ວິ​ເຄາະສະ​ຖິ​ຕິ​ເວັບ​ໄຊ​ປະ​ຈ​ຳ​ປີ 2017 ສະ​ເພາະ​ຜູ່​ໃຊ້

ວິ​ເຄາະສະ​ຖິ​ຕິ​ເວັບ​ໄຊ​ປະ​ຈ​ຳ​ປີ 2017 ສະ​ເພາະ​ຜູ່​ໃຊ້

ຖ້າ​ໃຜ​ໄດ້​ອ່ານບົດ​ຄວາມ​ກ່ອ​ນ​ໜ້ານີ້ ສະ​ຖິ​ຕິ​ເວັບປະ​ຈຳ​ປີ 2017 ແລ້ວ​ກໍ​ຈະ​ໄດ້​ຮູ້​ຂໍ້​ມູນ​ຈັກ​ໜ້ອຍ​ໜຶ່ງ​ແລ້ວ​ວ່າ​ເປັ​ນ​ແນວ​ໃດ, ແຕ່​ວ່າ​ມັນ​ຍັງ​ບໍ່​ເຈາະ​ຈົງ ແລະ ອະ​ທິ​ບາຍບໍ່​ລົງ​ເລິກ​ເທື່ອ. ໃນ​ບົດ​ຄວາມນີ້ ແມ່ນ​ຈະ​ຄັດ​ເອົາ​ສະ​ຖິ​ຕິ​ທີ່​ຜູ່​ໃຊ້​ມາ​ຈາກ​ຄົນ​ລາວ​ໂດຍ​ສະ​ເພາະ ໂດຍ​ຈ​ະ​ເອົາ​ມາ​ອະ​ທິ​ບາຍຫຼັກໆ​ກໍ​ຈະ​ເປັນ​ ການ​ສຶກ​ສາ​ເບິ່ງ​ພຶດ​ຕິ​ກຳ​ການ​ໃຊ້​ງານ​ຂອງ​ຄົນ​ລາວ​ມາ​ເປັນ​ແນວ​ໃດ?

ຂໍ້​ຄວນ​ລະ​ວັງ: ສະ​ຖີ​ຕິ​ທີ່​ນຳ​ມາ​ສະ​ແດງ ແລະ ອະ​ທິ​ບາຍ ຜົນ​ໄດ້​ຮັບ​ແມ່ນ​ອີງ​ຕາມ ສະ​ຖິ​ຕິ​ຂອງ​ເວັບ​ນີ້​ໂດຍ​ຖືກ​ຈັດ​ເກັບ​ໂດຍ Google Analytics ລະ​ຫວ່າ​ງວັນ​ທີ 01/01/2017 ຫາ 31/12/2017 ແລະ ໃຊ້​ສະ​ແດງ​ຜົນ​ໂດຍ Google Data Studio (beta). ຂໍ້​ມູນ ແລະ ການ​ຈັດ​ອັນ​ດັບ ແມ່ນ​ເປັນ​ພຽງ​ສ່ວນ​ໜຶ່ງ ແລະ ເສດ​ສ່ວນ​ນ້ອຍ​ຂອງ​ຜູ່​ໃຊ້​ງານ​ອິນ​ເຕີ​ເນັດ ທີ່​ເຂົ້າ​ມາ​ອ່ານ​ບົ​ດ​ຄວາມ​ຢູ່​ເວັບ​ນີ້​ເທົ່າ​ນັ້ນ. ຜູ່​ທີ່​ອ່ານ ຄວນ​ຮູ້​ວ່າ ມັນ​ບໍ່​ສາ​ມາດ​ເອົາ​ຂໍ້​ມູນ​ໄປ​ອ້າງ​ອີງ​ໄດ້ ເພາະ​ຄ່າ​ຜິດ​ດ່ຽງ​ມັນ​ສູງ.

ພາບ​ລວ​ມ (Overview)

