ວາງ​ແຜນ​ການ​ຕະຫຼາດ​ງ່າຍໆ​ດ້ວຍ 4P

ວາງ​ແຜນ​ການ​ຕະຫຼາດ​ງ່າຍໆ​ດ້ວຍ 4P

 

ການວາງແຜນການຕະຫຼາດນັ້ນເປັນສິ່ງທີ່ຍາກຫຼາຍຖ້າຫາກວ່າເຮົາຍັງບໍ່ມີປະສົບການສູງ ແລະ ຍິ່ງຖ້າເຮົາກຳລັງຈະເຮັດການຕະຫຼາດແຕ່ບໍ່ຮູ້ວ່າສິເລີ່ມຈາກໃສກ່ອນ. ເຮົາຈະມາແນະນຳວິທີການວາງແຜນການຕະຫຼາດງ່າຍໆດ້ວຍ 4P ເຊິ່ງວ່າເປັນຫຼັກການທີ່ໄດ້ຖືກນຳມາໃຊ້ຫຼາຍສຳລັບຜູ່ທີ່ຈະເລີ່ມຕົ້ນເຮັດການຕະຫຼາດ.

ໃນ 4P ນັ້ນປະກອບມີ ສິນຄ້າ(Product), ລາຄາ(Price), ສະຖານທີ່(Place) ແລະ ໂປຣໂມເຊິນ(Promotion). 4 ສິ່ງນີ້ແມ່ນລ້ວນແລ້ວແຕ່ເປັນພື້ນຖານສຳລັບການທີ່ຈະເລີ່ມທຸລະກິດໃດໜຶ່ງ ແລະ ມັນຍັງເປັນສິ່ງທີ່ເຮົາຈະໄດ້ເອົາມານຳໃຊ້ໃນການເຮັດການຕະຫຼາດເຮົານຳອີກ.

ເຮົາຈະມາເບິ່ງວ່າໃນ 4P ນີ້ມັນມີຄວາມສຳຄັນໃດແນ່ຕໍ່ການເຮັດການຕະຫຼາດ.

ສິນຄ້າ(Product)

ກ່ອນທີ່ເຮົາຈະເຮັດທຸລະກິດໃດໜຶ່ງເຮົາຈະຕ້ອງຄິດຫາ P ໂຕນີ້ກ່ອນ ນັ້ນກໍຄືສິນຄ້າ. ເລີ່ມຕົ້ນທຳອິດເຮົາຈະຕ້ອງຕອບຄຳຖາມຈຳພວກນີ້ກ່ອນ:

  • ເຮົາຈະຜະລິດຫຍັງ? ຫຼື ຜູ່ໃຊ້ຕ້ອງການຫຍັງ?

ແນ່ນອນວ່າຖ້າຄິດໃສ່ຫຼັກການຂອງເສດຖະສາດແລ້ວ ຖ້າມີອຸປະສົງຍອມມີອຸປະທານ, ສະນັ້ນເຮົາຈະຕ້ອງເບິ່ງວ່າເຮົາຈະຜະລິດສິນຄ້າຫຍັງ? ແລ້ວຄົນຈະຕ້ອງການສິນຄ້າທີ່ເຮົາຜະລິດມາບໍ່?

  • ສ່ວນປະສົມຂອງສິນຄ້າມີຫຍັງແດ່?

ເຮົາຈະຕ້ອງຄິດເບິ່ງວ່າສິນຄ້າຂອງເຮົາທີ່ຈະຜະລິດນັ້ນຈະຕ້ອງມີຫຍັງເປັນສ່ວນປະກອບແນ່ເຂົ້າໃນການຜະລິດ ຫຼື ອຸປະກອນໃນການຜະລິດ ເຊິ່ງວ່າເຮົາສາມາດໃຊ້ສິ່ງນີ້ເຂົ້າໃນການຕະຫຼາດໄດ້ເຊັ່ນ: ສິນຄ້າປະເພດຢາ, ເຄື່ອງສຳອາງ, ອາຫານ ແລະ ອື່ນໆ.

