Samsung ເປີດ​ໂຕ​ໂມງ​ອັດ​ສະ​ລິ​ຍະ Gear S ຈໍ​ໂຄ້ງ ແລະ ຮອງ​ຮັບ 3G

Samsung ເປີດ​ໂຕ​ໂມງ​ອັດ​ສະ​ລິ​ຍະ​ໃໝ່(ອີກ​ແລ້ວ)ຊື່ Gear S ມາ​ພ້ອມ​ກັບ​ຮູບ​ຊົງ​ໜ້າ​ຈໍ​ໂຄ້ງ ແລະ ຮອງ​ຮັບ 3G ໃນ​ໂຕ​ຢູ່​ດ້ວຍ​ຕົນ​ເອງ​ໄດ້​ແລ້ວບໍ່​ຕ້ອງ​ອາ​ໄສ​ໂທ​ລະ​ສັບ​ໄວ້​ຂ້າງ​ກາຍ​ອີກ​ຕໍ່​ໄປ. 

samsung_gear_s_007_detail

ໂມງ Gear S ມາ​ພ້ອມ​ລະ​ບົບ​ປະ​ຕິ​ບັດ​ການ Tizen ເປັນ​ລະ​ບົບ​ປະ​ຕິ​ບັດ​ການ​ທີ່ Samsung ພັດ​ທະ​ນາ​ຂຶ້ນ​ມາ​ເອງ, ໜ່ວຍ​ປະ​ມວນ​ຜົນສອງ​ແກນ​ຄວາມ​ໄວ 1GHz, ໜ້າ​ຈໍ​ໂຄ້ງ​ Super AMOLED ຄວາມ​ລະ​ອຽດ​ໜ້າ​ຈໍ 360 x 480 ຂະ​ໜາດ 2 ນິ້ວ, ສິ່ງ​ແຕກ​ຕ່າງ​ຈາກ​ໂມງ​ອັດ​ສະ​ລິ​ຍະ​ຈາກ​ຄ້າຍ​ອື່ນ​ກໍ​ຄື​ສາ​ມາດ​ໃສ່​ຊິມ​ໄດ້ ແລະ ຮອງ​ຮັບ 3G, Bluetooth ແລະ Wi-Fi, ກັນ​ນ້ຳ​ກັນ​ຝຸ່ນ IP67, ແບັດ​ເຕີ​ຣີ 300 mAh ຢູ່​ໄດ້ 2 ວັນ. ມີ​ເຊັນ​ເຊີ​ວັດ​ຄວາມ​ໄວ, ຄວາມ​ດັນ​ອາ​ກາດ, ການ​ໝຸນ, ເຂັມ​ທິດ ແລະ ເຊັນ​ເຊີກວດ​ວັດການ​ເຕັ້ນ​ຂອງ​ຫົວ​ໃຈ, ແສງ​ຢູ​ວີ(UV) ແລະ ວັດ​ແສງ.

samsung_gear_s_img_features_spec01

Samsung Gear S ຈະ​ວາງ​ຂາຍ​ໃນ​ເດືອນ ຕຸ​ລາ ໃຜ​ຢາກ​ໄດ້​ໃຫ້​ກຽມ​ເງິນ​ໄວ້​ຖ້າ​ໂລດ​ເດີ້.

ຄັງ​ຮູບ​ພາບ Samsung Gear S

ຂອບ​ໃຈ​ທີ​ມາ Samsungmobilepress