  • Session 9.4K ຄົນ, ສຳ​ລັບ session  1 session ແມ່ນ​ໄລ່​ຈາກ​ຜູ່​ທີ່​ເຂົ້າ​ມາ​ເບິ່ງບໍ່​ວ່າ​ຈະຫຼົງ​ເຂົ້າ​ມາ ແລະ ອອກ​ໄປ ແບບບໍ່​ອ່ານ​ກໍ​ຕາມ Google analytic ກໍ​ໄລ່​ເປັນ 1 session. ໃນ 1 session ຈະ​ມີ​ພຽງ​ແຕ່ 30 ນາ​ທີ​ເທົ່າ, ຖ້າ​ກາຍ 30 ນາ​ທີ ຕົວ​ຢ່າງ ເຮົາ​ເຂົ້າ​ເວັບ ແລະ ຢູ່​ເກັບ​ໜ້ານັ້ນ​ເປັນ​ເວ​ລາ 35 ນາ​ທີ ມັນ​ກໍ​ຈະ​ໄລ່​ເປັນ 2 sessions.
  • ເບິ່ງ​ຈາກຕົວ​ເລກ​ຂອງ session ແລ້ວ​ມັນ​ກໍ​ຍັງ​ບໍ່​ຊັດ​ເຈນ​ເທື່ອ ເຮົາ​ກໍ​ເລີຍ​ຕ້ອງ​ມາ​ເບິ່ງ​ຕົວ​ເລກ​ຈາກ​ຜູ່​ໃຊ້​ງານ​ທີ່ບໍ່​ຊ້ຳ​ກັນ ຈະ​ໄດ້​ອອກ​ມາ​ຢູ່​ປະ​ມານ 7.5K ຄົນ. ເຮົາ​ເຫັນ​ວ່າ​ຕົວ​ເລກ​ໄລ່​ຈາ​ກ user ແລະ session ມັນ​ໜ້ອຍ​ກ່​ວາ ສະ​ແດງວ່າ​ບາງ​ຜູ່​ໃຊ້​ງານ​ເຂົ້າ​ເວັບ​ເຮົາ​ຢ່າງ​ໜ້ອຍ 2ເທື່ອ ຫຼື ຢູ່ຫຼາຍ​ກ່​ວາ 30 ນາ​ທີ.
  • ເວັບ​ເຮົາ​ມີ​ຄົນ​ເຂົ້າ​ເບິ່ງ​ໜ້າ​ເວັບ​ຕ່າງໆ​ທັງ​ໝົດ 13.5K ແລະ ຄິດ​ໄລ່​ເວ​ລາ​ສະ​ເລ່ຍ​ທີ່​ຄົນ​ອ່ານ​ເນື້ອ​ຫາ​ຢູ່​ເວັບ​ເຮົາ​ແມ່ນ​ປະ​ມານ 3ນາ​ທີ 14 ວິ​ນາ​ທີ, ສ່ວນ​ໄລ​ຍະ​ເວ​ລາ​ສະ​ເລ່ຍ​ຂອງ​ແຕ່​ລະ session ທີ່​ເຂົ້າ​ມາແມ່ນ 1ນາ​ທີ 24ວິ​ນາ​ທີ.
  • ໃນ​ການ​ເຂົ້າ 1 session ນັ້ນ​ແມ່ນ​ຈະ​ເບິ່ງ​ໜ້າ​ເວັບ​ເຮົາ 1.4 ໜ້າ ຕໍ່​ຄັ້ງ.
  • ສຸດ​ທ້າຍ​ເຮົາ​ມາ​ເບິ່ງ​ຕົວ​ເລກ bounce rate ແມ່ນ 77.7%. ສຳ​ລັບ​ເວັບ​ປະ​ເພດ blog ແລ້ວ ອັດ​ຕາ bounce rate ລະ​ດັບ​ນີ້​ແມ່ນ​ຖື​ວ່າ​ເປັນ​ເລື່ອງ​ປົກ​ກະ​ຕິ. ເປັນ​ຫຍັງ​ຄື​ປົກ​ກະ​ຕິ? ແລ້ວ bounce rate ມັນ​ໝາຍ​ຄວາມ​ວ່າ​ແນວ​ໃດ? Bounce rate ໝາຍ​ເຖິງ ອັດ​ຕາ​ສ່ວນ​ຂອງ​ຜູ່​ໃຊ້​ງານ​ທີ່​ເຂົ້າ​ມາ​ພຽງ​ແຕ່​ໜ້າ​ດຽວ​ ແລ້ວ​ປິດ​ໜ້າ​ເວັບ​ເຮົາ​ໄປ ໂດຍບໍ່​ໄດ້​ອ່ານ​ບົດ​ຄວາມ​ເລື່ອງອ​ື່ນໆ​ຂອງ​ເວັບ​ເຮົາ​ຕໍ່. ສຳ​ລັບ​ເວັບປະ​ເພດ blog ປົກ​ກະ​ຕິ ຜູ່​ໃຊ້​ງານ​ຈະ​ເຂົ້າ​ມາ​ອ່ານ ອ່າ​ນ​ຈົບ​ແລ້ວ ໄດ້​ສິ່ງ​ທີ່​ເຂົາ​ຫາ​ແລ້ວ​ກະ​ປິດ​ໜ້າ​ເວັບ​ເຮົາ​, ແຕ່​ວ່າ​ຖ້າ​ເປັນ​ເວັບ​ທີ່​ເນັ້ນ​ໃຫ້​ຜູ່​ໃຊ້​ງານ​ຕ້ອງ​ຢູ່​ກັບ​ເວັບ​ດົນໆ​ເຊັ່ນ ເວັບ​ສຳ​ນັກ​ຂ່າວ, ເວັບ​ຂາຍ​ເຄື່ອງ ເປັນ​ຕົ້ນ ຖ້າ​ອັດ​ຕາ bounce rate ສູງ ກໍ່​ສະ​ແດງວ່າ​ເວັບ​ເຮົາ​ບໍ່​ມີ​ເນື້ອ​ຫາ​ດຶງ​ດູດ​ໃຫ້​ກະ​ເຈົ້າ​ເບິ່ງ​ເນື້ອ​ຫາ​ອື່ນໆ​ທີ່​ຢູ່​ໃນ​ເວັບ​ເຮົາ​ໄດ້ ຫຼື ສິນ​ຄ້າ​ທີ່​ເຮົາ​ເອົາ​ລົງ​ບໍ່​ເຮັດ​ໃຫ້​ຜູ່​ຊື້​ຢາກ​ຊື້.