  • ຜູ່ໃຊ້ຈະຕ້ອງການສິນຄ້າເຮົາເມື່ອໃດ?

ຜູ່ໃຊ້ຈະຊື້ສິນຄ້າຂອງເຮົາເມື່ອເຂົາມີອຸປະສົງ ດັ່ງນັ້ນເຮົາຈະຕ້ອງໂຄສະນາໃຫ້ຖືກກັບອຸປະສົງຂອງຜູ່ໃຊ້ ໂດຍເຮົາຈະຕ້ອງສື່ອອກໃຫ້ໄດ້ວ່າສິນຄ້າຂອງເຮົານັ້ນເຂົາຈະໃຊ້ເມື່ອໃດ.

  • ສິນຄ້າຂອງເຮົາໃຊ້ແນວໃດ?

ການແນະນຳສິນຄ້ານັ້ນເຮົາຈະຕ້ອງສື່ໃຫ້ຜູ່ໃຊ້ເບິ່ງວ່າໂຕຜະລິດຕະພັນຂອງເຮົານັ້ນມີວິທີການໃຊ້ງານແນວໃດ ເພື່ອບໍ່ໃຫ້ເປັນພາລະຂອງໂຕຜູ່ຊົມໃຊ້ເອງ.

  • ຕົ້ນທຶນການຜະລິດ ແລະ ຈຳນວນ

ຕົ້ນທຶນການຜະລິດນັ້ນເປັນອີກໜຶ່ງໃນຫຼາຍໆສິ່ງເຮົາຈະຕ້ອງຄິດ ຍິ່ງຕົ້ນທຶນຕ່ຳເທົ່າໃດຍິ່ງດີເທົ່ານັ້ນ. ນອກນັ້ນ, ເຮົາຈະຕ້ອງຄິດອີກວ່າເຮົາຈະຜະລິດຈຳນວນເທົ່າໃດຕໍ່ຄັ້ງ ເພາະຖ້າເຮົາຄິດໄລ່ບໍ່ດີແລ້ວ, ຜະລິດເກີນ ຫຼື ຜະລິດໜ້ອຍເກີນໄປກໍບໍ່ດີຕໍ່ຕົ້ນທຶນຂອງເຮົາ ເຮົາຈະຕ້ອງຜະລິດໃຫ້ພໍດີພໍງາມບໍ່ຫຼາຍ ແລະ ບໍ່ໜ້ອຍຈົນເກີນໄປ.

  • ກຸ່ມເປົ້າໝາຍຂອງໂຕສິນຄ້າ

ສິນຄ້າຂອງເຮົານັ້ນເໝາະສຳລັບລູກຄ້າແບບໃດ? ເຮົາຈະຕ້ອງຮູ້ໃຫ້ໄດ້ວ່າສິນຄ້າຂອງເຮົານັ້ນເໝາະສຳລັບຜູ່ໃຊ້ປະເພດໃດ ເພື່ອທີ່ເຮົາຈະສາມາດໂຄສະນາເຂົ້າໄປເຈາະຕະຫຼາດຂອງຖານລູກຄ້າຂອງຄົນກຸ່ມນັ້ນໃຫ້ໄດ້.

ລາຄາ(Price)

  • ເຮົາຈະຂາຍລາຄາເທົ່າໃດ?

