ແຈກ Dota2 beta key

ab02aa_7d7302fa81fff123aa674216cd66cca7

ຈັກເປັນມື້ເລີດງາມຍາມດີຫຍັງໃກ້ຮອດຍາມບຸນ ຫຼື ຄວາມຢາກແຈກໃຫ້ຄົນທີ່ຕິດຕາມໄດ້ຫຼິ້ນກ່ອນໃຜກັນແທ້.

ເກມ DOTA2 ເປັນຍອດຕໍ່ຈາກແຜນທີ່ໃນເກມ Warcaft 3 ໃນໂໝດເສີມ Warcraft III: The Frozen Throne ທີ່ມີຊື່ວ່າ: DotA ໂດຍມີຜູ້ພັດທະ ນາຊື່ດັງເຊັ່ນ Icefrog ເປັນຄົນພັດທະນາແຜນທີ່ນີ້ຂຶ້ນ ແລະ ໄດ້ເລີ່ມເປັນທີ່ສົນໃຈໃນທົ່ວໂລກຈົນໄດ້ກາຍເປັນເກມໃຊ້ເຂົ້າໃນການແຂ່ງຂັນຂັ້ນ International(ລະດັບປະເທດ) ໃນຫຼາຍໆລາຍການໃຫຍ່.

ເກມ DOTA 2 ນີ້ອຳນວຍການສ້າງໂດຍບໍລິດສັດຍັກໃຫຍ່ Valve ເຊິ່ງໄດ້ຄ້ວາເອົານັກພັດທະນາເກມດັ່ງກ່າວ Icefrog ມາເປັນຫົວໜ້າໂຄງການ. ເນື່ອງຈາກວ່າເກມ DOTA 2 ໃນຂະນະນີ້ຍັງເປັນຊ່ວງ Close Beta ເປັນຊ່ວງທີ່ຍັງບໍ່ເປີດໃຫ້ຄົນທົ່ວໄປໄດ້ຫຼິ້ນຢ່າງເປັນທາງການເທື່ອ ມີສະເພາະ ຄົນທີ່ຖືກເຊີນ ແລະ ໄດ້ຮັບ Key ຈາກໝູ່ ຫຼື ຄົນອື່ນໆຈື່ງສາມາດໄດ້ຫຼິ້ນ ແລະ ທົດສອບເກມນີ້ກ່ອນໝູ່ໄດ້.

ຫາກໃຜທີ່ສົນໃຈຢາກຫຼິ້ນກະສາມາດຊອກຊື້ຫຼິ້ນໄດ້ຢູ່ຮ້ານຂາຍເຄື່ອງເພິ່ນ DOTA 2 Store ຂະນະທີ່ຂຽນຢູ່ນີ້ແມ່ນເພິ່ນໄດ້ເອົາສິນຄ້າໂຕນີ້ອອກ ແລ້ວ, ຊອກບໍ່ເຫັນບໍ່ຮູ້ວ່າເປັນຫຍັງເພິ່ນຈຶ່ງເອົາອອກ ຮາຮາ ຕ້ອງຂໍອະໄພນຳຫຼາຍໆ, ແຕ່ເຮົາຍັງສາມາດຫຼິ້ນໄດ້ໂດຍເຂົ້າໄປອ່ານເລື່ອງນີ້ [ອັບເດດ]ວິທີເອົາ Invite beta key ຂອງເກມ DOTA2 ແຕ່ຕ້ອງໃຊ້ເວລາແດ່ໜ້ອຍໜຶ່ງ ເຮົາຮັບຮອງໄດ້ເລີຍວ່າໄດ້ຫຼິ້ນແທ້ແນ່ນອນ.

ເວົ້າຈົນນ້ຳຖ້ວມທົ່ງລະມາເຂົ້າປະເດັນກນັເລີຍ, ປະເດັນກະຄືວ່າເຮົາຈະແຈກ Gift DOTA 2 Beta Key ຈຳນວນ 2 ທ່ານ ຫຼື ອາດຈະຫຼາຍກວ່າຫັ້ນ ເຮົາຈະເບິ່ງຕາມຄວາມຮຽກຮ້ອງຕ້ອງການຂອງຄົນທີ່ສົນໃຈເກມນີ້ກ່ອນເນາະດ້ວຍກັນຫາກໃຜຢາກໄດ້ກະລຸນນາເຮັດຕາມກົດກະຕິການຢູ່ຂ້າງ ລຸ່ມໄດ້ເລີຍ

1. ທ່ານຕ້ອງມີບັນຊີ Steam ກ່ອນຫາກຍັງບໍ່ມີເຂົ້າໄປສະໝັກໄດ້ທີ່ Steamcommunity 

2. ຕ້ອງເປັນຄົນທີ່ Like ໜ້າ Facebook Fan Page ຂອງ LaoITtalk ຫາກໃຜຍັງສາມາດເຂົ້າໄປ Like ທີ່ facebook.com/laoittalk

3. Share ຂໍ້ຄວາມນີ້ຜ່ານ Facebook “Laoittalk ແຈກ DOTA 2 beta key ຫາກໃຜສົນໃຈສາມາດເຂົ້າໄປອ່ານໄດ້ທີ່ http://goo.gl/unXBi” ກະລຸນນາຕັ້ງ Post ນີ້ເປັນ Public ນຳເດີ້ເພື່ອຈະໄດ້ເຫັນ

4. ໃຫ້ຄວາມເຫັນຢູ່ເລື່ອງນີ້ໂດຍເຮັດຕາມນີ້:

1.ພິມຊື່

2. ເມວຕິດຕໍ່

3. ລິ້ງ Profile Facebook ຂອງທ່ານ

4.ຕອຍຄຳຖາມ, ຄຳຖາມ:ຕົວລະຄອນໃດທີ່ທ່ານມັກໃຫ້ທີ່ສຸດ?ຍ້ອນຫຍັງ?(ກະລຸນນາຕອບໃຫ້ໄດ້ຄວາມໝາຍ ແລະ ຍາວແດ່)

ການຄັດເລືອກແມ່ນຈະແນ່ໃສການປະຕິບັດຕາມກົດກະຕິກາ ແລະ ຄຳຕອບທີ່ຖາມວ່າມັນຖືກໃຈຜູ້ຂຽນສ່ຳໃດ

ຈະປະກາດຜົນໃນວັນທີ 24 ຕຸລາ 2012

ຜູ້ໂຊກດີຈະຖືກຕິດຕໍ່ຜ່ານເມວ ຫຼື Facebook Massage ຫາກບໍ່ມີການຕອຍກັບພາຍໃນ 2 ວັນແມ່ນຈະຖືກສະລະສິດ, ເຮົາຈະເລືອກເອົາຄົນອື່ນ