ຈຳ​ນວນ​ຜູ່​ເຂົ້າ​ເບິ່ງ​ໃນ​ແຕ່​ລະ​ເດືອນ – Number of users in each month

ຮູບ​ເສັ້ນ​ສະ​ແດງນີ້​ ສະ​ແດງ​ຜູ່​ເຂົ້າ​ມາ​ເບິ່ງ​ເວັບ​ເຮົາ​ໃນ​ແຕ່​ລະ​ເດືອນ​ວ່າ​ຫຼາຍ​ສ່ຳ​ໃດ.

  • ຜູ່​ເຂົ້າ​ໃຊ້​ງານ​ທີ່ຫຼາຍ​ທີ່​ສຸດ​ແມ່ນ​ໃນ​ເດືອນ ພະ​ຈິກ ມີ​ຜູ່​ໃຊ້​ງານ​ເຖິງ 898 ຄົນ.
  • ຮອງ​ລົງ​ມາ​ແມ່ນ​ເດືອນ ພຶດ​ສະ​ພາ ມີ​ຜູ່​ໃຊ້​ງານບໍ່ຫຼຸດ​ລື່ນ​ກັນຫຼາຍ​ສ່ຳ​ໃດ 882 ຄົນ.
  • ກົງ​ກັນ​ຂ້າມ, ເດືອນ​ທີ່​ມີ​ຜູ່​ເຂົ້າ​ມາ​ເບິ່ງ​ເວັບ​ຕ່ຳ​ທີ່​ສຸດ​ແມ່ນ​ເດືອນ ກຸມ​ພາ ມີ​ພຽງ​ແຕ່ 447 ຄົນ​ເທົ່າ​ນັ້ນ.

ຜູ່​ເຂົ້າ​ເບິ່ງ​ເວັບ​ເຮົາ​ມາ​ຈາກ​​ຊ່ອງ​ທາງ​ໃດ​ແນ່? – Which sources did they come from?

  • ອັນ​ດັບ 1 ໄດ້​ແກ່ຊ່ອງ​ທາງ organic search ໂດຍ​ຜ່ານ Google Search Engine ມີ​ອັດ​ຕາ​ສ່ວນກວມ​ເອົາ 78.2% ຂອງ​ຜູ່​ທີ່​ເຂົ້າ​ມາ​ເບິ່ງ​ເວັບ​ເຮົາ​ທັງ​ໝົດ.
  • ອັນ​ດັບ 2 ເຂົ້າ​ຜ່ານ​ທາງ​ກົງ ໂດຍ​ພິມ​ລິ້ງ​ເວັບ​ເຮົາເລີຍ. ກວມ​ເອົາ 15.7%.
  • ອັນ​ດັບ 3 ຜ່ານ Social media ຜ່ານ Facebook ກ​ວມ​ເອົາ 3%
  • ອັນ​ດັບ 4 ຜ່ານ​ຊ່ອງ​ທາງ​ອື່ນໆ 2.1%
  • ອັນ​ດັບ 5 ຜ່ານ AMP Project

ອ​ຸ​ປະ​ກອນ​ທີ່​ຖືກ​ໃຊ້​ເຂົ້າ​ມາ​ເບິ່ງ​ເວັບ​ເຮົາ – Top user devices

  • ອັນ​ດັບ 1 ໄດ້​ແກ່ ໂທ​ລະ​ສັບ (mobile) ກວມ​ເອົາ 72.4% ຖື​ວ່າຫຼາຍ​ເຕີບ​ເລີຍ​ລະ ແລ້ວ​ຕົວ​ເລກນີ້ບອ​ກ​ຫຍັງ​ເຮົາ​ໄດ້​ແນ່ ໃນ​ມຸມມອງ​ຂອງນັກ​ພດ​ທະ​ນາ​ເວັບ​ໄຊ ມັນ​ໝາຍ​ຄວາມ​ວ່າ ພຶດ​ຕິ​ກຳ​ການ​ເຂົ້າ​ເບິ່ງ​ເວັບ​ໄຊ ຫຼື ໃຊ້​ອິນ​ເຕີ​ເນັດ​ຕ່າງໆ ແມ່ນ ເຂົ້າ​ຈະ​ເຂົ້າ​ຜ່ານ​ໂທ​ລະ​ສັບ​ແລ້ວ ບໍ່​ແມ່ນ​ເຂົ້າ​ຜ່ານ​ຄອມ ຫຼື laptop ອີກ​ຕໍ່​ເປັນ ຍ້ອນ​ວ່າ​ດຽວນີ້​ໃຜໆ​ກະ​ມີ​ໂທ​ລະ​ສັບ ທີ່​ເປັນ smartphone ແລະ ອິນ​ເຕີ​ເນັດ​ກໍ່​ໄວ​ພໍ​ສົມ​ຄວນ (ຂ່​ວານິ້ວ). ສະ​ນັ້ນ, ການ​ເຮັດ​ເວັບ​ຂອງ​ເຮົາ​ຕ້ອງ Mobile first ເລີຍ ບໍ່​ວ່າ​ເວັບ​ຂອງ​ເຮົາ​ຈະ​ເປັນ​ເວັບ blog ທຳ​ມະ​ດົງ​ມະ​ດາ ຈົນ​ໄປ​ຮອກ ເວັບ​ຂາຍ​ເຄື່ອງ​ອອນ​ລາຍ ເຮົາ​ຕ້ອງ​ໄດ້​ປັບ​ສະ​ພາບ​ໄປ​ຕາມ​ການ​ໃຊ້​ງານ​ຂອງ​ລູກ​ຄ​້າ​ເຮົາ.
  • ອັນ​ດັບ 2 ແມ່ນ desktop ໃນ​ນີ້​ຈະ​ລວມ​ທັງ laptop ນຳ ມີ​ອັດ​ຕາ​ສ່ວນກວ​ມ​ເອົາ 24.9%.
  • ອັນ​ດັບ 3 tablet ກວມ​ເອົາ 2.6% ຫຼື ພຽງ​ແຕ່ 210 ຄົນ​ເທົ່າ​ນັ້ນ.

