື້ຄອມໃໝ່ ຫຼື ລົງວິນໂດໃໝ່.

ມາເບິ່ງວິທີເຮັດກັນເລີຍ.

1. ເຂົ້າໜ້າເວັບທີ່ເພິ່ນແຈກກັນເລີຍ ຄິຣກ.

2. ຈະເຫັນໜ້າໃຫ້ເຮົາເອົາລາຍເຊັ່ນຟີຣ. ພິມຊື່ອີເມວຂອງທ່ານ ແລະ ລະຫັດເຄບທຊາ.

3. ຫຼັງຈາກນັ້ນມັນຈະມີໜ້າເດ້ງຂຶ້ນມາອີກ ແລ້ວໃຫ້ເຮົສພິມອີເມວຂອງເຮົາໃສ່ອີກຄັ້ງ.

4. ຖ້າໃສ່ຖືກຕ້ອງໝົດມັນກໍ່ຈະເປັນແບບນີ້.

5. ໃຫ້ເຮົາໄປກວດເບິ່ງ ກ່ອງຂໍ້ຄວາມເຂົ້າຢູ່ອີເມວຂອງເຮົາ.

6. ຄິຣກລິ້ງທີ່ໃຫ້ມານຳ.

7. ຫຼັງຈາກນັ້ນລິ້ງກໍຈະພາເຮົາໄປຫາໜ້າລາຍເຊັ່ນທີ່ເຮົາຕ້ອງການ.

8. ກ໋ອບປີ້ລາຍເຊັ່ນນັ້ນໄວ້.

9. ໂຫຼດໂປຼແກມ TuneUp Utilities 2011 ມາຕາມລິ້ງທີ່ຢູ່ທາງລຸ່ມຂອງໜ້າທີ່ສະແດງລາຍເຊັ່ນຂອງເຮົາ. ຫຼັງຈາກນັ້ນກໍທຳການຕິດຕັງ ແລະ ໃຊ້ລາຍເຊັ່ນທີ່ໄດ້ມານັ້ນລົງທະບຽນ ເທົ່ານີ້ກໍເປັນອັນສຳເລັດ.

ຖ້າໃຜມີບັນຫາໃດບໍ່ເຂົ້າໃຈສາມາດໃຫ້ຄວາມເຫັນໄດ້ຢູ່ຂ້າງລຸ່ມ.

By Douangtavanh Kongphaly