Translate Wordpress

ສະບາຍດີ! ທຸກໆຄົນ.

ໜ້ານີ້ແມ່ນເຮົາຂໍປະຊາສຳພັນເຖິງທຸກໆຄົນທີ່ມີໃຈມັກໃນການແປພາສາຕ່າງໆມາເປັນພາສາລາວ ໂດຍສະເພາະແມ່ນຄົນທີ່ມີຄວາມຮູ້ພື້ນຖານທາງ ດ້ານການໃຊ້ ເວີດເພສ. ຢາກຂໍຄົນທີ່ມີພື້ນຖານທາງດ້ານ ເວີດເພສ ມາກ່ອນແລ້ວ ແລະ ຢາກພັດທະນາໃຫ້ມັນສາມາດຮອງຮັບພາສາລາວໄດ້ຢ່າງເຕັມຮູບແບບກະສາມາດ ອ່ານລາຍລະອຽດວິທີແປຂ້າງລຸ່ມເລີຍ.

ສ່ວນວິທີແປມີດັ່ງນີ້:

ເຂົ້າໄປລິ້ງນີ້ ຄິຣກ ແລ້ວກໍຈະເຈີກັບໜ້ານີ້

ເລື່ອນລົງມາຈົນເຫັນຕົວໜັງສືທີ່ຂຽນວ່າ Lao ແລ້ວຫຼັງຈາກນັ້ນຄິຣກເຂົ້າໄປເລີຍຈະພົບໜ້ານີ້

ກ່ອນຈະແປແມ່ນຈະຕ້ອງສະມັກເປັນສະມາຊິກກ່ອນ

ຫຼັງຈາກນັນກໍຄິຣກປະໂຫຍກທີ່ທ່ານຈະແປ ແລະ ຖ້າຢືນຢັນປະໂຫຍກທີ່ທ່ານແປ ກໍເປັນອັນສຳເລັດ.

 

ຂໍຂອບໃຈ.