ບົດ​ຄວາມຍອດ​ນິ​ຍົມ – Popular pages

  1. ອັບ​ເດດ​ໃໝ່ Unitel ແພັກ​ເກດ​ອິນ​ເຕີ​ເນັດ​ບໍ່​ຈຳ​ກັດ​ຄວາມ​ໄວ ແລະ Data ເບີ​ຊິມ​ເນັດ – ມີ​ອັດ​ສ່ວນກວມ​ເອົາ 21.32% ຂອງ​ຜູ່​ເຂົ້າ​ເບິ່ງ​ເວັບ​ໄຊ​ເຮົາ​ທັງ​ໝົດ.
  2. ອັບ​ເດດ​ແພັກ​ເກດ​ອິນ​ເຕີ​ເນັດ​ຄ້າຍ​ໃດ​ໜ້າ​ສົນ​ໃຈ – 19.38%
  3. ລາຍ​ຊື່​ຊົນ​ເຜົ່າ​ທັງ​ໝົດ​ໃນ​ປະ​ເທດ​ລາວ 10.77%
  4. Unitel ເປີດ​ໂຕ​ແພັກ​ເກດບໍ່​ຈຳ​ກັດ 4GU30 ສຳ​ລັບ​ເບີ​ເນັດ 4G – 6.12%
  5. ຄຳ​ຖາມ​ສອບ​ເສັງ​ໂຄງ​ການ​ຊາວ​ໜຸ່ມ​ເດີນ​ທະ​ເລ ອາ​ຊຽນ-ຍີ່​ປຸ່ນ (SSEAYP) ຄັ້ງ​ທີ 43 ປີ 2016 4.5%

ສັງ​ເກດ​ເຫັນ​ວ່າ ບົດ​ຄວາມ​ທີ່​ກ່ຽວ​ກັບ ແພັກ​ເກດ​ອິນ​ເຕີ​ເນັດ ຕິດ​ອັນ​ດັບ 3 ໃນ 5 ເຮົາ​ໄດ້​ສົມ​ມຸດ​ຖານ​ໄດ້​ວ່າ ບົດ​ຄວາມ​ຫາ​ກິນ​ຂອງ​ເຮົາ​ກໍ​ຄົງ​ຈະ​ເປັນ​ບົດ​ຄວາມ​ປະ​ເພດນິ້​ນິ​ລະ.

Page Insight

ເຮົາ​ຈະ​ມາ​ເບິ່ງ​ກັນ​ວ່າ ໃນ​ແຕ່​ລະ​ເດືອນ ຈະ​ມີ​ບົດ​ຄວາມ​ໃດ​ແນ່​ທີ່​ຄົນ​ເຂົ້​າ​ເບິ່ງຫຼາຍ.