ການຕັ້ງລາຄານັ້ນແມ່ນມີຄວາມສຳຄັນຫຼາຍ ເພາະມັນຈະເປັນໂຕຕັດສິນຫຼາຍໆຢ່າງໃຫ້ກັບຜູ່ຊື້ສິນຄ້າ. ເຮົາຈະຕ້ອງເບິ່ງວ່າສິນຄ້າຂອງເຮົານັ້ນລາຄາຈະຕ້ອງຢູ່ປະມານເທົ່າໃດເມື່ອເຮົາບວກກັບຕົ້ນທຶນເຂົ້າໄປ ແລະ ເຮົາຈະໄດ້ກຳໄລເທົ່າໃດເມື່ອເຮົາຫັກຄ່າຕົ້ນທຶນອອກ. ການຕັ້ງລາຄານັ້ນແມ່ນມີຫຼາຍປັດໃຈຫຼາຍທີ່ເຮົາຄວນສຶກສາໄວ້ເຊັ່ນ: ລາຄາສິນຄ້າຂອງເຮົາກັບສິນຄ້າປະເພດອື່ນໆ ຫຼື ຕໍ່ກັບລາຄາສິນຄ້າປະເພດດຽວກັນ.

  • ເມື່ອເຮົາຄິດໄດ້ແລ້ວວ່າເຮົາຈະຂາຍລາຄາເທົ່າໃດສຳລັບສິນຄ້າເຮົາ ຫຼັງຈາກນັ້ນເຮົາຈະຕ້ອງຖາມກັບໂຕເອງວ່າເປັນຫຍັງເຮົາຈຶ່ງຂາຍລາຄານັ້ນ? ການເຮັດແບບນີ້ປຽບເໝືອນວ່າເຮົາກຳລັງຄິດຄືກັນກັບລູກຄ້າວ່າເປັນຫຍັງເຂົາຈຶ່ງຈະຊື້ສິນຄ້າຂອງເຮົາດ້ວຍລາຄາເທົ່ານັ້ນ.
  • ລາຄານີ້ຈະຢູ່ດົນປານໃດ? ແລະ ເຮົາຈະພັດທະນາລາຄາແນວໃດໃນອານະຄົດ

ລາຄາທີ່ເຮົາຕ້ອງນັ້ນແມ່ນຈະຄົງທີໄປຕະຫຼອດບໍ່? ເຮົາຈະມີການປ່ຽນແປງລາຄາບໍ່ຖ້າຫາກວ່າຕົ້ນທຶນເຮົາຫຼຸດລົງ ຫຼື ເພີ່ມຂຶ້ນ, ທ່າອ່ຽງລາຄາຂອງຕະຫຼາດໂລກ.

  • ເຮົາຈະຕັ້ງເປົ້າວ່າເຮົາຈະຕ້ອງຂາຍໄດ້ເທົ່າໃດ ແລະ ຈະຕ້ອງຕັ້ງຂອບເຂດວ່າເປົ້າຫຼາຍຂອງການຂາຍສິນຄ້າຂອງເຮົານັ້ນເທົ່າໃດ. ສິ່ງນີ້ເປັນສິ່ງສຳຄັນຂອງການຕັ້ງລາຄາ ເພາະມັນຈະເປັນໂຕຊ່ວຍໃນການຕັດສິນໃຈວ່າເຮົາຈະຕັ້ງຄາລາສິນຄ້າຂອງເຮົາເທົ່າໃດ ແລະ ຈະຕ້ອງຂາຍສິນຄ້າເທົ່າໃດເພື່ອບັນລຸເປົ້າໝາຍຂອງເຮົາ.
  •  ລາຄາຈະແຕກຕ່າງກັນບໍ່ສຳລັບກຸ່ມຄົນທີ່ແຕກຕ່າງກັນ?

