Steam ປ່ຽນສະຖານະ Dota 2 ເປັນ open beta ແລ້ວ

ໃນທີ່ສຸດເກມທີ່ຫຼາຍຄົນຕັ້ງຕາຖ້າມາດດົນແລ້ວນັ້ນກໍຄືເກມ Dota 2 ຈາກ Steam ໄດ້ ປ່ຽນສະຖານະຕົນເອງຈາກທີ່ ຍັງເປັນ close beta ມາເປັນເວລາ 2 ປີໃນການພັດທະນາ ເກມດັ່ງກ່າວປ່ອຍໃຫ້ແຕ່ຄົນທີ່ມີ invite key ເທົ່ານັ້ນທີ່ສາ ມາດຫຼິ້ນໄດ້ເປັນ open beta ເຊິ່ງເຮົາສາມາດຫຼິ້ນເກມ Dota 2ໄດ້ໂດຍບໍ່ຈຳເປັນຕ້ອງມີ invite key ແລ້ວ, ແຕ່ການ open beta ດັ່ງກ່າວນັ້ນບໍ່ໄດ້ໝາຍຄວາມວ່າເກມ Dota 2 ສະຖຽນແລ້ວ ມັນຍັງຕ້ອງ ການອັບເດດໃນທຸກໆອາທິດຢູ່ ເຊັ່ນ: ຄວາມສົມດຸນຂອງເກມ, ຕົວລະຄອນໃນເກມຍັງບໍ່ ຄົບເທື່ອ, ອັບເດດຄັງຮ້ານຄ້າຂອງເກມ Dota 2, ການແກ້ໄຂ bug ຕ່າງໆໃນເກມເປັນຕົ້ນ. ໃຜທີ່ຢາກລອງຫຼິ້ນເກມນີ້ມາດົນແລ້ວສາມາດເຂົ້າໄປດາວໂຫຼດເກມໄດ້ທີ່ Steam store ໄດ້ເລີຍ.
ຂອບໃຈທີ່ມາ Steam store