  • ເດືອນ ມັງກອນ ບົດ​ຄວາມ​ທີ່​ຄົນ​ເຂົ້າ​ເບິ່ງຫຼາຍ​ກ່ອນ​ໝູ່ ແມ່ນ ອັດ​ເດດ​ອິນ​ເຕີ​ເນັດ​ຄ້າຍ​ໃນ​ໜ້​າ​ສົນ​ໃຈ ເຊິ່ງ​ຖືກ​ອ່ານ 109 ຄັ້ງ.
  • ເດືອນ ກຸມ​ພາ – ລາຍ​ຊື່​ຊົນ​ເຜົ່າ​ທັງ​ໝົດ​ໃນ​ປະ​ເທດ​ລາວ – 104 ຄັ້ງ.
  • ເດືອນ ມີ​ນາ – ລາຍ​ຊື່​ຊົນ​ເຜົ່າ​ທັງ​ໝົດ​ໃນ​ປະ​ເທດ​ລາວ – 156 ຄັ້ງ
  • ເດືອນ ເມ​ສາ – ອັດ​ເດດ​ອິນ​ເຕີ​ເນັດ​ຄ້າຍ​ໃນ​ໜ້​າ​ສົນ​ໃຈ ເຊິ່ງ​ຖືກ​ອ່ານ 215 ຄັ້ງ
  • ເດືອນ ພຶດ​ສະ​ພາ – ອັດ​ເດດ​ອິນ​ເຕີ​ເນັດ​ຄ້າຍ​ໃນ​ໜ້​າ​ສົນ​ໃຈ ເຊິ່ງ​ຖືກ​ອ່ານ 218 ຄັ້ງ
  • ເດືອນ ມິ​ຖຸ​ນາ – ອັບ​ເດດ​ໃໝ່ Unitel ແພັກ​ເກດ​ອິນ​ເຕີ​ເນັດ​ບໍ່​ຈຳ​ກັດ​ຄວາມ​ໄວ ແລະ Data ເບີ​ຊິມ​ເນັດ – 257 ຄັ້ງ.
  • ເດືອນ ກໍ​ລະ​ກົດ – ອັດ​ເດດ​ອິນ​ເຕີ​ເນັດ​ຄ້າຍ​ໃນ​ໜ້​າ​ສົນ​ໃຈ ເຊິ່ງ​ຖືກ​ອ່ານ 292 ຄັ້ງ
  • ເດືອນ ສິງ​ຫາ – ອັບ​ເດດ​ໃໝ່ Unitel ແພັກ​ເກດ​ອິນ​ເຕີ​ເນັດ​ບໍ່​ຈຳ​ກັດ​ຄວາມ​ໄວ ແລະ Data ເບີ​ຊິມ​ເນັດ – 267 ຄັ້ງ
  • ເດືອນ ກັນຍາ – ອັບ​ເດດ​ໃໝ່ Unitel ແພັກ​ເກດ​ອິນ​ເຕີ​ເນັດ​ບໍ່​ຈຳ​ກັດ​ຄວາມ​ໄວ ແລະ Data ເບີ​ຊິມ​ເນັດ – 292 ຄັ້ງ
  • ເດືອນ ຕຸ​ລາ – ອັບ​ເດດ​ໃໝ່ Unitel ແພັກ​ເກດ​ອິນ​ເຕີ​ເນັດ​ບໍ່​ຈຳ​ກັດ​ຄວາມ​ໄວ ແລະ Data ເບີ​ຊິມ​ເນັດ – 177 ຄັ້ງ
  • ເດືອນ ພະ​ຈິກ – ລາຍ​ຊື່​ຊົນ​ເຜົ່າ​ທັງ​ໝົດ​ໃນ​ປະ​ເທດ​ລາວ – 359 ຄັ້ງ
  • ເດືອນ ທັນ​ວ​າ – ອັດ​ເດດ​ອິນ​ເຕີ​ເນັດ​ຄ້າຍ​ໃນ​ໜ້​າ​ສົນ​ໃຈ ເຊິ່ງ​ຖືກ​ອ່ານ 190 ຄັ້ງ

ຜູ່​ໃຫ້​ບໍ​ລິ​ການ​ຄ້າຍ​ໃດ​ທີ່​ນິ​ຍົມ​ໃຊ້​ກັນຫຼາຍ – Internet Service Provider

ຈາກ​ຕາ​ຕະ​ລາງ​ສະ​ແດງ ອັນ​ດັບ ຜູ່​ໃຫ້​ບໍ​ລິ​ການ​ອິນ​ເຕີ​ເນັດ ທີ່​ຄົນ​ລາວ​ນິ​ຍົມ​ໃຊ້​ກັນ ຜູ່​ຂຽນ​ສັງ​ເກດ​ເຫັນ​ວ່າ

  • ລາວ​ໂທ​ລະ​ຄົມ (Lao Telecom) ກວມ​ອັດ​ຕາ​ສ່ວນ​ຂອງ​ຜູ່​ໃຊ້​ງານຫຼາຍ​ກ່ອນ​ໝູ່ ກວມ​ເອົາ​ເຖິງ 43.76% ຂອງ​ຜູ່​ເຂົ້າ​ເບິ່ງ​ເວັບ​ໄຊ​ເຮົາ​ທັງ​ໝົດ.
  • ອັນ​ດັບ​ 2 ​ໄດ້​ແກ່ Unitel ຄ້າຍ​ສົ້ມ​ຂອງ​ເຮົາ ກວມ​ເອົາ 42.97% ເພາະ star telecom ກັບ po box t511 phonexay road -… ຄົນ​ລະ​ຊື່​ແຕ່​ແມ່ນ​ເຄື່ອ​ຂາຍ​ອັນ​ດ​ຽວ​ກັນ​ກໍ​ຄື Unitel.
  • ອັນ​ດັບ 3 ແມ່ນ ໂທ​ລະ​ຄົມ​ລາວ ຫຼື ETL (Enterprise of Telecommunication Lao) ມີ​ອັດ​ຕາ​ສ່ວນ​ຫ່າງ​ຈາກອັນ​ດັບ 1 ແລະ 2 ຫຼາຍ​ເຕີບ ຄຶມີ​ພຽງ​ແຕ່ 7.67% ເທົ່າ​ນັ້ນ ຫຼື ກວມ​ພຽງ​ແຕ່ 18% ຂອງ Lao Telecom.
  • ອັນ​ດັບ 4 ໄດ້​ແກ່ Beeline ກວມ​ເອົາ 5.67% (Vimpelcom lao)
  • ອັນ​ດັບ 5 ແມ່ນ Sky Telecom ມີ​ອັດ​ຕາ​ສ່ວນກ​ວມ​ເອົາ 1.24%
  • ອັນ​ດັບ 6 ແມ່ນ Planet Online Laos ກວມ​ເອົາ 0.88% ເທົ່າ​ນັ້ນ