ໃນນີ້ເຮົາຈະມາເບິ່ງກັນວ່າເຮົາຈະຂາຍສິນຄ້າໃຫ້ຄົນກຸ່ມໃດແນ່ ແລະ ລາຄາຂາຍສິນຄ້ານັ້ນຈະແຕກຕ່າງກັນບໍ່ໃນແຕ່ລະກຸ່ມເຊັ່ນຕົວຢ່າງ: ຖ້າກຸ່ມລູກຄ້າທີ່ເປັນສະມາຊິກເຮົາ ເຮົາຈະຫຼຸດລາຄາຂອງໂຕສິນຄ້າລົງ ແລະ ຖ້າເປັນລູກຄ້າໃໝ່ເຮົາຈະຂາຍລາຄາປົກກະຕິ. ລູກຄ້າຈະຕ້ອງຊື້ສິນຄ້າໃນລາຄາທີ່ເຮົາຕັ້ງໄວ້ເພື່ອທີຈະໄດ້ເປັນສະມາຊິກຂອງເຮົາ. ເຊິ່ງສິ່ງທີ່ເຮົາຍົກຕົວຢ່າງມານີ້ກໍເປັນອີກຕົວຢ່າງໜຶ່ງຂອງການເຮັດການຕະຫຼາດດ້ານລາຄາເຊັ່ນກັນ. ອີກຕົວຢ່າງໜຶ່ງກໍຄືການຂາຍສິນຄ້າໃຫ້ກັບຕະຫຼາດອົງກອນ ແລະ ບຸກຄົນທົ່ວໄປ, ເຮົາຈະຂາຍລາຄາພິເສດກ່ວາໃຫ້ກັບຕະຫຼາດອົງກອນເມື່ອທຽບກັບການຂາຍໃຫ້ບຸກຄົນທົ່ວໄປໂດຍສິນຄ້າທີ່ຂາຍນັ້ນເປັນສິນຄ້າດຽວກັນ.

ສະຖານທີ່(Place)

  • ເຮົາຈະແຈກຈ່າຍສິນຄ້າແນວໃດ?

ເມື່ອເຮົາຄິດຄາລາຂອງສິນຄ້າໄດ້ແລ້ວເຮົາກໍຈະຕ້ອງຄິດເຖິງສະຖານທີ່ວ່າເຮົາຈະເລືອກສະຖານທີ່ໃດໃນການແຈກຢາຍສິນຄ້າຂອງເຮົາເຊັ່ນ: ຂາຍຢູ່ຮ້ານໂຕເອງ, ຂາຍຕາມຮ້ານຂາຍສົ່ງ-ຍ່ອຍ, ຝາກຂາຍກັບຮ້ານຂາຍເຄື່ອງທົ່ວໄປ ຫຼື ຂາຍອອນລາຍ(ເປັນທາງເລືອກທີ່ນິຍົມກັນໃນປັດຈຸບັນ).

  • ຫຼັງຈາກນັ້ນເຮົາຈະຕ້ອງຖາມໂຕເອງວ່າເປັນຫຍັງເຮົາຈຶ່ງເລືອກຊ່ອງທາງການຂາຍສິນຄ້າເຮົາແບບນັ້ນ?

ແນ່ນອນວ່າເຮົາຈະຕ້ອງໃຫ້ເຫດຜົນວ່າເຮົາເລືອກຊອ່ງທາງການຂາຍນີ້ຍ້ອນຫຍັງ ເພາະຊ່ອງທາງການຂາຍກໍເປັນສິ່ງໜຶ່ງທີ່ຈະເຮັດໃຫ້ຜູ່ຊົມໃຊ້ສາມາດເຂົ້າເຖິງຜະລິດຕະພັນຂອງເຮົາໄດ້.

  • ເວລາໃດທີ່ລູກຄ້າຈະເລືອກຊ່ອງທາງທີ່ແຕກຕ່າງກັນ?

ນັກການຕະຫຼາດຈະຕ້ອງສຶກສາພຶດຕິກຳຂອງລູກຄ້າເບິ່ງວ່າເມື່ອໃດທີ່ລູກຄ້າຂອງເຂົາຈະເລືອກໃຊ້ຊ່ອງທາງໃດຂອງຊ່ອງທາງການຂາຍຂອງເຮົາ ເພາະຈະໄດ້ໃຊ້ຈຸດໄດ້ປຽບຂອງຊ່ອງທາງການຂາຍນັ້ນເປັນການເຮັດການຕະຫຼາດຂອງເຮົາ.

