Samsung ເປີດ​ໂຕ Galaxy Alpha ​ປ່ຽນ​ໄປ​ໃຊ້ຂອບ​ໂລ​ຫະຈົນ​ໄດ້

Samsung ເປີດ​ໂຕ​ຜະຫຼິດ​ຕະ​ພັນ​ໃໝ່​ມາ​ເສີມ​ທັບ​ຕະ​ກຸນ Galaxy ອີກ​ແລ້ວຄື Galaxy Alpha ລຸ້ນນີ້​ຕ່າງ​ຈາກ​ລຸ້ນ​ອື່ນ​ກໍ​ຄື​ວ່າ Samsung ໄດ້​ປ່ຽນ​ວັດ​ສະ​ດຸ​ຂອບ​ຫຸ້ມ​ໂຕ​ເຄື່ອງ​ຈາກ​ຢາງ​ໄປ​ເປັນ​ໂລ​ຫະ ເຮັດ​ດ້ວຍ​ອາ​ລຸຍ​ມີ​ນຽມ ເຮັດ​ໃຫ້​ໂຕ​ເຄື່ອງນັ້ນ​ໂດດ​ເດັ່ນ ແລະ ມີ​ລາ​ສີ​ຈັບ​ຂຶ້ນ​ມາ​ຕື່ມ​ອີກ. ນອກນັ້ນ​ຍັງ​ແຕກ​ຕ່າງ​ຈາກ​ລຸ້ນ​ກ່ອນໆ​ອີກທີ່​ຍັງ​ໃຊ້ວັດ​ສະ​ດຸ​ທີ່​ເປັນ​ຢາງ​ຢູ່.

samsung-annouced-galaxy-alpha-instead-metal-frame-8

Samsung Galaxy Alpha ມ​າດ​້ວຍ​ຂອບ​ໂລ​ຫະທີ​ບາງ​ສຸດໆພຽງ 6.7 ມິນ​ລີ​ແມັດ, ໜ້າ​ຈໍ​ຂະ​ໜາດ 4.7 ນິ້ວ(ສະ​ແດງ​ຜົນດ້ວຍ​ຄວາມ​ລະ​ອຽດ 1280×720 ພິກ​ເຊວ), ໃຊ້​ຊິບ​ປະ​ມວນ​ຜົນ 8 ແກນ(ແບ່ງ​ເປັນ​ຊິບ​ປະ​ມວນ​ຜົນ​ແບບ 2 ແກນ​ ຄວາມ​ໄວ​ທີ 1.8 Ghz ສອງ​ອັນ ແລະ ໜຶ່ງ​ຊິບ​ປະ​ມວນ​ຜົນ​ແບບ 4 ແກນ ຄວາມ​ໄວ​ທີ 1.5Ghz) ຄາດ​ວ່າ​ຊິບ​ປະ​ມວນ​ຜົນ​ໂຕນີ້​ຈະ​ເປັນ Exynos ຂອງ Samsung ແລະ ມາ​ພ້ອມ​ກ້ອງ​ຫຼັງຄວາມ​ລະ​ອຽດ​ທີ 12 ລ້ານ​ພິກ​ເຊວ. ພື້ນ​ທີ​ຈັດ​ເກັບ​ຂໍ້​ມູນ​ພາຍ​ໃນ​ໂຕ​ເຄື່ອງ​ໃຫ້​ມາ 32 GB ໃສ່​ໜ​່ວຍ​ຈັ​ດ​ເກັບ​ຂໍ້​ມູນນອກບໍ່​ໄດ້. ແບັດ​ເຕີ​ຣີ​ໃຫ້​ມາ​ໜ້ອຍຫຼາຍ​ພຽງ​ແຕ່ 1,860 mAh ຍັງ​ຂຶ້ນ​ກັບ​ເຂດ​ທີ​ເຮົາ​ຢູ່​ນຳ. ໃນ​ສ່ວນ​ອື່ນໆ​ນັ້ນ​ແມ່ນ​ຄ້າຍ​ຄື​ກັບ​ລຸ້ນ​ Galaxy S5 ເຊັ່ນ: ດ້ານ​ໜ້າ ແລະ ຫຼັງ​ຍັງ​ໃຊ້​ວັດ​ສະ​ດຸ​ເປັນ​ຢາງ, ມີ​ເຊັນ​ເຊີ​ການກວດ​ວັດ​ການ​ເຕັ້ນ​ຂອງ​ຫົວ​ໃຈ, ເຊັນ​ເຊີ​ສະ​ແກນ​ລາຍນິ້ວ​ມື​ເປັນ​ຕົ້​ນ. ມີ 5 ສີ​ໃຫ້​ເລືອກ​ຄື Charcoal Black, Dazzling White, Frosted Gold, Sleek Silver and Scuba Blue

ນີ້​ອາດ​ກະ​ເປັນ​ກ້າວ​ສຳ​ຄັນ​ຂອງ​ການ​ອອກ​ແບບ​ໂທ​ລະ​ສັບ​ລະ​ດັບ High-end ຂອງ Samsung ໃນ​ລຸ້ນ​ຕໍ່​ໄປ​ໂດຍບອກວ່ານີ້​ຄື “the evolution of Galaxy Design” ມັນ​ເປັນ​ການ​ປ່ຽນ​ແປງ​ທີ​ອາດ​ຈະ​ເຮັດ​ໃຫ້ Samsung ຕໍ່​ກອນ​ກັບ​ບໍ​ລິ​ສັດ​ອື່ນ​ໄດ້​ເນື່ອງ​ຈາກວ່າແຕ່​ກ່ອນ​ຜູ້​ໃຊ້​ບໍ່​ພໍ​ໃຈ​ທີ່ Samsung ເລືອກ​ໃຊ້​ວັດ​ສະ​ດຸ​ທີ​ເປັນ​ຢາງ​ໃນ​ໂທ​ລະ​ສັບ​ລຸ້ນ​ເດັ່ນ​ຂອງ​ຕົນ ເຖິງ​ຢ່າງ​ໃດ​ກໍ​ຕາມ​ເຮົາ​ກໍ​ຕ້ອງ​ໄດ້​ເບິ່ງ​ຕໍ່​ໄປ​ວ່າ Samsung ຈະ​ຢາດ​ຕະຫຼາດ​ລູກ​ຄ້າ​ຈາກ​ການ​ປ່ຽນ​ແປງ​ການ​ອອກ​ແບບ ແລະ ວັດ​ສະ​ດຸໂລ​ຫະ​ໄດ້​ຫຼາຍ​ສ່ຳ​ໄດ.

ຂອບ​ໃຈ​ທີ​ມາ Thenextweb, TheVerge