ຜູ່​ຂ​ຽນ​ສາ​ມາດ​ສະຫຼຸບ​ໄດ້​ວ່າ ຕະຫຼາດ​ການ​ແຂ່ງ​ກັນ​ດ້ານ​ການ​ເປັນ​ຜູ່​ໃຫ້​ບໍ​ລິ​ການ​ດ້ານ​ອິນ​ເຕີ​ເນັດ ອັນ​ດັບ 1 ໃນ​ລາວ ແມ່ນ Lao Telecom ແຕ່​ວ່າ​ກໍ​ຍັງ​ເຈີ​ຄູ່​ແຂ່ງ​ທີ່​ສຳ​ຄັນ​ຄື​ກັນ​ກໍ​ຄື Unitel ທີ່​ມີ​ອັດ​ຕາ​ສ່ວນບໍ່​ຫ່າງ​ກັນຫຼາຍ. ສະຫຼຸບ​ແລ້ວ ມີ​ພຽງ​ແຕ່​ສອງ​ຄ້າຍນີ້​ເທົ່າ​ນັ້ນ ທີ່​ຄົນ​ລາວ​ນິ​ຍົມ​ໃຊ້​ກັນ ຈົນ​ເຮັດ​ໃຫ້​ສ່ວນ​ແບ່ງ​ຕະຫຼາດ​ຂອງ​ຄ້າຍ​ອື່ນ​ຈົນ​ບໍ່​ເຫັນ​ເລີຍ​ວ່າ​ກະ​ມີ​ຄົນ​ໃຊ້​ງານ​ຄື​ກັນ.

ເຖິງ​ຢ່າງ​ໃດ​ກໍ່​ຕາມ ສະ​ຖິ​ຕິ​ຂ້າງ​ເທິງ​ແມ່ນ​ເຮົາ​ບໍ່​ໄດ້​ແຍກວ່າ ຜູ່​ໃຊ້​ໂທ​ລະ​ສັບ​ມື​ຖື ກັບ ຄອມ ມີ​ສັດ​ສ່ວນ​ໃນ​ການ​ໃຊ້​ອິນ​ເຕີ​ເນັດ​ເຄື່ອ​ຂ່າຍ​ໃດຫຼາຍ​ກ່ອນ​ກັນ. ດັ່ງ​ນັ້ນ, ເຮົາ​ມາ​ເບິ່ງ​ສະ​ຖິ​ຕິ​ໂຕນີ້​ນຳ​ກັ​ນ​ເລີຍ.

ມືຖື – Mobile

  • ອັນ​ດັບ 1 ໄດ້​ແກ່ Lao Telecom ກວມ​ເອົາ 44.6%
  • ອັນ​ດັບ 2 – Unitel – 43.5%
  • ອັນ​ດັບ 3 – ETL – 6.5%
  • ອັນ​ດັບ 4 – Beelin – 4.6%

ສຳ​ລັບ​ສ່ວນ​ແບ່ງ ອີງ​ຕາມ​ຜູ່​ໃຊ້​ງານ​ໂທ​ລະ​ສັບ​ມື​ຖື​ແລ້ວ ບໍ່​ແຕກ​ຕ່າງ​ກັນຫຼາຍ.

ຄອມ – Desktop & Laptop

  • ອັນ​ດັບ 1 ໄດ້​ແກ່ Unitel – 36.9%
  • ອັນ​ດັບ 2 – Lao Telecom – 35.3%
  • ອັນ​ດັບ 3 – ETL – 10.3%
  • ອັນ​ດັບ 4 – Beeline – 8.1%
  • ອັນ​ດັບ 5 – Sky Telecom – 3.7%
  • ອັນ​ດັບ 6 – Planet Online Lao – 3.1%

ບາດ​ມາ​ເບິ່ງ ສ່ວນ​ຂອງຜູ່​ໃຊ້​ງານ​ຜ່ານ​ຄອມ ຖື​ວ່າ​ເກມ​ພິກ ຜູ່​ທີ່​ໄດ້​ຄອງ​ອັນ​ດັບ​ໜຶ່ງ​ຊ້ຳ​ພັດ​ເປັນ Unitel ຕໍ່​ມາກໍ່​ແມ່ນ Lao Telecom. ສ່ວນ​ຜູ່​ໃຫ້​ບໍ​ລິ​ການ​ອິນ​ເຕີ​ເນັດ​ຜ່ານ​ສາຍ​ສະ​ເພາະ ກໍ່​ໄດ້​ແກ່ Sky Telecom ຢູ່​ອັນ​ດັບ​ທີ 5.