  • ເຮົາຈະສ້າງຊ່ອງທາງການຂາຍ ຫຼື ເຂົ້າໄປໃນຊ່ອງທາງການຂາຍນັ້ນໆໄດ້ແນວໃດ?

ຄວາມຄິດຕໍ່ໄປກໍຄືວ່າເຮົາຈະເຮັດແນວໃດເພື່ອທີ່ຈະເຂົ້າໄປຊ່ອງທາງການຂາຍທີເຮົາໄດ້ເລືອກໄວ້, ຕົວຢ່າງ: ເຮົາຈະຂາຍເຄື່ອງດື່ມ ເຮົາຈະເລືອກວິທີການຂາຍຜ່ານຮ້ານຂາຍເຄື່ອງທົວໄປ ຍ້ອນວ່າມັນສາມາດເຂົ້າເຖິງຖານລູກຄ້າຂອງເຮົາໄດ້ງ່າຍກ່ວາ ແລະ ເຮົາຈະຕ້ອງເຂົ້າໄປກະຈາຍສິນຄ້າຂອງເຮົາໃນຊ່ອງທາງນີ້ດ້ວຍການເຮັດຂໍ້ຕົກລົງກັບຮ້ານຄ້ານັ້ນໆ.

  • ຄ່າຕົ້ນທຶນ ແລະ ຜົນປະໂຫຍດຈາກການໃຊ້ຊ່ອງທາງນີ້ແມ່ນເທົ່າໃດ ແລະ ແມ່ນຫຍັງ?
  • ແຕ່ລະກຸ່ມຄົນໃຊ້ຊ່ອງທາງການຂາຍຂອງເຮົາແຕ່ລະຊ່ອງທາງແນວໃດ?

ໂປຣໂມຊັນ(Promotion)

ຕາມຄວາມເປັນຈິງແລ້ວໂປຣໂມຊັນນີ້ບໍ່ຈຳເປັນມີ ຫຼື ມີກໍໄດ້ຂຶ້ນກັບສະຖານະການຂອງເຮົາ ແລະ ມັນເປັນການຕະຫຼາດລ້ວນໆເລີຍສຳລັບໂຕນີ້. ບາງຄັ້ງເຮົາກໍບໍ່ຈຳເປັນມີໂປຣໂມຊັນໃນການເຮັດການຕະຫຼາດຂອງເຮົາເພື່ອກະຕຸ້ນຍຶດຂາຍ ສິ່ງສຳຄັນທີສຸດກໍຄື 3 P ທີກ່າວມາກ່ອນໜ້ານີ້ຄື ສິນຄ້າ, ລາຄາ ແລະ ສະຖານທີ່. ຖ້າເຮົາເຮັດ 3 P ນີ້ໄດ້ກໍຖືວ່າພຽງພໍແລ້ວ.

  • ເຮົາຈະເລືອກໂປຣໂມຊັນແບບໃດ?
  • ເປັນຫຍັງຈຶ່ງເລືອກ?
  • ໄລຍະເວລາ: ເລີ່ມໂປຣໂມຊັນ, ການໝູນວຽນຂອງໂປຣໂມຊັນ ແລະ ອື່ນໆ.
  • ໂປຣໂມຊັນນີ້ຈະໝົດອາຍຸແນວໃດ?
  • ຕົ້ນທຶນ ແລະ ຜົນປະໂຫຍດຂອງການເຮັດໂປຣໂມຊັນ
  • ກຸ່ມເປົ້າໝາຍຂອງການເຮັດໂປຣໂມຊັນນີ້ແມ່ນກຸ່ມໃດ?
(ຄິດເຖິງສິ່ງທີ່ເຮັດໃຫ້ຜູ່ໃຊ້ເກີດຄວາມສົນໃຈ, ອາຍຸຂອງໂຕສິນຄ້າ ແລະ ການໂຕ້ຕອບຈາກການແຂ່ງຂັນ)