ວິ​ເຄາະ​ຜູ່​ເຂົ້າ​ເບິ່ງ​ເວັບ​ໄຊ​ຜ່ານ​ມື​ຖື – Mobile Insights

ໃນ session ນີ້ ເຮົາ​ຈະ​ມາ​ເຈາະ​ເລິກ​ເບິ່ງວ່າ ຜູ່​ທີ່​ເຂົ້າ​ມາ​ເບິ່ງ​ເວັບ​ເຮົາ​ຜ່ານ​ມື​ຖື ຈະ​ມີ​ຂໍ້​ມູນ​ຫຍັງ​ເປັນ​ຕາ​ສົນ​ໃຈ​ແນ່. ຈາກ​ໂຕ Overview ເຮົາ​ຮູ້​ແລ້ວ​ວ່າ​ຜູ່​ທີ່​ເຂົ້າ​ເວັບ​ຜ່ານ​ມື​ຖື​ມີ​ອັດ​ຕາ​ສ່ວນກວມ​ເຖິງ 72.4%.

ລະ​ບົບ​ປະ​ຕິ​ບັດ​ການ Android ມີ​ອັດ​ຕາ​ສ່ວນກວມຫຼາຍ​ກ່​ວາ 50% ຂອງ​ຜູ່​ໃຊ້​ມື​ຖື​ທັງ​ໝົດ

  • ລະ​ບົບ​ປະ​ຕິ​ບັດ​ການ Android ກວມ​ເອົາ 61.3% ຂອງ​ຈຳ​ນວນ​ຜູ່​ໃຊ້​ງານ​ໂທ​ລະ​ສັບ​ທັງ​ໝົດ.
  • ອັນ​ດັບ 2 ໄດ້​ແກ່​ລະ​ບົບ​ປະ​ຕິ​ບັດ​ການ iOS ກວມ​ເອົາ 37.7%.
  • ອັນ​ດັບ 3 ແມ່ນ Windows Phone ກວມ​ເອົາ 0.8%.

ຍີ້​ຫໍ້ Apple ກວມ​ສ່ວນ​ແບ່ງ​ຕະຫຼາດ​ມື​ຖືຫຼາຍ​ທີ່​ສຸດ​ໃນ​ປະ​ເທດ​ລາວ

  • ເຖິງວ່າ​ລະ​ບົບ​ປະ​ຕິ​ບັດ​ການ Android ມີ​ອັດ​ຕາ​ສ່ວນ​ກວມ​ເອົາ 61% ແຕ່​ວ່າ ພໍ​ມາ​ແຍກ​ຕາມ​ຍີ່​ຫໍ້​ແລ້ວ​ແມ່ນ ອັນ​ດັບ​ໜຶ່​ງ​ຊ້ຳ​ພັດ​ແມ່ນ Apple ກວມ​ເອົາ 38% .
  • ອັນ​ດັບ 2 ແມ່ນ Samsung ກວມ​ເອົາ 36.5%. ຖື​ວ່າຫຼຸດ​ລື່ນ​ຈາກ Apple ບໍ່ຫຼາຍ.
  • ອັນ​ດັບ 3 ແມ່ນ Huawei ກວມ​ເອົາ 8.5%.
  • ອັນ​ດັບ 4 ແມ່ນ ບໍ່​ລະ​ບຸ (ບໍ່​ຮູ້)
  • ອັນ​ດັບ 5 ແມ່ນ Oppo ກ​ວມ​ເອົາ 3.3%.

Samsung ມີ​ສ່ວນ​ແບ່ງ​ຕະຫຼາດຫຼາຍ​ກ່ອນ​ໝູ່​ໃນ​ລະ​ບົບ​ປະ​ຕິ​ບັດ​ການ Android

  • Samsung ມີ​ສ່ວນ​ແບ່ງ​ຕະຫຼາດ​ສູງ​ເຖິງ 59.6%.
  • ອັນ​ດັບ​ 2 ​ໄດ້​ແກ່ Huawei ມີ​ສ່ວນ​ແບ່ງ 13.7%. ຍັງ​ຫ່າງ​ຈາກ​ອັນ​ດັບ​ໜຶ່ງຫຼາຍ​ເຕີບ.
  • ອັນ​ດັບ 3 ບໍ່​ລະ​ບຸ
  • ອັນ​ດັບ 4 Oppo ກວມ​ເອົາ 5.6%.
  • ອັນ​ດັບ 5 ແມ່ນ Vivo ກວມ​ເອົາ 2.7%.

Android Nougat ກວມ​ເອົາ 13.9%!

  • ອັນ​ດັບ 1 ແມ່ນ Android Marshmallow 6.0.1 – 27.2%
  • ອັນ​ດັບ 2 – Android Lollipop 5.1.1 – 17.3%
  • ອັນ​ດັບ 3 – Android Nougat – 13.9%
  • ອັນ​ດັບ 4 – Android Lollipop – 9.8%
  • ອັນ​ດັບ 5 – Android Ice Cream Sandwich 4.4.2 – 8.5%

ວິ​ເຄາະ​ຜູ່​ເຂົ້າ​ເບິ່ງ​ຜ່ານຄອມ​ພິວ​ເຕີ – Desktop Insights

ໃນ session ນີ້​ເຮົາ​ຈະ​ມາ​ເບິ່ງວ່າ​ໃນ ~25% ຂອງ​ຜູ່​ໃຊ້​ງານ​ຜ່ານ​ຄອ​ມນັ້ນ ເຂົາ​ມີ​ຂໍ້​ມູນ​ຫຍັງ​ທີ່​ໜ້າ​ສົນ​ໃຈ​ແນ່ ມາ​ເບິ່ງ​ກັນ​ເລີຍ

ລະ​ບົບ​ປະ​ຕິ​ບັດ​ການ – Operating System

97% ຂອງ​ຜູ່​ເຂົ້​າ​ເບິ່ງ​ໃຊ້ ລະ​ບົບ​ປະ​ຕິ​ບັດ​ການ Window!

  • 96.7% ຂອງ​ຜູ່​ທີ່​ມາ​ເບິ່ງ​ເວັບ​ເຮົາ​ໃຊ້​ Windows ຖື​ວ່າ​ເປັນ​ໂຕ​ເລກ​ທີ່​ສູງ​ພໍ​ສົມ​ຄວນ.
  • ຮອ​ງ​ລົງ​ມາ​ແມ່ນ Mac OS ກວມ​ເອົາ 2.8%.
  • ສຸດ​ທ້າຍ​ກໍ​ແມ່ນ Linux ທີ່​ມີ​ພຽງ​ແຕ່ 0.5% ເທົ່າ​ນັ້ນ.

ຜູ່​ໃຊ້​ງານ Windows ຍັງ​ຕິດ​ຢູ່​ກັບ​ Window 7 ຢູ່

  • ເຖິງວ່າ Microsoft ຈະ​ປະ​ກາດ​ເຊົາ​ສະ​ໜັບ​ສະ​ໜູນ​ລະ​ບົບ​ປະ​ຕິ​ບັດ​ການ Windows 7 ໄປ​ແລ້ວ ແຕ່​ວ່າ ຄົນ​ລາວ​ເກືອບ ~53% ກໍ່​ຍັງໃຊ້​ເວີ​ເຊິນ​ໂຕນີ້​ຢູ່ ຖື​ວ່າ​ຢູ່​ໃນ​ຄວາມ​ສ່ຽງ​ດ້ານ​ຄວາມ​ປອດ​ໄພ​ພໍ​ສົມ​ຄວນ ເນື່ອງ​ຈາກວ່າບໍ່​ໄດ້​ມີ​ການ​ອັບ​ເດດ​ດ້ານ​ຄວາມ​ປອດ​ໄພ​ແລ້ວ ຖ້າ​ມີ​ຊ່ອງ​ໂຫວ​ກໍ​ຈະ​ຖືກ​ແຮັກ​ໄດ້​ງ່າຍ.
  • Windows 10 ກວມ​ເອົາ​ 31.7%
  • Windows 8.1 – 11.8%
  • Windows 8 – 2.5%
  • Windows XP – 1.4% ເຮີ້ຍ! ຍັງ​ມີ​ຄົນ​ໃຊ້ນີ້​ຢູ່​ອີກ​ນ່າ

ຜູ່​ໃຊ້​ງານ Mac ສ່ວນ​ໃຫຍ່​ຢູ່​ເວີ​ເຊິນ Mac Sierra 10.12

  • 46.4% ໃຊ້ Mac Sierra (10.12)
  • 19.6% – Mac El Capitan (10.11)
  • 17.9% – Mac Yosemite (10.10)
  • 7.1% – Mac High Sierra (10.13)
  • 5.4% – Mac Mavericks (10.9)
  • 1.8% – Mac Mountain Lion (10.8)
  • 1.8% – Mac Leopard (10.5)

Google Chrome ຍຶດ​ພື້ນ​ທີ່​ກາຍ​ເຄິ່ງ​ໜຶ່ງ​ທັງ​ສອງ​ລະ​ບົບ windows OS ແລະ Mac OS

Windows OS
  • Google Chrome ກວມ​ເອົາ 72.6%
  • Mozilla Firefox –   17.9%
  • Internet Explorer – 5.2% (ເວົ້າ​ແທ້ຍັງ​ມີ​ຄົນ​ໃຊ້​ຢູ່)
  • Edge – 2.5%
Mac OS
  • Google Chrome ກວມ​ເອົາ 55.4%
  • Safari – 32.1%
  • Mozilla Firefox – 12.5%